Ad

Ad

20 February 2014

ຖ້ຳ​ຕິ່ງ​ ແຫຼ່ງທ່ອງ​ທ່ຽວທຳມະຊາດທີ່​ມີ​ປະຫວັດ​ອັນໜ້າສົນ​ໃຈ.



      ​ເມື່ອ​ເອີ່ຍ​ເຖິງ​ແຂວງຫຼວງ ພະ​ບາງ​ ​ແນ່ນອນ​ວ່າ​ເປັນ​ທີ່​ຮູ້ຈັກ​ຂອງ​ຄົນ​ລາວ​ເຮົາ ກໍ​ຄື​ຊາວ​ໂລກ​ໃນ​ນາມ​ເມືອງ​ມໍລະດົກ​ໂລກ​ແລ້ວ, ສິ່ງໜຶ່ງທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ກາຍ​ເປັນ​ແຫຼ່ງທ່ອງ​ທ່ຽວທີ່​ຂຶ້ນຊື່​ລືຊາ ​ແລະ ​ເປັນ​ຈຸດໝາຍປາຍທາງ​ທີ່​ນັກ​ທ່ອງ​ທ່ຽວທຸກ​ຄົນ​ໃຝ່ຝັນ​ຢາກ​ໄປ​ເຖິງ ​ເຊິ່ງ​ໃນ​ນັ້ນ, ຖ້ຳ​ຕິ່ງ​ກໍ​ແມ່ນໜຶ່ງ​ໃນ​ສະຖານ​ທີ່ ທ່ອງ​ທ່ຽວ​ໂດ່​ງດັງ​ຂອງ​ແຂວງ​ດັ່ງກ່າ​ວ.
        ຖ້ຳ​ຕິ່ງ​ ແມ່ນ​ຖ້ຳ​ທຳ​ມະ​ຊາດ​ເກີດ​ຈາກ​ພູໜ່ວຍໜຶ່ງ ຕັ້ງຢູ່​ແຄມ​ຝັ່ງ​ແມ່​ນ້ຳຂອງ​ເບື້ອງທິດຕາ​ເວັນ​ຕົກ​ກົງກັນຂ້າມ​ກັບ​ບ້ານ​ປາກ​ອູ​ຄື​ບ່ອນ​ນ້ຳ​ອູ​ໄຫຼລົງ​ສູ່​ນ້ຳຂອງ​ເບື້ອງຝັ່ງ​ຕາ​ເວັນ​ອອກ​ໃກ້​ກັບ​ພູ​ອີກໜ່ວຍໜຶ່ງ ​ເຊິ່ງປະຊາຊົນ​ທ້ອງ​ຖິ່ນ​ເອີ້ນວ່າ: ຜາ​ແອ່ນ. ຕັ້ງຢູ່​ຫ່າງ​ໄກ​ຈາກ​ເມືອງຫຼວງພະ​ບາງ​ໄປ​ທາງ​ເໜືອຕາມ​ລຳ​ແມ່​ນ້ຳຂອງ​ປະມານ 32 ກິ​ໂລ​ແມັດ​, ປັດຈຸບັນ​ ຖ້າ​ນັກ​ທ່ອງ​ທ່ຽວຄົນ​ໃດ​ຢາກ​ໄປ​ທ່ຽວຊົມ​ຂໍ​ແນະນຳ​ເສັ້ນທາງ​ທີ່​ສະດວກ​ກວ່າໝູ່​ແມ່ນ​ໃຫ້​ທ່ານ​ໄປທາງ​ເຮືອ​ຕາມ​ລຳ​ແມ່​ນ້ຳຂອງ ​ເຊິ່ງມີ​ປະຈຳ​ທຸກໆວັນ​ບໍລິການ​ໂດຍ​ບໍລິ​ສັດທ່ອງ​ທ່ຽວ ​ແລະ ​ເຮືອ​ເອກະ​ຊົນ​ອື່ນໆ.
          ປະຫວັດ​ຄວາມ​ເປັນ​ມາ​ຂອງ​ຖ້ຳ​ແຫ່ງ​ນີ້ ​ເປັນ​ຖ້ຳ​ທີ່​ສັກ ກາຣະທາງ​ສາສະໜາ​ໄດ້​ເກີດ​ຂຶ້ນຄັ້ງທຳ​ອິດ ​ໂດຍ​ຂະນະ​ທີ່​ຊາວ ບ້ານຊ່າ​ລື​ຍັງ​ຄົງ​ຖື​ຜີ ຫຼື​ ເທວາ​ພິບານທຳ​ມະ​ດາ​ຊາດ​ຢູ່. ມີ​ຄົນ​ກ່າວ​ກັນ​ວ່າ​ຖ້ຳ​ແຫ່ງ​ນີ້ ​ເຄີຍ​ເປັນ​ເທວາ​ສະຖານ​​ແຫ່ງ​ເຈົ້າ​ທີ່​ແມ່​ນ້ຳ
ຕໍ່ມາ​ກໍ​ມີ​ຝູງ​ຄົນ​ຍ້າຍ​ເຂົ້າ​ມາຕັ້ງ ຖິ່ນ​ຖານ​ໃໝ່ ​ເມື່ອ​ໄລຍະ​ກາງ​ສະ ຕະວັດ​ທີ 8, ຫຼັງຈາກ​ໄດ້​ຍ້າຍ​ລົງ​ມາ​ຈາກ​ພາກ​ໃຕ້​ຂອງ ສປ ຈີນ ອິດ​ທິພົນພຣະພຸດທະສາສະໜາ​​ແຜ່​ຂະຫຍາຍ​ເຂົ້າ​ທ້ອງ​ຖິ່ນ​ນີ້. ຄຳ​ວ່າ “ຖ້ຳ​ຕິ່ງ” ນີ້ ຕັ້ງມາ​ແຕ່​ເມື່ອ​ໃດ​ນັ້ນ ພວກ​ເຮົາ​ຍັງ​ບໍ່ສາມາດ​ຮູ້​ໄດ້, ແຕ່​ອີງ​ຕາມໜັງສື​ຕຳນານ​ບູຮານ​ລາວ​ພື້ນຂຸນ​ບູຣົມ​ໄດ້​ກ່າວ​ເຖິງ​ຖ້ຳ​ຕິ່ງ​ມາ​ແຕ່​ສ​ະ​ໄໝຂຸນ​ລໍ​ປະຖົມ​ມະ​ກະສັດ​ຂອງ​ລາວ ​ເຊິ່ງຕຳນານ​ບູຮານ​ກ່າວ​ວ່າ ຂຸນ​ລໍ​ໄດ້​ຍົກ​ພົນ​ມາ​ຕາມ​ລຳ​ນ້ຳອູ ​ແລະ ນ້ຳຂອງ​ມາ ຕັ້ງຖານ​ທັບ​ຢູ່​ສົບ​ອູ (ປາກ​ອູ) ​ແລະ ຜາ​ຕິ່ງ  (​ແມ່ນ​ພູ​ທີ່​ຖ້ຳ​ຕິ່ງ​ປັດຈຸບັນ​ນີ້) ​ແລະ ສະ​ໄໝຕໍ່ມາ​ເມື່ອ​ກາງ​ສະຕະວັດ​ທີ 14 ​ແຫ່ງ​ຄຣິດຕະສັງກຼາດ ​ເຈົ້າຟ້າ​ງຸ່ມ​ມະຫາຣາຊ​ໄດ້​ກໍ່ຕັ້ງອານາຈັກ​ລາວ​ລ້ານ​ຊ້າງ ​ເອກະລາດ ​ເອກະ​ພາບ ​ໄດ້​ຍົກ​ທັບ​ມາ​ແຕ່​ປະ​ເທດ​ຂະ​ເໝນກໍ​ໄດ້​ຕັ້ງຫຼັກຢູ່​ບ້ານ​ປາກ​ອູ ແລະ ຜາ​ຕິ່ງ​ນີ້​ເຊັ່ນ​ກັນ. ດ້ວຍ​ເຫດ​ນີ້ຄຳ​ວ່າ: “ຖ້ຳ​ຕິ່ງ” ຈຶ່ງ​ເປັນ​ຊື່​ທີ່​ມີ​ມາ​ແຕ່​ດົນ​ແລ້ວ​ມີ​ໃນ​ປະຫວັດ ສາດ​ຂອງ​ລາວ ອ​າດ​ເປັນ​ຍ້ອນ​ວ່າ​ຖ້ຳ​ແຫ່ງ​ນີ້ມີ​ຍອຍ​ຕິ່ງ​ຢ່ອນ​ລົງ​ມາ​ຕາມໜ້າຜາ ​ແລະ ​ໃນ​ຮູ​ຖ້ຳ​ເປັນ​ຈຳນວນຫຼາຍ ​ເຊິ່ງ​ເອີ້ນອີກ​ຊື່ ໜຶ່ງວ່າ: ນົມ​ຜາ, ​ເຮັດ​ໃຫ້​ປະຊາ ຊົນ​ເອີ້ນວ່າ​ຖ້ຳ​ຕິ່ງ​ສືບຕໍ່ກັນ​ມາ, ຕາມ​ທຳ​ມະ​ດາ​ແລ້ວ​ຍອຍ​ຕິ່ງ​ນັ້ນ ມັນ​ຈະ​ປົ່ງ​ອອກ​ທຸກໆປີ, ​ແຕ່​ມາ​ຮອດ​ໃນ​ປັດຈຸ​ບັນນີ້ຍອຍ​ຕິ່ງ​ຈຳ ນວນໜຶ່ງຂອງ​ຖ້ຳ​ຕິ່ງ​ໄດ້​ເຊົາ​ຂະ ຫຍາຍຕົວ​ແລ້ວ. ຕາມ​ທັດສະນະ​ບູຮານ​ວິທະຍາ​ນັບ​ເປັນ​ເວລາ ຫຼາຍພັນ ຫຼື ນັບ​ເປັນລ້ານປີ​ມາ​ແລ້ວ​ທີ່​ທັງ​ສອງ​ຖ້ຳ​ຕິ່ງ​ເທິງ ​ແລະ ຖ້ຳ​ຕິ່ງ​ລຸ່ມ​ໄດ້​ຈົມ​ຢູ່​ໃຕ້​ພື້ນນ້ຳ​ທະ​ເລ ​ໂດຍ​ການ​ກັດ​ເຊາະ​ຂອງ​ນ້ຳ ແລະ ສັດ​ບາງ​ຊະນິດ​ທີ່​ອ​າ​ໄສ​ຢູ່​ໃນ​ນ້ຳ ຈຶ່ງ​ໄດ້​ເຮັດ​ໃຫ້​ພູໜ່ວຍນີ້​ເກີດ​ເປັນ​ຖ້ຳ ​ແລະ ​ໃນ​ຍຸກ​ຕໍ່ມາ​ນ້ຳ​ທະ​ເລ​ໄດ້​ເຄື່ອນ​ຍ້າຍ​ໄປ​ບ່ອນ​ອື່ນ ຈຶ່ງ​ເຮັດ​ໃຫ້​ຂົງ​ເຂດ​ນີ້​ເປັນ​ພູຜາ​ປ່າດົງ ​ແລະ ​ເຫຼືອຖ້ຳ​ຕິ່ງ​ໄວ້​ຄື​ດັ່ງ​ທີ່​ເຮົາ​ເຫັນ​ໃນ​ປັດຈຸບັນ​ນີ້ ແລະ ນັບ​ເປັນ​ເວລາຫຼາຍພັນ​ປ ຕໍ່ມາ​ໄດ້​ມີ​ມະນຸດ​ເຄື່ອນ​ຍ້າຍ​ມາ​ດຳລົງ​ຊີ​ວິດ​ຢູ່​ບໍລິ​ເວ​ນປາກ​ອູ, ຖ້ຳ​ຕິ່ງ​ນີ້ກໍ​ອາດ​ເປັນ​ບ່ອນ​ພັກ​ພາ​ອາ​ໄສ​ທີ່​ສຳຄັນ​ແຫ່ງ ໜຶ່ງຂອງ​ຄົນ​ປະຖົມ​ບູຮານ​ໃນ​ເມື່ອ​ມະນຸດ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ດຳ ລົງ​ຊີວິດ​ຂອງ​ເຂົາ​ເຈົ້າ, ສັງຄົມ​ມະນຸດ​ໄດ້​ຂະຫຍາຍຕົວ​ຂຶ້ນມະ ນຸດ​ໄດ້​ເຄື່ອນຍ້າຍ​ອອກ​ຈາກ​ຖ້ຳ​ມາຕັ້ງຫຼັກ​ແຫຼ່ງຢູ່ຖິ່ນ​ຖານ​ທີ່​ອຸດົມ ສົມບູນ, ມີ​ການຈັດຕັ້ງຢູ່​ເປັນ​ກຸ່ມ​ເປັນ​ພວກ, ​ແຕ່​ວ່າ​ຖ້ຳ​ໄດ້​ກາຍ​ເປັນ​ບ່ອນ​ນັບຖືບ່ອນ​ສັກກາຣະ ບູຊາ ​ແລະ ບ່ອນ​ບວງສວງ​ເຖິງ​ດວງ​ວິນ​ຍານ​ຂອງ​ບັນພະ​ບຸລຸດ ຂອງ​ເຂົາ​ເຈົ້າ ​ແລະ ​ເທບພຣະ​ເຈົ້າ ຕ່າງໆຕາມ​ຄວາມ​ເຊື່ອ​ຖື​ຂອງ​ມະນຸດສະ​ໄໝປະຖົມ​ບູຮານ.
         ຖ້ຳ​ຕິ່ງ​ໃນ​ສະ​ໄໝປະຫວັດ ສາດ​ຂອງ​ລາວ​ກໍ​ຄິດ​ວ່າ ເບື້ອງຕົ້ນ​ນັ້ນ​ເປັນ​ບ່ອນ​ສັກກາຣະບູຊາ, ບວງສວງ​ດວງ​ວິນຍານ, ຜີ ຟ້າ, ຜີ​ແຖ​ນ, ​ເທວະ​ດາ​ຜາ​ຕິ່ງ ​ແລະ ອື່ນໆ. ​ເລື່ອງ​ນີ້ກ່າວ​ຢູ່​ໃນ​ຄຳ​ໂອວາດ​ຂອງ​ເຈົ້າ​ຟ້າ​ງຸ່ມ​ ​ໃນ​ໄລຍະ​ສະຕະວັດ​ທີ 14 ຜ່ານ​ປະ ຫວັດສາດ​ມາ​ດົນ​ນານ​ສົມຄວນ​ມາ​ເຖິງ​ເຄິ່ງສະຕະວັດ​ທີ 16 ​ແຫ່ງ​ຄຣິດ ຕະສັງກຼາດ (ຄສ 1527) ມີ​ກະສັດ​ລາວ​ອົງໜຶ່ງມີ​ພຣະນາມ​ວ່າ: ພຣະ​ເຈົ້າ​ໂພ​ທິສາຣາຊ ມີ​ຄວາມ​ເຫຼື້ອມ​ໃສ​ໃນພຣະພຸດທະສາສະໜາ​ເປັນ​ຢ່າງ​ຍິ່ງ ​ໄດ້​ມີ​ຄຳ​ສັ່ງ ສອນ​ໃຫ້​ປະຊາ ຊົນ​ຂອງ​ພຣະອົງ​ຍົກ​ເລີກ​ການ​ເຊື່ອ​ຖື​ຜີໄດ້​ຫັນ​ເອົາ​ຫໍ​ໄຫວ້​ຜີ​ຟ້າ​ຜີ​ແຖນ ​ແລະ ບ່ອນ​ສັກສິດ​ຕ່າງໆທີ່​ກ່ຽວກັບ​ຄວາມ​ເຊື່ອ​ຖື​ຜີນັ້ນ ​ເປັນ​ສະຖານ​ທີ່​ທາງ​ພຣະພຸດທະ​ສາສະໜາ, ດັ່ງນັ້ນ ຈຶ່ງ​ເຊື່ອ​ວ່າ​ຖ້ຳ​ຕິ່ງ​ກໍ​ແມ່ນ​ບ່ອນ ໜຶ່ງທີ່​ພຣະ​ເຈົ້າ​​ໂພທິ​ສາຣາຊຫັນ​ເອົາ​ມາ​ເປັນ​ບ່ອນ​ສັກສິດ​ທາງ​ພຸດ ທະສາສະໜາ.

         ຫຼັກຖານ​ທີ່​ແທ້​ຈິງ​ທີ່​ພົບ​ຢູ່​ໃນ​ຖ້ຳ​ຕິ່ງ​ປັດຈຸບັນ​ນັ້ນ ​ແມ່ນ​ໄດ້​ຄົ້ນ​ພົບພຣະພຸດທະ​ຮູບ​ທີ່​ສ້າງ​ຂຶ້ນ​ໃນ​ສະຕະວັດ​ທີ 18 ​ແລະ 19 ​ແຫ່ງ​ຄຣິດຕະສັງກຼາດປະມານ​ສາມ​ພັນ​ກວ່າ​ອົງ, ສ່ວນ​ພຣະພຸດທະ​ຮູບ​ທີ່​ສ້າງ​ຂຶ້ນ​ໃນ​ສະຕະວັດ​ທີ 17 ​ແລະ 20 ນັ້ນມີ​ຈຳນວນໜ້ອຍ. ​ໃນ​ນັ້ນ, ​ແມ່ນ​ເຮັດ​ດ້ວຍ​ໄມ້​ເປັນ​ສ່ວນ ຫຼາຍ, ​ເຮັດ​ດ້ວຍ​ທອງ ຫຼື ຫີນ​ມີ​ຈຳນວນໜ້ອຍບໍ່​ເຖິງ 10 ອ​ົງ ເຊິ່ງພຣະພຸດທະ​ຮູບ​ຈຳນວນໜຶ່ງ ກໍ​ໄດ້​ຂຽນຄຳ​ຈາ​ລຶກບອກ​ວັນ​ທີ​ເດືອນ​ປີທີ່​ສ້າງ​ໄວ້ ​ແລະ ບອກ​ຊື່​ຜູ້​ສ້າງ​ອີກ​ດ້ວຍ. ພຣະພຸດທະ​ຮູບ​ທີ່​ຖື​ວ່າ​ງາມ ​ແລະ ປານີ​ກນັ້ນ ​ແມ່ນ​ພຣະພຸດທະ​ຮູບ​ທີ່​ສ້າງ​ຂຶ້ນ​ໃນ​ສະ ຕະວັດທີ 10 ​ແລະ ຕົ້ນ​ສະຕະວັດ​ທີ 19. ນອກ​ນີ້, ຍັງ​ພົບ​ຮ່ອງຮອຍ​ພຣະພຸດທະ​ຮູບ​ທີ່​ເຮັດ​ດ້ວຍ​ເງິນ ແລະ ຄຳ ​ແຕ່​ວ່າໜ້າ​ເສຍດາຍ​ຄົນ​ບໍ່ດີ​ໄດ້ຫຼັກ​ເອ​ົາກາບ​ເງິນ, ກາບ​ຄຳ​ໄປໝົດ​ແລ້ວ​ຖິ້ມປະ​ໄວ້, ​ແຕ່​ດິນ​ເຜົາ​ທີ່​ເປັນ​ແກນ​ໃຈກາງ​ຂອງ​ພຣະພຸດທະ​ຮູບ​ເງິນ ​ແລະ ຄຳ​ດັ່ງ ກ່າວ.
        ຖ້ຳ​ຕິ່ງ​ປະກອບ​ມີ 2 ຖ້ຳ​ເກີດ​ຢູ່​ພູໜ່ວຍດຽວກັນ​ປະຊາຊົນ​ທ້ອງ​ຖິ່ນ​ເອີ້ນວ່າ: ຖ້ຳ​ຕິ່ງ​ເທິງ ​ແລະ ຖ້ຳ​ຕິ່ງ​ລຸ່ມ, ຕາມ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ແລ້ວ ຖ້ຳ​ຕິ່ງ​ເທິງ​ແມ່ນ​ຖ້ຳ​ຕິ່ງ​ກົກ​ເຄົ້າ​ເມື່ອ​ມີ​ພິທີ​ສັກ ກາຣະບູຊາ ຫຼື ພິທີ​ທາງ​ສາ​ສະ ໜານັ້ນ ​ເມ່ນ​ເພິ່ນ​ເຮັດ​ທີ່​ຖ້ຳ​ຕິ່ງ​ເທິງ​ເສຍ​ກ່ອນ​ຈຶ່ງ​ລົງ​ມາ​ທຳ​ພິທີ​ທີ່​ຖ້ຳ​ຕິ່ງ​ລຸ່ມ. ຖ້ຳ​ຕິ່ງ​ມີ​ລະດັບ​ຄວາມ​ສູງ​ກວ່າ​ນ້ຳຂອງ​ໃນ​ລະ ດັບ​ປົກກະຕິ​ປະມານ 50 ​ແມັດ ແລະ ຖ້ຳ​ຕິ່ງ​ລຸ່ມ​ສູງ​ກວ່າ​ແມ່​ນ້ຳຂອງ​ໃນ​ຍາມ​ລະດູຝົນ​ປະ ມານ 1 ​ແມັດ, ​ແຕ່​ບາງ​ປີ​ນ້ຳ​ໄດ້​ຂຶ້ນ​ເຖິງ​ຮອດ​ປາກ​ຖ້ຳ. ຈຸດ​ທີ່ໜ້າ ສົນ​ໃຈ​ສຳລັບ​ຄົນ​ມາ​ທ່ຽວຖ້ຳ​ຄື​ແທ່ນ​ທີ່ຢູ່​ໃກ້​ທາງ​ເຂົ້າ ​ເຊິ່ງ​ເປັນ​ບ່ອນ​ສັກກາຣະບູຊາ​ດອກ​ໄມ້ ແລະ ທູບ​ທຽນ. ມີ​ຮູບ​ສິງ​ປ້ອງ​ກັນ​ທາງ​ເຂົ້າ ​ແລະ ຍັງ​ມີ​ປະຕິ​ກອນ​ຮູບຄວັດ “ພຣລື​ສີ” ທີ່​ມາ​ຈາ​ກ​ເລື່ອງ​ພຣະລັກພຣະລາມ ​ແລະ ມີ​ສ່ວນ​ກ່ຽວຂ້ອງ​ກັບ​ສະໝຸນ​ໄພ ນັ່ງ​ຢູ່​ເທິງ​ທາງ​ເຂົ້າ. ມີ​ໂຄງ​ພຣະທາດ​ໃຫຍ່​ຕັ້ງຢູ່​ເທິງ​ສູງ​ສຸດ​ຍັງ​ມີ​ເຈດີ​ຂະໜາດນ້ອຍ​ກວ່າ​ຕັ້ງຢູ່ໜ້າຜາ​ທາງ​ໃຕ້ ​ເຊິ່ງມີ​ກະດູກ​ຂອງ​ຊາວບ້ານ​ທີ່​ເສຍ​ຊີວິດ​ໃນ​ໄລຍະ​ເວລາ​ມໍ່ໆນີ້​ເກັບ​ໄວ້. ມີ​ນ້ຳ​ອອກ ບໍ່ນ້ອຍໆຢູ່​​ໃນ​ຖ້ຳ ​ເຊິ່ງ​ໃຊ້​ເປັນ​ນ້ຳ ມ​ົນ​ໃນ​ການ​ປະກອບ​ພິທີ​ຂອງ​ບຸນປີ​ໃໝ່​ໃນ​ແຕ່ລະ​ປີ. ທ່ານ​ສາມາດ​​ໄປທ່ຽວຊົມສະຖານ​ທີ່​ດັ່ງກ່າວ​ໂດຍ​ທາງ​ເຮືອ ​ແລະ ທາງ​ລົດ​ກໍ່​ໄດ້ ຫຼື ສອບ​ຖາມ​ບໍລິສັດ​ທ່ອງ​ທ່ຽວຢູ່​ເມືອງຫຼວງພະ​ບາງ​ທ່ານ.

No comments:

Post a Comment