ກອງທຶນຫລຸດຜ່ອນຄວາມທຸກຍາກ ຫລື ເອີ້ນວ່າ (ທລຍ) ໄດ້ຮັບການສ້າງຕັ້ງ ຂຶ້ນໃນເດືອນພຶດສະພາ
2002 ຕາມດຳ ລັດຂອງນາຍົກລັດຖະມົນຕີເລກທີ 73/ນຍ ເປັນອົງການຈັດຕັ້ງໜຶ່ງທີ່ເປັນເຈົ້າຕົນເອງທາງດ້ານການເງິນ
ແລະ ການບໍລິ ຫານຄຸ້ມຄອງທີ່ຂຶ້ນກັບຫ້ອງວ່າການລັດຖະບານ ແລະ ຢູ່ພາຍໃຕ້ການຊີ້ນຳໂດຍກົງ ຂອງຄະນະພັດທະນາຊົນນະບົດ
ແລະ ລຶບລ້າງ ຄວາມທຸກຍາກຂັ້ນສູນກາງ. ທລຍ ໄດ້ຖືກຈັດຕັ້ງຂຶ້ນໂດຍມີຈຸດປະສົງ ເພື່ອ ປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກ
ຢູ່ພື້ນທີ່ບູລິມະສິດຂອງລັດຖະບານໃຫ້ປະສົບຜົນ ສຳເລັດໃນປີ 2015.
ເປົ້າໝາຍຂອງ ທລຍ ແມ່ນເພື່ອເຮັດໃຫ້ຊຸມຊົນໄດ້ເຂົ້າເຖິງການບໍລິການ
ແລະ ສິ່ງອຳນວຍຄວາມສະດວກດ້ານສາທາ ລະນະ ດ້ວຍການກໍ່ສ້າງພື້ນຖານໂຄງລ່າງສຳລັບການພັດທະນາເສດຖະກິດ-ສັງຄົມຢູ່ບັນດາບ້ານແລະເມືອງທີ່ທຸກຍາກທີ່ສຸດ.
ໂດຍຖືເອົາຮູບແບບການພັດທະນາທີ່ມີສ່ວນຮ່ວມຂອງຊຸມຊົນເປັນຫລັກການຕົ້ນຕໍ່,
ມາຮອດປັດຈຸບັນ ທລຍ ໄດ້ສະໜອງ ໂຄງການຍ່ອຍທົ່ວປະເທດເປັນຕົ້ນແມ່ນໂຄງການກໍ່ສ້າງພື້ນຖານໂຄງລ່າງ,
ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນລວມທັງ ສ້າງບັນດາປັດໃຈພື້ນຖານສຳລັບການພັດທະນາເສດຖະກິດ-ສັງຄົມໃນອານາຄົດ.
ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃຫ້ຮູ້ວ່າ:
ການນຳໃຊ້ຮູບແບບ ການມີສ່ວນຮ່ວມຂອງ ທລຍ ໄດ້ຊຸກຍູ້ໃຫ້ຊຸມຊົນເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາທີ່ເປັນສິ່ງກີດຂວາງຕໍ່ການພັດທະນາຂອງພວກເຂົາໂດຍສະເພາະ
ແມ່ນຊຸມຊົນໄດ້ເປັນເຈົ້າການໃນການປະເມີນ ແລະ ກຳນົດບູລິມະສິດໃນສິ່ງທີ່ເຂົາເຈົ້າຕ້ອງການເພື່ອພັດທະນາຊຸມຊົນນັ້ນ
ມັນຈະເຮັດໃຫ້ພວກເຂົາມີວິໄສທັດ ຫລື ເປົ້າໝາຍອັນດຽວກັນໃນການສ້າງອານາຄົດທີ່ດີກວ່າພ້ອມທັງຈະເຮັດໃຫ້ເຂົາເຈົ້າ
ໄດ້ເຮັດວຽກຮ່ວມກັນຢ່າງມີປະສິດທິພາບ. ທຸກຂັ້ນຕອນການຈັດຕັ້ງປະຕິບັດໂຄງການຂອງ ທລຍ ເຊັ່ນ:
ຂັ້ນຕອນການ ວາງແຜນ, ການຈັດຕັ້ງປະຕິບັດ ແລະ ບົວລະບັດຮັກສາໂຄງການລ້ວນແລ້ວແມ່ນວິທີການທີ່ຊ່ວຍສ້າງການຮ່ວມມືພາຍໃນ
ຊຸມຊົນໃຫ້ເກີດຂຶ້ນ ແລະ ເຮັດໃຫ້ເຂົາເຈົ້າມີຄວາມໝັ້ນໃຈຍິ່ງຂຶ້ນວ່າມີແຕ່ການຮ່ວມມືກັນ ເທົ່ານັ້ນ
ຈຶ່ງຈະເຮັດໃຫ້ເຂົາເຈົ້າ ປະສົບຜົນສຳເລັດ ແລະ ກ້າວໜ້າສີວິໄລ, ໂຄງການໃດທີ່ມີການເຂົ້າຮ່ວມຈາກໝົດທຸກຄົນໂຄງ
ການນັ້ນ ຈະສ້າງຜົນປະໂຫຍດ ໃຫ້ແກ່ຊຸມຊົນໄດ້ຫລາຍ ແລະ ຍາວນານກວ່າ ແລະ ວິທີການເຮັດວຽກຂອງ
ທລຍ ແມ່ນຮັບປະກັນໃຫ້ແມ່ຍິງ, ຜູ້ທຸກຍາກ ແລະ ຜູ້ດ້ວຍໂອກາດອື່ນໆໄດ້ເຂົ້າມາມີສ່ວນຮ່ວມຢ່າງເຕັມທີ່.
ໂດຍທຸກຂັ້ນຕອນຂອງແຕ່ລະໂຄງການໄດ້ຊ່ວຍໃຫ້ຊຸມຊົນກຳ ນົດກິດຈະກຳ ແລະ ສ້າງໂຄງການຍ່ອຍຢ່າງເປັນລະບົບເຊິ່ງຄວາມເປັນລະບົບນີ້ເອງໄດ້ສົ່ງຜົນໃຫ້ໂຄງການມີການອອກແບບ
ຢ່າງສົມບູນ, ມີຍຸດທະສາດ ແລະ ຄວາມຍືນຍົງອັນໄດ້ສົ່ງ ຜົນດີຕໍ່ກັບການຍົກລະດັບຊີວິດການເປັນຢູ່,
ສຸຂະພາບ, ການສຶກ ສາ, ຄວາມຕ້ອງການ ແລະ ນຳໃຊ້ຊັບພະຍາກອນຂອງຊຸມຊົນ ສູງຂຶ້ນ. ໂຄງການຍັງໄດ້ເປີດໂອກາດໃຫ້ຊຸມຊົນໄດ້ເຂົ້າເຖິງຕະ
ຫລາດ,ການຜະລິດກະສິກຳທີ່ມີປະສິດທິພາບສູງຂຶ້ນ. ເຊິ່ງນອກຈາກຜ່ານການເຝິກອົບຮົມ, ອຳນວຍຄວາມສະດວກ,
ໃຫ້ຄຳ ປຶກສາ ແລະ ສະໜັບສະໜູນໃນດ້ານວິຊາການແລ້ວ, ທລຍ ຍັງໄດ້ເສີມສ້າງຄວາມສາມາດໃຫ້ແກ່ຊຸມຊົນໃນການວາງແຜນ,
ຄຸ້ມຄອງ ແລະ ກວດກາຄຸນນະພາບຂອງໂຄງການ. ພ້ອມດຽວກັນນີ້, ການສ້າງແຜນພັດທະນາໄລຍະຍາວ ແລະ
ການຈັດ ແບ່ງການຈັດຕັ້ງປະຕິບັດໂຄງການຍ່ອຍອອກເປັນ 4 ຮອບວຽນນັ້ນ ມັນໄດ້ຊ່ວຍໃຫ້ຊຸມຊົນມີຄວາມເຂົ້າໃຈ,
ມີຄວາມສາມາດ ແລະ ຄວາມໝັ້ນໃຈຍິ່ງຂຶ້ນໃນການຈັດຕັ້ງປະຕິບັດໂຄງການ ເຊິ່ງອັນນີ້ມັນເປັນການຮັບປະກັນຄວາມຍືນຍົງຂອງໂຄງການ.
ບົນ ພື້ນຖານຄວາມສຳເລັດຂອງການຈັດຕັ້ງປະຕິບັດໂຄງການ ແລະ ປະສົບການຕົວຈິງມັນໄດ້ຊ່ວຍໃຫ້ຊຸມຊົນມີຄວາມເຂັ້ມແຂງ
ຍິ່ງຂຶ້ນຈົນສາມາດເຮັດໃຫ້ໝົດທຸກ ຄົນພາຍໃນຊຸມຊົນໄດ້ຫລຸດພົ້ນ ອອກຈາກຄວາມທຸກຍາກເທື່ອລະກ້າວ.

No comments:
Post a Comment