Ad

Ad

24 February 2014

ໄຟຟ້າຫົງສາລິກໄນຖືສຳຄັນການກໍ່ສ້າງບຸກຄະລາກອນທ້ອງຖິ່ນ



       ພາຍຫລັງບໍລິສັດ ຮາຊ-ລາວ ບໍລິການຈຳກັດ ໄດ້ສົ່ງນັກສຶກສາທີ່ຮຽນຈົບວິຊາ ສະເພາະຈາກສາຂາທີ່ກ່ຽວຂ້ອງກັບ ໂຮງງານໄຟ ຟ້າຢູ່ ສປປ ລາວ ເພື່ອໄປເຝິກອົບ ຮົມຢູ່ໂຮງງານໄຟຟ້າແມ່ເມາະ ແຂວງລຳປາງ ປະເທດໄທ ໃນລະຫວ່າງວັນທີ 9-23 ກຸມພາ 2014 ຈຳນວນ 36 ຄົນ ເຊິ່ງໄດ້ ແບ່ງອອກເປັນ 4 ກຸ່ມ ຄື 12 ຄົນ ແມ່ນ ເຝິກອົບຮົມເລື່ອງລະບົບກຳ ຈັດແກັສ ຊັນຊາຍໄດອອກຊາຍ, 7 ຄົນ ແມ່ນເຝິກອົບ ຮົມລະບົບ ສາຍພານ, 9 ຄົນ ແມ່ນອົບຮົມລະ ບົບໝໍ້ນ້ຳ ແລະ ອີກ 8 ຄົນ ແມ່ນ ລະບົບກັງຫັນນ້ຳ. ການເຝິກອົບຮົມດັ່ງກ່າວນອກຈາກໄດ້ສຶກສາຮຽນຮູ້ດ້ານທິດສະດີ ແລະ ວິທີການຕ່າງໆເປັນເວລາໜຶ່ງອາ ທິດແລ້ວ, ຜູ້ເຂົ້າອົບຮົມຍັງໄດ້ລົງເຝິກງານຕົວຈິງຢູ່ໂຮງງານໄຟຟ້າແມ່ເມາະ ເພື່ອຊອກຮູ້ປະສົບການອື່ນໆອີກ.
       ທ່ານ ກອນ ສຸລະສະການ ຜູ້ຈັດການໂຄງການສ້າງບຸກຄະລາກອນ ເພື່ອພັດທະນາພະລັງງານໄຟຟ້າຫົງສາລິກໄນ ໄດ້ໃຫ້ ສຳພາດນັກຂ່າວເມື່ອບໍ່ດົນມານີ້ວ່າ: ໂຄງການໂຮງງານໄຟຟ້າພະລັງງານຄວາມຮ້ອນຫົງສາ ເປັນໂຄງການຮ່ວມທຶນລະຫວ່າງ
ບໍລິສັດຜະລິດໄຟຟ້າ ຣາຊະບູລີ ໂຮນ ດິ້ງ ຈຳກັດ, ບໍລິສັດ ບານຟູ ພາວ ເວີ້ ຈຳກັດ ແລະ ລັດວິສາຫະກິດ ຖືຮຸ້ນລາວ. ໂຮງງານໄຟຟ້າພະລັງງານຄວາມຮ້ອນແຫ່ງນີ້ເປັນໂຮງງານໄຟຟ້າຄວາມຮ້ອນທຳອິດຢູ່ໃນ ສປປ ລາວ ທີ່ໃຊ້ຖ່ານຫີນລິກໄນ ເປັນເຊື້ອໄຟຫລັກໃນການຜະລິດກະແສໄຟຟ້າ ເຊິ່ງມີກຳລັງການຜະລິດປະມານ 1.878 ເມກາວັດ ເຊິ່ງໂຮງງານໄຟຟ້າດັ່ງກ່າວ ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູລີ ທີ່ໄດ້ລົງມືກໍ່ສ້າງມາແຕ່ປີ 2010 ແລະ ຈະໃຫ້ສຳເລັດໃນປີ 2015. ເມື່ອໂຄງການດັ່ງກ່າວ ສຳເລັດກໍຕ້ອງມີພະນັກງານທີ່ປະຈຳຢູ່ໂຮງງານໄຟຟ້າແຫ່ງນີ້ ເຊິ່ງຕ້ອງເປັນຄົນລາວ 50% ຂອງແຮງງານທັງໝົດ, ປັດຈຸບັນ ບໍລິສັດກໍໄດ້ນຳເອົານັກສຶກສາທີ່ຜ່ານການຄັດເລືອກໃນ ເບື້ອງຕົ້ນທີ່ຮຽນຈົບມາຈາກສາຂາວິຊາທີ່ກ່ຽວຂ້ອງຂອງລາວ ຈຳນວນ 36 ຄົນ, ທີ່ຜ່ານມາການ ເຝິກອົບຮົມພາທິດສະດີຢູ່ລາວ ເປັນເວລາ 10 ວັນ ໄປເຝິກອົບຮົມ ຕໍ່ຢູ່ໂຮງງານໄຟຟ້າແມ່ເມາະ ປະ ເທດໄທ ເພື່ອແນໃສ່ສ້າງບຸກຄະລາກອນທ້ອງຖິ່ນທີ່ມີບົດຮຽນ ແລະ ປະສົບການ ໂດຍສະເພາະຄວາມຮູ້ກ່ຽວກັບລະບົບເຄື່ອງ ກຳຈັດແກັສຊັນຊາຍໄດອອກຊາຍ, ລະບົບສາຍພານລຳລຽງ, ຂີ້ເຖົ່າ, ລະບົບໝໍ້ນ້ຳ ແລະ ລະບົບກັງຫັນ ທີ່ເປັນລະບົບສຳຄັນ ສຳລັບໂຮງງານໄຟຟ້າພະລັງງານຄວາມຮ້ອນ.
      ທ່ານ ກອນ ໃຫ້ຮູ້ອີກວ່າ: ໂຄງການສ້າງບຸກຄະລາກອນ ເພື່ອພັດທະນາພະລັງງານໄຟຟ້າຫົງສາລິກໄນຍັງມີຄວາມຕ້ອງ ການນັກສຶກສາທີ່ຮຽນຈົບຊັ້ນສູງ ແລະ ປະລິນຍາຕີດ້ານໄຟຟ້າ ແລະ ກົນຈັກອີກຫລາຍຕຳແໜ່ງ ທີ່ມີອາຍຸບໍ່ເກີນ 30 ປີ ເຊິ່ງບໍລິສັດ ມີແຜນຈະສ້າງພະນັກງານທີ່ເປັນ ຄົນລາວໃຫ້ໄດ້ 117 ຄົນ ເພື່ອບັນ ຈຸເຂົ້າໃນໜ້າວຽກທີ່ສຳຄັນຂອງໂຮງງານ ໃນນີ້ປະກອບມີພະນັກງານຄວບຄຸມ 48 ຄົນ, ພະນັກງານບຳລຸງຮັກສາ 58 ຄົນ ແລະ ພະນັກງານຮັກສາຄວາມປອດ ໄພຂອງສາງ, ພະຍາບານເຄມີ, ວຽກງານບຸກຄະລາກອນຕ່າງໆອີກດ້ວຍ.

No comments:

Post a Comment