Ad

Ad

20 February 2014

“ມຸກດາ​ວັນ ສັນຕິ​ພອນ ” ແຈ້ງເກີດເປັນດາວ​ດວງ​ໃໝ່ ​ໃນ​ວົງ​ການ​ເພັງ​ລາວ



​      ໃນສື່​ສັງຄົມ​ທີ່​ໄຮ້​ພົມ​ແດນ​ແມ່ນ​​ເວທີເປີດ​ກວ້າງ​ສຳ​ລັບ​​ສິລະ​ປິນຜູ້​ມີ​ພອນ​ສະຫວັນ ສາວ​ນ້ອຍ​ສຽງ​ດີ ຈາກ​ແຂວງ​ສະ​ຫັວນນະ​ເຂດ  “ມຸກດາ​ວັນ ສັນຕິ​ພອນ”  ກໍໄດ້​ນຳ​ເອົາ​ບົດ​​ເພັງ​ບ້ານ​ນາ​ຂັບ​ຂານ​ອອກ​ສູ່​ສັງຄົມ​ຜ່ານ​ຢູທູບ (YouTube) ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ສັງຄົມ​ທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດຢ່າງ​ໄວວາ.
       ບົດ​ເພັງ​ “ມົນ​ຮັກ​ບ່າວ​ເມືອງ​ວັງ” ​ເຊິ່ງຮ້ອງ​ໂດຍ “ມຸກດາ​ວັນ” ມີ​ຜູ້​ເຂົ້າ​ຊົມ​ຜ່ານ​ຢູທູບເກືອບ 3 ແສນ​ເທື່ອ, ຊຶ່ງບົດ​ເພັງ​ດັ່ງກ່າວ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງຄວາມ​ສຳພັນ​ຂອງ “ ສາວ​ຜູ້​ໄທ” ສອງ​ຝັ່ງ​ແມ່​ນ້ຳຂອງ​ໂດຍ​ຝ່າຍ​ຊາຍ​ຢູ່​ເມືອງ​ວັງ, ແຂວງ​ສະ​ຫວັນນະ​ເຂດ ​ແລະ ຝ່າຍ​ຍິງ​ຢູ່ເມືອງ​ເວ​ນນູ ນະຄອນ, ແຂວງ​ນະ ຄອນ​ພະນົມ. ນອກຈາກ​ບົດ​ເພັງ​ດັ່ງກ່າວ​ແລ້ວ​ຍັງ​ມີ​ອີກ​ຫຼາຍ​ບົດ​ເພັງ​ເຊັ່ນ: ​ເອີ້ນ​ອ້າຍ​ໃສ່​ໝໍ້ໜຶ້ງ, ສາວ​ທາດ​ອີງ​ຮັງ​ຍັງ​ຄອຍ, ສະ​ເໜ່ທ່າ​ເຊ​ຈຳ​ພອນ, ສຽງ​ແຄນ​ແທນ​ໃຈ, ນ້ຳຕາ​ໄຫຼໃຕ້ຕົ້ນ​ດອກ​ແຄ ​ແລະ ອື່ນໆ​ອີກ. ສຳລັບ​ປະ​ຫວັດ​ຫຍໍ້ຂອງ​ສາວ​ນ້ອຍ​ຄົນ​ດັ່ງກ່າວ​ນີ້​ກໍ່​ໜ້າ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ. ມຸກດາ​ວັນ ສັນຕິ​ພອນ ​
ເກີດ​ເມື່ອ​ວັນທີ 2/6/1997 ທີ່​ບ້ານ​ທາດ​ອີງ​ຮັງ, ​ເມືອງ​ໄກສອນ​ພົມວິຫານ, ແຂວງສະຫວັນ ນະ​ເຂດ ລາວ​ເຕີບ​​ໃຫຍ່ມາ​ໃນ​ຄອບຄົວ​ນັກ​ຮ້ອງ​​ເປັນ​ລູກ​ສາວ​ຫຼ້າ ​ມີ​ເອື້ອຍນ້ອງນຳກັນທັງ​ໝົດ 6 ຄົນ. ຄອບຄົວ​ຂອງ​ລາວ​ມີ​ອາ ຊີບ​ເຮັດ​ໄຮ່,​ ເຮັດ​ນາ. ຫຼັງຈາກ​ແລ້ວ​​ໄຮ່​ແລ້ວ​ນາ ພໍ່​ຂອງ​ລາວ​ກໍ​ໄດ້​ຕັ້ງ​ວົງ​ດົນຕີ​ເອ​ເລັກ​ໂທນ​ນ້ອຍໆ​ເພື່ອຮັບຈ້າງ​ເສບ​ຕາມ​ງານ​ທົ່ວໆ​ໄປ ​ແລະ ມີ​ບາງ​ຄັ້ງ​
ກໍ​ອອກ​ຕ່າງ​ແຂວງ.
      “ມຸກດາ​ວັນ” ​ເລີ່​ມຮ້ອງ​ເພັງ​ໂດຍ​ມີ​ພໍ່​ເປັນ​ຄົນ​ສອນ​ຮ້ອງ ​ແລະ ມີ​ອາຈານ ດອກ​ເພັດ ​ແດ​ນຈຳ​ພອນ​ ເປັນ​ຄົນ​ສອນ​ລຳ, ລາວ​ເຄີຍ​ປະ​ກວດ​ຮ້ອງ​ເພັງ​ແຕ່​ອາຍຸ 5 ປີ ນັບ​ແຕ່​ນັ້ນ​ມາລາວ​ກໍ​ເລີ່ມປະ​ກວດ​ຮ້ອງ​ເພັງ​, ຂັບ​ລຳຫຼາຍ​ເວທີ ບາງ​ຄັ້ງ​ກໍ​ໄດ້​ຮັບ​ ​ແລະ ​ບໍ່​ໄດ້​ຮັບ ລາງວັນ​ກໍ​ມີ. ໃນ​ຂະນະນັ້ນນາງ​ກໍ​ເປັນ​ໜຶ່ງ​ໃນ​ສະມາຊິກ​ຂອງ​ຄະນະ​ສິລະ​ປະ​ສະ​ໂມ​ສອນ​ວັດທະນາ​ທຳ​ບັນດາ​​ເຜົ່າ​ແຂວງ​ສະຫວັນ​ນະ​ເຂດ, ​ໃນ​ນາມ​ເປັນ​ນັກ​ຮ້ອງ ​ແລະ ໜໍລຳ ແລະ ​ໄດ້​ເດີນທາງ​ໄປ​ສະ​ແດງ​​ໃນ​ນາມແຂວງ​ສະ​ຫວັນນະ​ເຂດທັງ​ພາຍ​ໃນ ແລະ​ ຕ່າງປະ​ເທດ. ໃນ​ຂະນະ​ທີ່​ຮຽນ​ຢູ່​ຊັ້ນ​ປະ ຖົມ​ປີ​ທີ 3 ( ປ 3 ), ລາວ​ໄດ້​ອອກ​ອາ​ລະ​ບ້ຳ​ຊຸດ​ທຳ​ອິດ​ສັງກັດ​ຢູ່​ຄ້າຍ​ເພັງ ລາວ​ອາສ​ມີ​ເດຍ,​ ໃນ​ບົດ​ເພັງ “ໄຫວ​ບໍ່​ພໍ່”  ທີ​່​ໄດ້​ຮັບ​ຄວາມ​ນິຍົມ​ໃນ​ລະດັບ​ໜຶ່ງ​ທາງ​ໂທລະພາບ. ​ເມື່ອ​ຮຽນ​ຢູ່​ຊັ້ນ​ມັດ ທະຍົມປີ​ທີ 2 ( ມ 2 ), ລາວ​ໄດ້ ອອກອາ​ລະ​ບ້ຳ​ຊຸດ “ ບ່າວ​ທ່າ​ແຂກ-ສາວ​ສະຫວັນ” ເຮັດ​ໃຫ້​ແຟນ​ເພັງຂອງ​ລາວ​ໄດ້​ຮູ້ຈັກ​ລາວ​ຫຼາຍ​ຂື້ນ​ເປັນ​ຕົ້ນ “​ຖາມ​ຂ່າວ​ບ່າວ​ມັດທະຍົມ” ແລະ ​“ເພິ່ນ​ມີ​ມັກ​ຂ້ອຍ” ກ່ອນ​ທີ່​ລາວ​ຈະ​ຕັດສິນ​ໃຈ​​ເຮັດ​ອາ​ລະ​ບ້ຳ​ເພັງ​ເອງ​ໃນ​ນາມ “ໜາ​ກກ້ວຍ​ສຸກ​ຂຽວ”  ​ແລະ ຍັງ​ເປັນຊື່​ວົງ​ດົນຕີ​ຂອງ​ຄອບຄົວ​ລາວ​​ເອງ.
       ບົດ​ເພັງ​ເກືອບ​ທັງ​ອາ​ລະ​ບ້ຳ “ມົນ​ຮັກ​ບ່າວ​ເມືອ​ງວັງ”  ​ເປັນ​ຜົນງານ​ການ​ປະພັນ​ຂອງ “ກຸ​ໄລ ລູກ​ທາດ​ອີງ​ຮັງ” ອະດີດ​ອາຈານ​ປະຈຳ​ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ຍົກ​ເວັ້ນ​ເພັງ “ເອີ້ນອ້າຍ​ໃສ່​ໝໍ້ໜຶ້ງ” ທີ່​ຂຽນ​ໂດຍ “ວາດ ວາ ທະ​ສິນ” ແລະ ​ບົດ​ເພັງ “ເອີ້ນອ້າຍ​ໃສ່​ໝໍ້ໜຶ້ງ” ຍັງ​ໄດ້​ຮັບ​ລາງວັນ​ດວງ​ຈຳ​ປາ​ໃນ​ງານມອບລາງ ວັນ​ດວງ​ຈຳ​ປາ​ໃນ​ສາຂາ​ເພັງ​ບ້ານ​ນາ​ຍິງ​ດີ​ເດັ່ນ​ອີກ​ດ້ວຍ.
      “ມຸກດາ​ວັນ ສັນຕິ​ພອນ” ເປີດ​ໃຈ​ຜ່ານ​ເຟດບຸກ (Facebook)  ສ່ວນ​ໂຕ​ວ່າ:  ຂໍຂອບ​ໃຈ​ກັບ​ທິມ ງານ​ເບື້ອງ​ຫຼັງ​ທຸກ​ຄົນ  “ຂອບ​ໃຈ​ພໍ່​ທີ່​ສັ່ງສອນ​ ​ແລະ ​​ເຝິກຝົນ​ໃຫ້​ຂ້ອຍ​ຮ້ອງ​ເພັງ ຂອບ​ໃຈກັບ​ອາຈາ​ນທຸກໆ​ທ່ານທີ່ມອບ​ໂອກາດ​​ເຮັດ​ໃຫ້​ຂ້ອຍ​ມີ​ມື້​ນີ້, ບໍ່​ເຄີຍຄິດ​​ເລີຍວ່າ​ຊີວິດ​ນີ້​ຊິ​ໄດ້​ມາ​ເຖິງ​ຈຸດນີ້ ຂໍ​ຂອບ​ໃຈ​ຫຼາຍໆ ”.

No comments:

Post a Comment