Ad

Ad

21 February 2014

ຍ້ອນຫຍັງໄຟຟ້າລັດວົງຈອນຈຶ່ງມັກເປັນສາເຫດຕົ້ນຕໍຂອງການເກີດອັກຄີໄພ



     ທຸກຄັ້ງເມື່ອເກີດເຫດການໄຟໄໝ້ອາຄານເຮືອນຊານບ້ານຊ່ອງຕ່າງໆ ແນ່ນອນວ່າສິ່ງທີ່ສົນໃຈກໍແມ່ນສາເຫດຂອງການເກີດ ອັກຄີໄພວ່າເປັນຍ້ອນຫຍັງ ?, ແຕ່ສະຖິຕິອັກຄີໄພທີ່ເກີດຂຶ້ນໃນປີ 2013 ຂອງກົມຕຳ ຫລວດສະກັດ ກັ້ນ ແລະ ຕ້ານອັກຄີໄພ ລະບຸວ່າ: ອັກຄີໄພທີ່ເກີດຂຶ້ນສ່ວນຫລາຍແມ່ນໄຟຟ້າລັດວົງຈອນ.
     ກົມຕຳຫລວດດັ່ງກ່າວ ລາຍງານວ່າ: ໃນປີ 2013 ມີອັກຄີໄພເກີດຂຶ້ນ 144 ຄັ້ງ, ເຜົາຜານເຮືອນໄປ ທັງໝົດ 171 ຫລັງ, ຮ້ານຂາຍເຄື່ອງ 45 ແຫ່ງ, ສາງເກັບເຄື່ອງ 2 ແຫ່ງ,ໂຮງຮຽນ 2 ຫລັງ,ໂຮງໝໍ 1 ແຫ່ງ ແລະ ອື່ນໆ, ລວມມີມູນຄ່າເສຍຫາຍ ຫລາຍກວ່າ 30 ຕື້ກີບ ໃນນັ້ນມີ 74 ຄັ້ງ ເຈົ້າໜ້າທີ່ສາມາດສືບສວນຮູ້ວ່າແມ່ນເກີດຈາກໄຟຟ້າ ລັດວົງຈອນ, ສ່ວນທີ່ເຫລືອ ແມ່ນເກີດຈາກຄວາມປະໝາດຂາດສະຕິໃນການດັງໄຟແຕ່ງຢູ່ຄົວກິນ, ໄຕ້ທູບທຽນບູ ຊາ, ຈູດຂີ້ເຫຍື້ອ ແລະ ອື່ນໆ.
     ຊື່ງຜ່ານມາມີຫລາຍຄົນຕັ້ງຄຳຖາມວ່າ: ຖ້າເກີດຈາກໄຟຟ້າລັດວົງຈອນ ແມ່ນຈະເອົາຜິດນຳໃຜ ? ຄຳຖາມນີ້ອາດຕອບໄດ້
ຍາກ ເພາະວ່າກໍລະນີໄຟຟ້າລັດວົງຈອນແມ່ນອຸປະຕິເຫດທີ່ມີຜົນຈາກຫລາຍສາເຫດບາງຄັ້ງອາດເກີດຈາກ ກະແສໄຟຟ້າມາ
ບໍ່ປົກກະຕິ ຫລື ການໃຊ້ໄຟເກີນຂະໜາດ ຫລື ອຸປະກອນ ແລະ ສາຍໄຟຕ່າງໆຢູ່ພາຍໃນເຮືອນມີສະພາບເກົ່າແກ່ຈົນເກີດ ການຮົ່ວໄຫລຂອງກະແສໄຟ,ອາດສົ່ງຜົນໃຫ້ເກີດໄຟໄໝ້ໃນທີ່ສຸດ. ສະນັ້ນ ເພື່ອບໍ່ໃຫ້ສິ່ງທີ່ບໍ່ ເພິ່ງປາດຖະໜາດັ່ງກ່າວເກີດຂຶ້ນ ພວກເຮົາຕ້ອງມີສະຕິລະວັງຕົວໃນການຊົມໃຊ້ຟືນໄຟ ໂດຍສະເພາະຕ້ອງໝັ່ນ ກວດກາສາຍໄຟຢູ່ພາຍໃນເຮືອນເປັນປະຈຳ, ຖ້າເຫັນວ່າມີສະພາບເກົ່າແກ່ບໍ່ຮັບປະກັນໃນຄວາມປອດໄພກໍຮີບ ຮ້ອນສ້ອມແປງ,ປ່ຽນຖ່າຍ. ນອກຈາກນີ້ ການມີບັ້ງດັບ ເພີງປະຈຳເຮືອນກໍອາດສາມາດຊ່ວຍໃນການດັບມອດໄຟ ໃນກໍລະນີສຸກເສີນ, ເພື່ອຮັບປະກັນໃຫ້ເຮືອນຊານຊັບສິນຂອງ ທ່ານບໍ່ໝົດກ້ຽງຍ້ອນຄຳວ່າ:“ໄຟຟ້າລັດວົງຈອນ”.

No comments:

Post a Comment