Ad

Ad

20 February 2014

ລະເບີດບໍ່ທັນແຕກຍັງສົ່ງຜົນກະທົບຕໍ່ການກຳລົງຊີວິດຂອງປະຊາຊົນ



      ເຖິງວ່າສົງຄາມໄດ້ສິນສຸດໄປແລ້ວກວ່າ 40 ປີແລ້ວກໍຕາມ ແຕ່ລະເບີດບໍ່ທັນ ແຕກທີ່ຕົກຄ້າງ ຍັງສືບຕໍ່ເຂັ່ນຂ້າປະຊາຊົນລາວ ບັນດາເຜົ່າເປັນຈຳນວນບໍ່ໜ້ອຍ,ຊຶ່ງ ນັບແຕ່ປີ 1964 ມາຮອດປີ 2008 ມີຜູ້ຖືກບາດເຈັບ ແລະ ເສຍຊີວິດໂດຍສະເລ່ຍ ປີລະ ປະມານ 300 ຄົນ ແລະ ຊຸມປີມໍ້ໆມານີ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ 100 ຄົນ/ປິ, ຍິ່ງໄປກວ່ານັ້ນລະເບີດບໍ່ທັນ ແຕກຍັງເປັນອຸປະສັກອັນໃຫຍ່ຫຼວງຕໍ່ ການທຳມາຫາກິນຂອງປະຊາຊົນ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຍ້ອນພື້ນທີ່ໂຄງການພັດທະນາກະສິກຳ, ອຸດສະຫະກຳ, ການ ທ່ອງທ່ຽວ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ໂຄງ ການອື່ນໆລ້ວນແຕ່ມີລະເບີດບໍ່ທັນແຕກຕົກຄ້າງຢ່າງເປັນຈຳນວນຫຼາຍ ແລະ ຍ້ອນເຫັນໄດ້ຄວາມອັນຕະລາຍດັ່ງກ່າວ ລັດຖະ ບານເຮົາຈຶ່ງໄດ້ປະກາດໃຫ້ຖືເອົາວຽກງານຫຼຸດ ຜ່ອນຜົນກະທົບຈາກ
ລະເບີດບໍ່ ທັນແຕກເປັນເປົ້າໝາຍສະຫັດສະຫວັດ 9 ນັບ ແຕ່ປີ 2010 ເປັນຕົ້ນມາ, ໂດຍມີເປົ້າໝາຍສູ້ຊົນ ເພື່ອຈະຫຼຸດ ຜ່ອນຈຳນວນຜູ້ຖືກເຄາະຮ້າຍຈາກລະເບືດບໍ່ທັນແຕກ ຈາກ 300 ຄົນໃຫ້ລົງຕ່ຳກວ່າ 75 ຄົນ/ປີ, ຮັບປະກັນໃຫ້ຜູ້ລອດຊີ
ວິດຈາກລະເບີດບໍ່ທັນແຕກໄດ້ຮັບການຊ່ວຍເຫຼືອ ແລະ ປົດປ່ອຍ ເນື້ອທີ່ດິນບຸລິມະສິດຮັບໃຊ້ການທຳມາຫາກິນຂອງປະ ຊາຊົນ ລາວບັນດາເຜົ່າ ແລະ ໂຄງການພັດທະນາເສດຖະກິດ-ສັງຄົມ ຕ່າງໆຂອງລັດຖະບານໃຫ້ໄດ້ 20 ພັນເຮັກຕາ/ປີ.
     ຕາມຂໍ້ມູນທີ່ບັນທຶກໄວ້ໃນໄລຍະສົງຄົມຕໍ່ສູ້ກູ້ຊາດ (ປີ 1964-1973) ໄດ້ມີເຮືອບິນຮົບ ຈຳນວນ 580,000 ຖ້ຽວທີ ບັນທຸກລະເບີດຈຳນວນ 3 ລ້ານໂຕນມາຖິ້ມໃສ່ແຜນດິນລາວໃນນັ້ນມີບົ່ມບີ່ 270 ລ້ານໜ່ວຍ ແລະ ບົ່ມໃຫຍ່ 7 ລ້ານ ໜ່ວຍ, ຖ້າລະເລ່ຍໃສ່ພົນ ລະເມືອງລາວເວລານັ້ນແມ່ນໄດ້ປະມານ 1 ໂຕນ/ 1 ຄົນ, ນັກວິຊາ ການທະຫານປະເມີນວ່າ ປະມານ 30% ຂອງລະເບີດດັ່ງກ່າວແມ່ນ ຍັງບໍ່ທັນແຕກ, ຊຶ່ງຍັງຕົກຄ້າງຢູ່ 14 ແຂວງ, 98 ເມືອງ, ກວມເນື້ອທີ່ປະມານ 87 ພັນກວ່າກິໂລ ຕາແມັດຂອງເນື້ອທີ່ ສປປ ລາວ, ຊຶ່ງທັງໝົດເລົ່ານັ້ນແມ່ນພວກເຮົາຈະຕ້ອງສຸມໃສ່ແກ້ໄຂ.

No comments:

Post a Comment