ທ່ານ ດຣ
ສົມບຸນ ມະໂນລົມ ຜູ້ອຳນວຍການ ລຮລ ໄດ້ລາຍງານກ່ຽວກັບຜົນສຳເລັດໃນການຈັດຕັ້ງປະຕິບັດ
ແຜນການປີ 2013, ໂດຍສະເພາະແມ່ນການຈັດ ຕັ້ງປະຕິບັດວຽກງານພາຍຫລັງທີ່ ລຮລ ເຂົ້າຮ່ວມຖືຮຸ້ນ,ຊຶ່ງມີກຳລັງຕິດຕັ້ງທັງໝົດ
3.658 MW,ມູນຄ່າການລົງທຶນປະມານ
6.899 ລ້ານໂດລາສະຫະລັດ. ໃນນັ້ນ ລຮລ ຮ່ວມລົງທຶນປະມານ 537,14 ລ້ານໂດລາສະຫະລັດ ແລະ ໃນປີ 2013 ຜ່ານ
ມາ ລຮລ ໄດ້ຮັບເງິນປັນຜົນຈາກໂຄງການໄຟຟ້ານ້ຳເທີນ
2 ຈຳນວນ 30,83 ລ້ານໂດລາສະຫະລັດ, ລື່ນຄາດໝາຍຫຼາຍກວ່າ ໜຶ່ງເທົ່າໂຕ, ຊຶ່ງໃນນີ້ມີເງິນປັນຜົນປົກກະຕິ
13,52 ລ້ານໂດລາສະຫະລັດ ແລະ ເງິນປັນຜົນພິເສດ 17,31 ລ້ານໂດລາສະຫະ ລັດທີ່ໄດ້ຮັບຈາກບັນຊີສະສົມເງິນແຮ່
ເພື່ອຊຳລະໜີ້ເງິນກູ້ຂອງບໍລິສັດໄຟຟ້ານ້ຳເທີນ 2 ຈຳກັດ (NTPC) .ຄຽງຄູ່ກັນນັ້ນ, ລຮລ
ໄດ້ຊຳລະຕົ້ນທຶນ ແລະ ດອກເບ້ຍໃຫ້ກະຊວງການເງິນຕາມສັນຍາກູ້ຢືມຈຳນວນ 4,78
ລ້ານໂດລາສະຫະລັດ,ພ້ອມທັງໄດ້ມອບພັນທະອາກອນຕ່າງໆຕາມກົດໝາຍໃຫ້ແກ່ກະຊວງການເງິນ
ຈຳນວນ 19,55 ລ້ານໂດລາສະຫະລັດ.6.899 ລ້ານໂດລາສະຫະລັດ. ໃນນັ້ນ ລຮລ ຮ່ວມລົງທຶນປະມານ 537,14 ລ້ານໂດລາສະຫະລັດ ແລະ ໃນປີ 2013 ຜ່ານ
ສຳລັບໂຄງການໄຟຟ້າຄວາມຮ້ອນຫົງສາທີ່ມີກຳລັງຕິດຕັ້ງ
1.878 MW ແມ່ນໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການມາແຕ່ທ້າຍປີ 2010 ມາຮອດທ້າຍປີ
2013 ການກໍ່ສ້າງສາມາດປະຕິບັດໄດ້ແລ້ວ 77,6%.ໂດຍມີເຄື່ອງຈັກຜະລິດໄຟຟ້າ 3 ໜ່ວຍ
ຊຶ່ງໜ່ວຍທີ 1 ຈະຜະລິດໄຟຟ້າ ໃນເດືອນພຶດສະພາ 2015,ໜ່ວຍທີ 2 ໃນເດືອນຕຸລາ 2015
ແລະ ໜ່ວຍທີ 3 ໃນເດືອນກຸມພາ 2016 ເພື່ອຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ
(EGAT) ຈຳນວນ 1.473 MW ແລະ ລັດວິສາຫະກິດໄຟຟ້າລາວ (EDL) ຈຳນວນ 100 MW. ສ່ວນໂຄງການໄຟຟ້າເຊປຽນ-ເຊນ້ຳນ້ອຍ
ກໍ່ມີຄວາມຄືບໜ້າຫຼາຍ ເຊິ່ງໄດ້ບັນລຸການເຊັນສັນຍາຕ່າງໆເຊັ່ນ: ສັນຍາເຊົ່າທີ່ດິນກັບລັດຖະ
ບານ, ສັນຍາຊື້-ຂາຍໄຟຟ້າກັບ EGAT ແລະ EDL ແລະ ສັນຍາຮັບເໝົາກໍ່ສ້າງ. ພິເສດໂຄງການໄດ້ສຳເລັດການລະດົມທຶນໃນວັນທີ
4 ກຸມພາ 2014 ຜ່ານມານີ້ ແລະ ໄດ້ເລີ່ມການກໍ່ສ້າງຢ່າງເຕັມຮູບແບບ. ສຳລັບໂຄງການໄຟຟ້ານ້ຳງຽບ 1 ກໍ່ບັນລຸການເຊັນສັນຍາຜູ້ຖືຮຸ້ນ,
ສ້າງຕັ້ງບໍລິສັດໂຄງການ,ເຊັນສັນຍາສຳປະທານກັບລັດຖະບານ, ສັນຍາຊື້-ຂາຍໄຟຟ້າກັບ
EGAT ແລະ EDL ແລະ ສັນຍາຮັບເໝົາກໍ່ສ້າງເປັນຕົ້ນ.
ປັດຈຸບັນ
ໂຄງການກຳລັງສືບຕໍ່ດ້ານວຽກງານສິ່ງແວດລ້ອມ-ສັງຄົມ ແລະ ການລະດົມທຶນ. ເພື່ອມາກໍ່ສ້າງໂຄງການ,
ຊຶ່ງຕາມແຜນແລ້ວແມ່ນຈະໃຫ້ສຳເລັດໃນເດືອນ 7 ປີ 2014 ຈາກນັ້ນ ກໍ່ຈະເລີ່ມລົງມືກໍ່ສ້າງຢ່າງເປັນທາງການ.ສະຫຼຸບລວມແລ້ວ,
ການເຄື່ອນໄຫວທຸລະກິດຂອງ ລຮລ ໃນປີ 2013 ແມ່ນປະສົບຜົນສຳເລັດຢ່າງຈົບງາມ
ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຂາຮຸ້ນຕ່າງປະເທດ, ສະຖາບັນການເງິນສາກົນ
ລວມທັງບັນດາທະນາຄານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດເປັນຢ່າງດີ. ສຳລັບທິດທາງ-ແຜນການປີ
2014, ລຮລ ຈະສືບຕໍ່ບຸກບືນສູ້ຊົນປະຕິບັດໜ້າທີ່ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ
ລວມທັງການດຳເນີນທຸລະກິດຂີ້ເທົ່າລອຍ (Fly Ash Business) ໃນໂຄງການໄຟຟ້າຄວາມຮ້ອນຫົງສາ
ເພື່ອພັດທະນາທຸລະກິດຂອງ ລຮລ ໃຫ້ເຕີບໃຫຍ່ເຂັ້ມແຂງ, ມີຜົນສຳເລັດຫຼາຍກວ່າເກົ່າ
ແລະ ເພື່ອປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຂອງລັດເພີ່ມຂຶ້ນໃນແຕ່ລະປີ.

No comments:
Post a Comment