ຜູ້ທີ່ໄດ້ຮັບລາງວັນໃນການປະກວດຮູບແຕ້ມໃນຄັ້ງນີ້
ໃນປະເພດອາຍຸຕ່ຳກ່ວາ 8ປີມີ: ລາງວັນທີ 1ໄດ້ແກ່: ນາງ ກອງເງິນ ໄຊຍະເພັດ ອາຍຸ
7ປີ ມາຈາກໂຮງຮຽນປະຖົມສຸນັນທາ, ແຂວງສະຫວັນນະເຂດ ; ລາງວັນທີ 2ໄດ້ແກ່: ທ້າວ
ພູມິກອນ ສີລາ
ສາ ອາຍຸ 7ປີ ມາຈາກໂຮງຮຽນແສງດາລາ; ລາງວັນທີ 3ໄດ້ແກ່: ທ້າວອັດສະດາ
ວິລາວົງ ອາຍຸ 7ປີ ມາຈາກໂຮງຮຽນ ສີວັດທະນາ. ປະເພດອາຍຸ 8-11ປີມີ: ລາງວັນທີ 1ໄດ້ແກ່:
ທ້າວ ໄຊສັກສິດ ວົງສັກ ອາຍຸ 11ປີ ມາຈາກໂຮງຮຽນເພຍວັດ; ລາງວັນທີ 2ໄດ້ແກ່: ນາງ
ປານອມຄຳ ສີຫາພອນ, ອາຍຸ 11ປີ, ມາຈາກໂຮງຮຽນແສງວິໄລ; ລາງວັນທີ 3ໄດ້ແກ່: ທ້າວ
ອະພິສິດ ທຳມະວົງສາ ອາຍຸ 11ປີ ມາຈາກໂຮງຮຽນຊ້າງນ້ອຍ. ປະເພດອາຍຸ 12-15 ປີມີ: ລາງ
ວັນທີ 1ໄດ້ແກ່: ນາງ Rynne Venice Cua, ອາຍຸ 13ປີ ມາຈາກໂຮງຮຽນແສງດາລາ; ລາງວັນທີ
2ໄດ້ແກ່: ທ້າວ ສອນເພັດ ອຸ່ນນະລາດ ອາຍຸ 14ປີ ມາຈາກໂຮງຮຽນຫ້ອມສະຫວັນ; ລາງວັນທີ
3ໄດ້ແກ່: ທ້າວ ພອນປະເສີດ ແສງມະນີວົງ ອາຍຸ 15ປີ ມາຈາກໂຮງຮຽນເພຍວັດ. ສຳລັບລາງວັນທີ
1 ໄດ້ຮັບເງິນສົດ 5 ລ້ານກີບ, ລາງວັນທີ 2 ໄດ້ຮັບເງິນສົດ: 3,75 ລ້ານກີບ ແລະ ລາງວັນທີ
3 ແມ່ນໄດ້ຮັບເງິນສົດ 2,5 ລ້ານກີບ, ພ້ອມກັນນັ້ນ ນ້ອງໆຍັງຈະໄດ້ຮັບທືນຮຽນສິລະປະ,
ໃບຍ້ອງຍໍ ແລະ ຂັນລາງວັນ. ເຊິ່ງຜົນງານຂອງຜູ້ຊະນະເລີດທັງໝົດ 9 ຮູບນີ້ ຍັງຈະຖືກສົ່ງເຂົ້າປະກວດໃນລະດັບສາກົນທີ່ປະເທດຍີ່ປຸ່ນ,
ຖ້າຜົນງານຫາກຕິດອັນດັບ 1 ໃນ 3 ກໍຈະໄດ້ເດີນທາງໄປຮັບເອົາລາງວັນດ້ວຍຕົນເອງທີ່ປະເທດຍີ່ປຸ່ນໃນເດືອນສິງຫາ
2014 ນີ້ອີກ.
ທ່ານ ກຳພົນ
ເອກເມທີພັນກ່າວວ່າ: ຈຸດປະສົງໃນງານຄັ້ງນີ້ແມ່ນຢາກສົ່ງເສີມການພັດທະນາເຍົາວະຊົນໃນລາວໃຫ້ມີຄວາມຮູ້ຄວາມສາມາດເພີ້ມຂື້ນ,
ໂດຍການປະກວດຮູບແຕ້ມ ແລະ ສິລະປະ. ໃນສ່ວນຂອງສິລະປະ ພວກເຮົາຢາກໃຫ້ເຍົາວະຊົນລາວມີຄວາມຄິດສ້າງສັນທຽບເທົ່າລະດັບສາກົນ
ແລະ ຈະສ້າງໂອກາດໃຫ້ກັບເຍົາວະຊົນລາວຕໍ່ໆໄປ.

No comments:
Post a Comment