Ad

Ad

21 February 2014

ທ່ານ​ນາຍົກ​ລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຢ້ຽມຢາມ ສ.ສິງກະ​ໂປ ​ຢ່າງ​ເປັນ​ທາງ​ການ



ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ທ່ານ ລີ​ຊຽນລຸງ ນາຍົກລັດຖະມົນຕີ​ແຫ່ງ​ສາ​ທາ​ລະນະ​ລັດ​ສິງກະ​ໂປ ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ກຸມພາ​ນີ້, ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ພ້ອມ​ຄະນະໄດ້​ເດີນທາງ​ຈາກ​ນະຄອນຫຼວງ ວຽງຈັນ​ດ້ວຍ​ເຄື່ອງ​ບິນ​ພິ​ເສດ​ຂອງ​ສາຍ​ການ​ບິນ​ລາວ​ໄປຢ້ຽມຢາມ ສ.ສິງກະ​ໂປ
ຢ່າງ​ເປັນ​ທາງ ການ ໃນ​ລະຫວ່າງ​ວັນ​ທີ 20-21 ກຸມພາ 2014 ນີ້.
    ໃນ​ມື້ທຳ​ອິດ​ຂອງ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການສິງກະ​ໂປ​ຂອງ​ທ່ານນາຍົກລັດ ຖະມົນຕີ ທອງສິງ ທຳ​ມະ​ວົງ ​ແລະ ຄະນະ,​ ເມື່ອ​ເດີນທາງ​ເຖິງ​ສະໜາມບິນ​ສາກົນ​ຈາງ​ຈີ ຂອງ​ສິງກະ​ໂປ​ຄະນະ​ຜູ້​ແທນ​ຂັ້ນສູງ​
ຂອງ​ລາວ​ເຮົາ​ໄດ້​ຮັບ​ການ​ຕ້ອນຮັບ​ໂດຍ​ທ່ານ ລິ​ມຊີ​ເຊ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມ​ົນຕີ​ໃນ​ຖານະ​ລັດຖະ
ມົນຕີ​ກຽດຕິ​ຍົດ​ ພ້ອມ​ດ້ວຍ​ເຈົ້າໜ້າທີ່​ລະດັບ​ສູງ​ຂອງ ສິງກະ​ໂປ ​ແລະ ພະນັກງານ​ສະຖານທູດ​ລາວ​ປະຈຳ​ສິງກະ​ໂປ. ຈາກ​ນັ້ນ ລັດຖະມົນຕີ​ກຽດຕິ​ຍົດ​ ​ໄດ້​ນຳພາ​ທ່ານ​ນາຍົກລັດຖະມົນຕີພ້ອມຄະນະ​ອອກ​ເດີນທາງ​ຈາກ​ສະໜາມບິນ​ໄປ​ຍັງ​ທີ່​ພັກ; ​ເວລາ​ຕໍ່ມາ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ສະ​ຖາ​ບັນ​ສຶກສາ​ດ້ານ​ເຕັກ​ນິກວິຊາ​ຊີບ​ແຫ່ງ​ສິງກະ​ໂປ, ​ເມື່ອ​ເດີນທາງ​ໄປ​ເຖິງ​ທ່ານ​ນາຍົກລັດ ຖະມົນຕີ ​ແລະ ຄະນະ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ຄະນະ​ອຳນວຍ​ການ, ອາຈານ ​ແລະ ນັກ​ສຶກສາ​ຂອງ​ສະ​ຖາ​ບັນ​ດັ່ງກ່າວ​ ພ້ອມ​ທັງ​ໄດ້​ຟັງ​ລາຍ​ງານ​ສະພາບ​ໂດຍ​ລວມຂອງ​ສະ​ຖາ​ບັນ.
     ຕອນ​ບ່າຍ​ຂອງ​ວັນ​ດຽວກັນ​ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ໄດ້​ຢ້ຽ​ມຢາມ​ອົງ​ກອນ​ວາງ​ແຜນ​ຈັກ​ສັນ​​ແຜນ ຜັງ​ຕົວ​ເມືອງ, ​ໃຫ້ກຽດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຕະມົນ​ນັກທຸລະກິດ​ລາວ-ສິງກະ​ໂປ, ​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ຫັດ ຖະກຳ​ການ​ຕ່ຳຫູກ​ຢູ່​ຮ້ານ​ວາງສະ​ແດງ​ຂອງ ສປປ ລາວ ​ແລະ ຮ່ວມ​ງານ​ອື່ນໆຈຳນວນໜຶ່ງ.

No comments:

Post a Comment