ທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ການເຂົ້າເປັນ ປະຊາຄົມເສດຖະກິດອາຊຽນ (AEC) ໃນປີ
2015 ແມ່ນຂະບວນການທີ່ມີຄວາມສຳຄັນ
ທີ່ຮຽກຮ້ອງເຖິງການ ຮ່ວມມື, ການປະສານງານລະຫວ່າງພາກລັດດ້ວຍກັນ,ລັດກັບພາກທຸລະກິດ ແລະ ການຮ່ວມມືກັບປະ
ເທດສະມາ ຊິກອາຊຽນ ເພື່ອເຮັດການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວກາຍເປັນເສົ້າຄ້ຳທາງເສດຖະກິດຂອງປະເທດ
ທີ່ຍືນຍົງ,ສ້າງລາຍຮັບເປັນເງິນຕາ ເຂົ້າປະເທດໃຫ້ນັບມື້ເພີ່ມຂຶ້ນ, ປະກອບສ່ວນເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມ ທຸກຍາກຕາມນະໂຍບາຍຂອງ ພັກ-ລັດຖະບານກຳນົດໄວ້.ທີ່ຮຽກຮ້ອງເຖິງການ ຮ່ວມມື, ການປະສານງານລະຫວ່າງພາກລັດດ້ວຍກັນ,ລັດກັບພາກທຸລະກິດ ແລະ ການຮ່ວມມືກັບປະ
ເທດສະມາ ຊິກອາຊຽນ ເພື່ອເຮັດການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວກາຍເປັນເສົ້າຄ້ຳທາງເສດຖະກິດຂອງປະເທດ
ເພື່ອບັນລຸເປົ້າໝາຍສ້າງແຫລ່ງທ່ອງທ່ຽວບັນດາປະເທດສະມາຊິກອາຊຽນ
ໃຫ້ເປັນໜຶ່ງດຽວກັນນັ້ນ ໄລຍະຜ່ານ ມາ, ຂະແໜງທ່ອງທ່ຽວໄດ້ມີການປຶກສາຫາລືບັນດາມາດຕະການຫລາຍດ້ານ
ທີ່ເປັນນະໂຍບາຍ ແລະ ຫລັກການ ໂດຍການ ຍົກເວັ້ນວີຊາ ເພື່ອອຳນວຍຄວາມສະດວກໃຫ້ແກ່ການເດີນທາງເຂົ້າ-ອອກ
ຂອງພົນລະເມືອງບັນດາປະ ເທດສະມາຊິກອາ ຊຽນ,ສົ່ງເສີມອຸດສາຫະກຳການທ່ອງທ່ຽວຄົບວົງຈອນ ເພື່ອເຊື່ອມໂຍງແລວເສດຖະກິດໃນພາກພື້ນໃຫ້ເປັນເສັ້ນທາງທ່ອງ ທ່ຽວ,ໄດ້ສຸມໃສ່ສ້າງບັນດານິຕິກຳຈຳນວນໜຶ່ງທີ່ສຳຄັນຄື: ແຜນຍຸດທະສາດການທ່ອງ
ທ່ຽວອາຊຽນ 2011-2015,ສັນຍາ ທ່ອງທ່ຽວອາຊຽນ 2002 ແລະ ສັນຍາຮັບຮູ້ເຊິ່ງກັນ ແລະ ກັນ, ວິຊາຊີບ
ທ່ອງທ່ຽວອາຊຽນ 2009 ເປັນຕົ້ນ. ຊຶ່ງເອກະ ສານເຫລົ່ານັ້ນ ໄດ້ກາຍເປັນບ່ອນອີງໃນການຜັນຂະຫຍາຍແຜນການ
ຮ່ວມມືດ້ານການທ່ອງທ່ຽວອາຊຽນ ແລະ ສ້າງເງື່ອນ ໄຂກ້າວໄປສູ່ປະຊາຄົມເສດຖະກິດອາຊຽນໃນປີ
2015.
ສຳລັບຜົນປະໂຫຍດໃນການເຂົ້າ AEC ແມ່ນເປັນການສ້າງໂອກາດໃຫ້
ສ ປປ ລາວ ເຊື່ອມຕໍ່ທາງດ້ານຄົມມະນາຄົມ ກັບບັນດາປະເທດໃກ້ຄຽງ,ບັນດາປະເທດອາຊຽນ ແລະ ພາກພື້ນອື່ນໆ
ເພື່ອອຳນວຍຄວາມສະດວກໃຫ້ແກ່ ການຄ້າ, ການ ບໍລິການ, ການລົງທຶນ, ການໄປມາຫາສູ່ຂອງປະຊາຊົນ
ແລະ ຈະສາມາດດຶງດູດນັກທ່ອງທ່ຽວສາກົນເຂົ້າປະເທດເພີ່ມຂຶ້ນ ໃນແຕ່ລະປີ. ຊຶ່ງສະແດງໃຫ້ເຫັນການເພີ່ມຂຶ້ນຂອງນັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມລາວໃນປີ
2013 ມີ 3,7 ລ້ານກວ່າ ຄົນ,ສ້າງລາຍຮັບເຂົ້າປະເທດ 595 ລ້ານກວ່າໂດລາສະຫະລັດ ເພີ່ມຂຶ້ນຈາກປີ
2012 ປະມານ 13% ເຮັດໃຫ້ທຸລະກິດການ ທ່ອງທ່ຽວ ໄດ້ມີການຂະຫຍາຍຕົວຢ່າງໄວວາ.ມາຮອດປະຈຸບັນ
ທົ່ວປະເທດ ມີບໍລິສັດນຳທ່ຽວ 290 ບໍລິສັດ, ໂຮງແຮມ, ເຮືອນພັກ 2.252 ແຫ່ງ ອັນໄດ້ສ້າງວຽກເຮັດງານທຳ
ແລະ ກະຈາຍ ລາຍໄດ້ໃຫ້ສັງຄົມ, ຊຸກຍູ້ຂະແໜງການອ້ອມຂ້າງໃຫ້ມີ ການພັດທະນາໄປພ້ອມໆກັນ,ປະກອບສ່ວນເຂົ້າໃນການ
ລຶບລ້າງຄວາມທຸກຍາກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

No comments:
Post a Comment