Ad

Ad

21 February 2014

ຄຳຕອບທີ່ເບື່ອຟັງ ( ຄໍ​ລ້ຳ ບັນຫາຈານແຍ່ ​)

ໂດຍ : ວິເສດ ສະແຫວງສຶກສາ

      ຢູ່ພາຍໃຕ້ສາຍຄາຄອງປາກກາພາສາສິນມາຍາວນານກວ່າ 3 ທົດສະວັດ ຈານແຍ່ສັງເກດເຫັນວ່າມີຄຳຖາມໜຶ່ງທີ່ຕອບບໍ່ ສຸດເປັນຈັກເທື່ອ. ເປັນການຖາມ-ຕອບທີ່ຊ້ຳຊາກ, ຖາມແລ້ວຕອບ-ຕອບແລ້ວຖາມ. ຄຳຖາມທີ່ໜ້າເບື່ອນັ້ນມີຢູ່ວ່າ: “ດຽວນີ້ ສະຫາຍຍັງຂຽນຢູ່ບໍ?” ແລະ ຄຳຕອບທີ່ໄດ້ຮັບກໍແມ່ນ “ບໍ່ມີເວລາ, ມີເວລາດີໆກ່ອນເຮົາຊິຂຽນ, ດຽວນີ້ເຮົາສະສົມເລື່ອງດີໆ ໄວ້ເປັນຈຳນວນຫລວງຫລາຍ...” ຄຳຕອບໃນລັກສະນະດຽວກັນນີ້ອີກອັນໜຶ່ງກໍແມ່ນ “ເວລາເຮົາເຂົ້າບຳນານເຮົາຊິອຸທິດຊີວິດ ໃຫ້ປາຍປາກກາ”.
      ລຸນໆມານີ້ ຄຳຕອບທີ່ວ່າ: “ລໍຖ້າຮອດເຂົ້າບຳນານກ່ອນ ເຮົາຈຶ່ງຊິຂຽນ” ມັກຈະໄດ້ຍິນຖີ່ ຂຶ້ນ.
      ທີ່ຈານແຍ່ຍົກບັນຫານີ້ຂຶ້ນມາເວົ້າຄືນອີກເທື່ອໜຶ່ງກໍເພາະວ່າ ຕະຫລອດ 30 ກວ່າປີຜ່ານມາ ຈານແຍ່ຍັງບໍ່ທັນເຄີຍເຫັນ ໃຜຈັກຄົນທີ່ບອກວ່າ: “ລໍຖ້າເຂົ້າບຳນານກ່ອນ” ໄດ້ຫວນຢ້ອນມາຈັບປາກກາຄືນໃໝ່, ທັງໝົດທີ່ປະປາກກາແລ້ວ ກໍປະໄປ ເລີຍ, ສ່ວນພວກທີ່ເຂົ້າບຳນານແລ້ວແຕ່ຍັງສືບຕໍ່ຂຽນຢູ່ນັ້ນ ພວກເພິ່ນບໍ່ເຄີຍເວົ້າຈັກເທື່ອວ່າ: ລໍຖ້າເຂົ້າ ບຳນານກ່ອນຈຶ່ງຊິ
ຂຽນ. ທ່ານ ຈັນທອນ ທ່ຽງເທບວົງສາ, ທ່ານ ພູນ ຄຳມູນເຮືອງ, ທ່ານ ຫຸມພັນ ລັດຕະນະວົງ, ທ່ານນາງ ດາລາ ກັນລະຍາ, ທ່ານນາງ ດວງ ເດືອນ ບຸນຍາວົງ, ທ່ານ ດຣ. ທອງຄຳ ອ່ອນມະນີສອນ, ທ່ານ ມະຫາບຸນມີ ເທບສີເມືອງ ແລະ ທ່ານອື່ນໆ
ພວກເພິ່ນຂຽນມາຕະຫລອດເວລາ ຕອນຍັງເປັນພະນັກງານໜຸ່ມແໜ້ນ ກໍຄືເວລາພວກເພິ່ນເຂົ້າບຳນານ, ພວກເພິ່ນເຄີຍຂຽນ ແນວໃດ ມາຮອດປັດຈຸບັນກໍຍັງສືບຕໍ່ຂຽນແນວນັ້ນ ເພາະພວກເພິ່ນຖືວ່າປາຍປາກການັ້ນເຂົ້າບຳນານບໍ່ເປັນຈັກເທື່ອ, ປາກກາ ປາກໃດຍອມເຂົ້າບຳນານມັນກໍຈະບຳນານເລີຍ, ຈະລຸກຂຶ້ນມາອີກບໍ່ໄດ້ເພາະມັນຈະຖືກຂີ້ໝ້ຽງກັດຈົນປູ້, ລຸກຂຶ້ນມາກໍສູ້ຄົນ ອື່ນບໍ່ໄດ້.
      ການລໍຖ້າເຂົ້າບຳນານກ່ອນຈຶ່ງຂຽນນັ້ນ, ມີບາງຄຳເຫັນວ່າເປັນການດີ ເພາະຜູ້ຂຽນຈະມີເວລາຫລາຍ ຍ້ອນໄດ້ປົດປ່ອຍ ອອກຈາກວຽກງານລັດຖະການ. ນອກນັ້ນ ກໍຍັງມີປະສົບການຊີວິດ, ມີບົດຮຽນ, ມີຄວາມທຸ່ນທ່ຽງບໍ່ງ່ຽງຊ້າຍງ່ຽງຂວາ, ບໍ່ ຮ້ອນຮົນ, ມີອາລົມ ເຊິ່ງຈະເຮັດໃຫ້ບົດຊຽນບໍ່ຜິດພາດໄດ້ ອັນນັ້ນແມ່ນເບື້ອງດີ, ແຕ່ເບື້ອງສິ່ງທ້າ ທາຍນັ້ນກໍມີຫລາຍບໍ່ແມ່ນ ຂອງຢອກເຊັ່ນ: ເມື່ອເຂົ້າບຳນານແລ້ວ ສຸຂະພາບອາດຈະບໍ່ເປັນໃຈ, ປາຍປາກກາຈະປູ້ເພາະປະໄວ້ເຫິງ, ການເຂົ້າສັງຄົມພົບ ປະສັງສັນ ເພື່ອຊອກຮູ້ສັງຄົມອາດເຮັດໄດ້ໜ້ອຍ ຍ້ອນອາຍຸ. ເມື່ອບໍ່ໄດ້ເຂົ້າສັງຄົມກໍຕ້ອງອາໄສແຕ່ມູນເກົ່າມາຂຽນເລີຍຂາດສິ່ງ ສົດໆໃໝ່ໆ. ນອກຈາກນັ້ນ ຖ້າເຮົາຂຽນສັ່ງສອນແນະນຳສິ່ງທີ່ຕົນເອງເຮັດບໍ່ໄດ້ເວລາຍັງຢູ່ໃນຊຸດລັດຖະການນັ້ນ, ຜູ້ອ່ານກໍຈະ ເບະສົບໃສ່ ແລະ ອາດລັກດ່າວ່າ: “ເມື່ອເວລາຍັງເປັນນາຍຢູ່ຄືບໍ່ເຮັດບັດນີ້ຍັງມີໜ້າມາສອນຄົນອື່ນອີກນໍ”.
      ຈານແຍ່ວ່າດີທີ່ສຸດຄວນຂຽນດຽວນີ້, ຂຽນເວລາເຮົາຍັງຢູ່ໃນຕຳແໜ່ງໜ້າທີ່ນີ້ລະ.

No comments:

Post a Comment