Ad

Ad

20 February 2014

ແຂວງຈຳປາສັກທາບທາມຮ່າງດຳລັດວ່າດ້ວຍໂຮງຊວດຈຳ



   ໃນຕອນເຊົ້າຂອງວັນທີ 18 ກຸມພານີ້, ຢູ່ເທສະບານເມືອງປາກເຊ ແຂວງຈຳປາສັກ ໄດ້ມີກອງປະຊຸມທາບທາມ ແລະ ປະກອບຄຳຄິດຄຳເຫັນຕໍ່ຮ່າດຳລັດວ່າດ້ວຍໂຮງ ຊວດຈຳໂດຍການເປັນປະທານຂອງ ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງ ຈຳປາສັກ ແລະ ມີຜູ້ຕາງໜ້າພະແນກການກ່ຽວຂ້ອງໃນ 4 ແຂວງພາກໃຕ້ເຂົ້າຮ່ວມ ເປັນຈຳນວນຫຼາຍ.
          ຮອງເຈົ້າແຂວງໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນໃນການທາບທາມເພື່ອສັງ ລວມຄວາມຄິດຄວາມເຫັນກ່ຽວກັບບັນ ຫາທີ່ຕິດພັນກັບວຽກງານໂຮງຊວດຈຳ ນຳເພື່ອຈະໄດ້ນຳໄປປັບປຸງໃຫ້ແທດເໝາະກັບຫຼັກການ ແລະ ການຈັດຕັ້ງປະຕິບັດ ຕົວ ຈິງແນໃສ່ເຮັດໃຫ້ເນື້ອໃນຮ່າງດຳລັດດັ່ງກ່າວມີຄວາມຊັດເຈນຮັດກຸມ ແລະ ກວມໄດ້ທຸກບັນຫາ ໂດຍສະເພາະການມີສ່ວນ
ຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງທັງຢູ່ສູນ ກາງແລະທ້ອງຖິ່ນ.
          ທ່ານ ວິໄລມິດ ອັກຄະວົງ ຮອງຫົວຫນ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ ມີຄຳ ເຫັນວ່າ: “ຮ່າງ” ດຳລັດວ່າດ້ວຍໂຮງຊວດຈຳສະບັບປັບປຸງໃໝ່ນີ້ລວມມີ 8 ພາກ, ມີ 45 ມາດຕາທີ່ນຳມາທາບທາມໃນຄັ້ງນີ້
ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ເພື່ອຊຸກຍູ້ເສດ ຖະກິດຂອງຊາດມີການພັດທະນາເຂັ້ມແຂງ, ສ້າງເງື່ອນໄຂອຳນວຍຄວາມສະດວກດຶງດູູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ, ໂຮງຊວດຈຳຍັງມີບົດບາດສຳຄັນເພື່ອຊ່ວຍໃຫ້ປະຊາຊົນສາ ມາດເຂົ້າເຖິງແຫຼ່ງທຶນທີ່ຈຳເປັນໄດ້ ຢ່າງດີອີກດ້ວຍ. ຈາກນັ້ນ ກອງປະຊຸມກໍໄດ້ມີການແລກ ປ່ຽນຄຳຄິດຄຳເຫັນສະເໜີຕໍ່ຄະ ນະວີຊາການເພື່ອນຳໄປປັບປຸງ ເນ້ືອໃນຂອງຮ່າງດຳລັດສະບັບນີ້ມີຄວາມອຸດົມສົມບູນຍິ່ງຂຶ້ນ.

2 comments:

  1. ເຖິງທ່ານ admin
    ຂໍໃຫ້ແກ້ໄຂເນື້ອໃນຂ່າວຄືນໃໝ່.
    ທ່ານ ວິໄລມິດ ອັກຄະວົງ ບໍ່ແມ່ນນັກວິຊາການຈາກກົມຄຸ້ມ ຄອງສະຖາບັນການເງິນທະນາ ຄານແຫ່ງ ສປປ ລາວ, ແຕ່ ທ່ານເປັນ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ

    ReplyDelete
  2. ຂອບໃຈທ່ານຫລາຍໆເດີທີ່ຊ່ວຍແນະນຳ ພວກເຮົາແກ້ໄຂໃຫ້ແລ້ວເດີ

    ReplyDelete