Ad

Ad

12 February 2014

ສູ້​ຊົນແກ້ໄຂບ້ານທຸກຍາກ ແລະ ສ້າງ​ບ້ານ​ພັດທະນາ​​ໃຫ້ໄດ້​ຕາມ​​ເປົ້າໝາຍ​ໃນ​ປີ 2015



     ໃນການຈັດປະຕິບັດ​ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 5 ປີ (2011- 2015) ໃນການແກ້ໄຂບ້ານ ທຸກຍາກໃຫ້ຍັງເຫລືອບໍ່ເກີນ 11% ແລະ ການສ້າງບ້ານພັດທະນາໃຫ້ກວມຫລາຍກວ່າ 50% ຂອງຈຳນວນບ້ານໃນທົ່ວປະ ເທດທີ່​ທາງລັດຖະບານ​ໄດ້​ວາງ​ຄາດ​ໝາຍສູ້​ຊົນ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ ໃນປີ 2015.
      ອິງຕາມບົດຕີລາຄາການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ຂອງແຜນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກ ຍາກທີ່​ສະ​ເໜີ​ໂດຍ​ຫ້ອງ​ແຜນການ ​ແລະ ພົວພັນ​ຕ່າງປະ​ເທດ​ຄະນະ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ (ຄພທສ)​ ໃນ​ກອງ​ປະຊຸມ ຄພທສ ຮ່ວມ​ກັບ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ (ທລຍ 2) ​ໃນ​ທ້າຍ​ເດືອນ​ມັງກອນ​ທີ່​ຜ່ານ​ມາໃຫ້ຮູ້ວ່າ: ໃນ ຕົ້ນສະໄໝມີບ້ານທຸກຍາກ ຈຳນວນ 3216 ບ້ານກວມ 37,16 % ລັດຖະບານ​ໄດ້​ວາງ​ຄາດໝາຍສູ້​ຊົນ ໃນທ້າຍສະໄໝໃຫ້ຍັງເຫລືອບໍ່ເກີນ 960 ບ້ານ 11%. ມາຮອດໄລຍະເຄີ່ງສະໄໝໃນປີ 2013 ນີ້ ຍັງມີບ້ານທຸກຍາກ 2.289 ບ້ານ ກວມ 26,70%, ສະແດງວ່າທຽບ ໃສ່ຕົ້ນສະໄໝມີ 886 ບ້ານໄດ້ພົ້ນທຸກ ຫລື ວ່າບ້ານທຸກຍາກໄດ້ຫລຸດລົງ 10% ເວົ້າລວມແລ້ວ ໃນເຄິ່ງສະໄໝຜ່ານມານີ້, ອັດຕາຄວາມທຸກຍາກຫລຸດລົງປະມານ 4-5% ຕໍ່ປີ ຊຶ່ງເກີນຄາດໝາຍທີ່ວາງໄວ້
ໃນແຕ່ລະປີທີ່ສະແດງໃຫ້ເຫັນວ່າຄອບຄົວທຸກຍາກ ແລະ ບ້ານທຸກຍາກໄດ້ຫລຸດລົງຢ່າງສົມສ່ວນກັນຄືແຕ່ ປີ 2011-2012, ຄອບຄົວທຸກຍາກໄດ້ຫລຸດລົງ 6% ແລະ ບ້ານທຸກຍາກຫລຸດລົງປະມານ 7%, ປີ 2012-2013 ຄອບຄົວທຸກຍາກໄດ້ຫລຸດ ລົງ 2,7% ສ່ວນບ້ານທຸກຍາກຫລຸດລົງ 3,4%. ສຳລັບວຽກງານການສ້າງບ້ານພົ້ນທຸກນະຄອນຫລວງວຽງຈັນ ແມ່ນບໍ່ມີ, ແຂວງທີ່ມີອັດຕາສ່ວນບ້ານທຸກຍາກຕ່ຳກວ່າ 10% ມີຄື: ແຂວງ ຈຳປາສັກ, ໄຊຍະບູລີ, ວຽງຈັນ ແລະ ຄຳມ່ວນ, ສ່ວນອີກ 2 ແຂວງຄື: ບໍລິຄຳໄຊ ແລະ ສາລາວັນ ນີ້ມີອັດຕາສ່ວນບ້ານທຸກ ຍາກຕ່ຳກວ່າ 20%, ອັດຕາຄວາມທຸກຍາກຍັງສູງຫລາຍຕັ້ງແຕ່ 21% ເຖິງ 40% ລວມມີ ແຂວງອຸດົມໄຊ, ຜົ້ງສາລີ, ຫົວພັນ, ອັດຕະປື ແລະ ເຊກອງ. ໃນເຄິ່ງສະໄໝຜ່ານມາຈຳນວນ ເມືອງທຸກຍາກໄດ້ຫລຸດລົງ 16 ເມືອງ, ຈາກ 53 ເມືອງໃນປີ 2011, ຍັງພຽງ 37 ເມືອງໃນປີ 2013.
      ສຳລັບ​ການ​ສ້າງ​ບ້ານ​ພັດທະນາ​ລັດຖະບານ​ໄດ້​ວາງ​ຄາດ​ຮອດ​ປີ 2015 ຕ້ອງ​ສ້າງ​ໃຫ້​ໄດ້​ຫລາຍ​ກວ່າ​ເຄິ່ງໜຶ່ງ​ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ. ​ໃນ​ປີ 2013 ​ໄດ້​ມີ​ບ້ານ​ທີ່​ປະກາດ​ໃຫ້​ເປັນ​ບ້ານ​ພັດທະນາ​ໃນ​ທົ່ວ​ປະ​ເທດ​ລວມມີ 2.353 ບ້ານ​ກວມ​ເອົາ 27,45% ຂອງ​ຈຳນວນ​ບ້ານ​ທັງ​ໝົດ. ທຽບ​ໃສ່​ຕົ້ນ​ສະ​ໄໝ​ແມ່ນ​ເພິ່ມຂຶ້ນ 1.471 ບ້ານ​ເທົ່າ 17,26%. ອັດຕາ​ສ່ວນ​ບ້ານ​ທຸກ​ຍາກ ​ໃນ​ປີ 2013 ຊຶ່ງ​ແມ່ນ​ໄລຍະ​ກາງ​ສະ​ໄໝ​ເກືອບ​ເທົ່າ​​ກັບ​ອັດຕາ​ສ່ວນ​ບ້ານ​ພັດທະນາ​ຄື 26,7% ຫລື 2.267 ບ້ານ ກັບ 27,45% ຫລື 2.353 ບ້ານ, ສ່ວນ​ບ້ານ​ພົ້ນ​ທຸກ​ທີ່​ຍັງ​ບໍ່​ທັນ​ໄດ້​ເປັນ​ບ້ານ​ພັດທະນາ​ມີ​ຈຳນວນ 3.933 ບ້ານ ​ເທົ່າ 45,75%, ອັດຕາ​ສ່ວນ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າການ​ສ້າງ​ບ້ານ​ພັດທະນາ​ໃຫ້​ກວມ​ຫລາຍ​ກວ່າ 50% ຂອງ​ຈຳນວນ 8.573 ບ້ານ​ໃນ​ທົ່ວ​ປະ​ເທດ​ໃນ​ປີ 2015 ຈະ​ສາມາດ​ບັນລຸ​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ອັນ​ຕາ​ສ່ວນ​ບ້ານ​ທຸກ​ຍາກ​ຫລຸດ​ລົງ​ກໍ​ຍ້ອນ​ວ່າ​ມີ​ຫລາຍ​ເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍ​ໂດຍ​ໄດ້​ມີ​ບ້ານ​ນ້ອຍ ​ແລະ ບ້ານ​ທີ່​ບໍ່​ທັນ​ໄດ້​ມີ​ການຈັດ​ສັນ​ໃຫ້​ມີ​ຄວາມ​ໝັ້ນຄົງ​ຈຳນວນ​ປະມານ 1.100 ບ້ານ, ຖ້າວ່າ​ນະ​ໂຍບາຍ​ການຈັດ​ສັນພູ​ມລຳ​ເນົາ​ຄົງ​ທີ່​ບ່ອນ​ທຳ​ມາ​ຫາ​ກິນ​ຖາວອນ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນ​ທີ່​ວາງ​ໄວ້​ຈະ​ເປັນ​ການ​ຍູ້​ແຮງ​ຂະ​ບວນການ​ສ້າງ​ບ້ານ​ພົ້ນ​ທຸກ ​ແລະ ສ້າງ​ບ້ານ​ໃຫ້​ກາຍ​ເປັນ​ຫົວໜ່ວຍ​ພັດທະນາ ແລະ ສ້າງ​ບ້ານ​ໃຫຍ່​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ. ແຂວງ​ທີ່​ບັນລຸ​ຄາດໝາຍ​ສ້າງ​ບ້ານ​ພັດທະນາ​ໄດ້​ເຄິ່ງໜຶ່ງ​ຂອງ​ຈຳນວນ​ບ້ານ​ໃນ​ທົ່ວ​ແຂວງ​ລວມ ມີ 4 ​ແຂວງ​ຄື: ນະຄອນຫລວງ​ວຽງ​ຈັນ, ​ແຂວງ​ໄຊ​ຍະ​ບູລີ, ບໍລິ​ຄຳ​ໄຊ ​ແລະ ຈຳປາ​ສັກ, ສ່ວນ​ອີກ 7 ​ແຂວງ​ສາມາດ​ບັນລຸ 25% ຂຶ້ນ​ໄປ​ຄື: ​ແຂວງ ​ຫລວງ​ນ້ຳ​ທາ, ບໍ່​ແກ້ວ, ຫລວງ​ພະ​ບາງ, ຊຽງ​ຂວາງ, ວຽງ​ຈັນ, ຄຳ​ມ່ວນ ​ແລະ ອັດ​ຕະປື. ນອກ​ນັ້ນ​ ການ​ສ້າງ​ຄອບຄົວ​ພັດທະນາ​ຊຶ່ງ​ເປັນ​ໜຶ່ງ​ໃນ​ເງື່ອນ​ໄຂ​ຂອງ​ບ້ານພັດທະນາ​ກໍ​ໄດ້​ຮັບ​ການ​ຊຸກ​ຍູ້​ສົ່ງ​ເສີມ​ຢ່າ​ງຕັ້ງໜ້າ​ເຮັດ​ໃຫ້​ເຄິ່ງສະ​ໄໝ​ຜ່ານ​ມາ​ຄອບຄົວ​ພັດທະນາ​ໄດ້​ເພີ່ມ​ຂຶ້ນ​ຈາກ 495.626 ຄອບຄົວ ກວມ 47,05% ມາ​​ເປັນ 724.792 ຄອບ ຄົວ ​ເທົ່າ​ກັບ 65,60% ຜົນ​ສຳ​ເລັດ​ທັງ​ໝົດ​ດັ່ງກ່າວ​ໄດ້​ຢືນຢັນ​ຕື່ມ​ອີກ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ບັນລຸ​ຄາດໝາຍ​ສູ້​ຊົນ​ສ້າ​ງ ບ້ານ​ພັດທະນາ​​ໃຫ້​ໄດ້ 50% ຂອງ​ຈຳນວນ​ບ້ານ​ໃນ​ທົ່ວ​ປະ​ເທດ​ໃນ​ທ້າຍ​ສະ​ໄໝ.


No comments:

Post a Comment