ໃນແຈ້ງການໄດ້ແນະນຳໄປຍັງຂະແໜງລ້ຽງສັດ ແລະ ການປະມົງຂອງທຸກແຂວງ ແລະ ນະຄອນຫຼວງໃຫ້ປະສານ
ສົມທົບກັບຂະແໜງການສາຍຕັ້ງຂອງຕົນໃນຂັ້ນເມືອງ,
ສັດຕະວະແພດບ້ານ ແລະ ຂະແໜງການກ່ຽວຂ້ອງໃຫ້ລົງເລິກ
ແນະນຳຜູ້ປະກອບການຕະຫຼອດປະຊາຊົນບັນດາເຜົ່າ
ເອົາໃຈໃສ່ໃນການດູແລຮັກສາສຸຂະພາບສັດປີກຂອງຕົນຢ່າງໃກ້ສິດ, ຖ້າມີສັດເຈັບໃຫ້ແຍກອອກຈາກສັດທີ່ແຂງແຮງ
ແລະ ທຳການປິ່ນປົວຕາມອາການ, ໃນກໍລະ ນີມີສັດຕາຍໃຫ້ກຳຈັດຊາກສັດທີ່ຕາຍໃຫ້ຖືກຫຼັກວິຊາການດ້ວຍການຝັງຫຼືເຜົາ,
ແລ້ວຂ້າເຊື້ອບໍລິເວນທີ່ມີສັດປີກ ຕາຍດ້ວຍການເອົາປູນຂາວມາຫວ່ານໃສ່,
ຫ້າມຖີ້ມຊາກສັດທີ່ຕາຍຊະຊາຍຢ່າງເດັດຂາດ; ໃນເວລາມີສັດຕາຍເປັນຈຳນວນຫຼາຍໂດຍບໍ່ຮູ້ສາເຫດໃນຟາມ,
ໃນບ້ານຂອງທ່ານໃຫ້ແຈ້ງໄປຍັງສັດຕະວະແພດເມືອງເພື່ອຂໍຄວາມເຫັນ ແລະ ຊ່ວຍເຫຼືອຢ່າງທັນການ.
ຫົວໜ້າກົມລ້ຽງສັດ
ແລະ ການປະມົງຍັງໄດ້ແຈ້ງໃຫ້ຂະແໜງລ້ຽງສັດ ແລະ ການປະມົງແຂວງ ແລະ ໜ່ວຍງານລ້ຽງສັດ
ສັດຕະວະແພດເມືອງທີ່ມີຊາຍແດນຕິດກັບປະເທດອ້ອມຂ້າງຈົ່ງໄດ້ເອົາໃຈໃສ່ໃນການກວດກາຢ່າງເຄັ່ງຄັດຂອງການນຳເຂົ້າ
ແລະ ສົ່ງອອກ ຂອງສັດປີກ ແລະ ຜະລິດຕະພັນສັດປີກ ໂດຍສະເພາະແມ່ນການກວດກາຫາເອກະສານອະນຸຍາດນຳເຂົ້າ
ແລະ ສົ່ງອອກຢ່າງເປັນທາງການ ເພື່ອມີຄວາມໝັ້ນໃຈວ່າ ສັດປີກ ແລະ ຜະລິດຕະພັນດັ່ງກ່າວມາຈາກແຫຼ່ງທີ່ບໍ່ມີການລະບາດ,
ຫາກມີການລະ ເມີດການນຳເຂົ້າແບບບໍ່ຖືກຕ້ອງໃຫ້ຮີບຮ້ອນສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງເຊັ່ນ:
ຫ້ອງການກະສິກຳປ່າໄມ້ເມືອງ, ຂະແໜງລ້ຽງສັດ ແລະ ການປະມົງແຂວງ ເພື່ອປະຕິບັດຕາມລະບຽບທີ່ກຳນົດໄວ້,
ສ່ວນຜູ້ລະເມີດແມ່ນໃຫ້ມີການກ່າວເຕືອນ, ປັບໄໝຫຼືດຳເນີນຄະດີຕາມກໍລະນີໜັກຫຼືເບົາ.
ກ່ອນໜ້ານີ້ໃນປີ
2013 ອົງການພາຍຸສັດສາກົນກໍໄດ້ລາຍງານກ່ຽວກັບການຄົ້ນພົບການລະບາດຂອງພະຍາດໄຂ້ຫວັດສັດປີກຊະນິດ
H7N9 ຢູ່ ສປ ຈີນ ຕຶ່ມອີກ, ພະຍາດດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ ແລະ
ມີທ່າແຜ່ຂະຫຍາຍອອກສູ່ວົງກວ້າງຕໍ່ກັບບັນຫາພະຍາດໄຂ້ຫວັດສັດປີກ ທັງສອງສາຍພັນຍັງມີຄວາມສ່ຽງ
ແລະ ເປັນໄພຂົ່ມຂູ່ຕໍ່ ສປປ ລາວເຊັ່ນດຽວກັນ ເນື່ອງຈາກວ່າ ລາວເຄີຍມີການລະບາດ
ສາຍພັນ H5N1 ແລະ ຍັງມີການແລກປ່ຽນການຄ້າຂາຍສັດປີກຮ່ວມກັນ.

No comments:
Post a Comment