ວັນທີ 10 ກຸມພານີ້ ກະຊວງສາທາລະນະສຸກໄດ້ອອກຄຳສັ່ງແນະນຳໄປຍັງຂະ ແໜງສາທາລະນະສຸກ,
ສຸກສາລາ, ປະຊາຊົນ ໃນທົ່ວປະເທດຈົ່ງມີສະຕິເອົາໃຈ ໃສ່ປ້ອງກັນໄຂ້ຍຸງລາຍ ທີ່ອາດຈະເກີດຂຶ້ນໃນລະດູຝົນຈະມາເຖິງນີ້,
ເພື່ອບໍ່ໃຫ້ມີ ການລະບາດໃຫຍ່ດັ່ງປີຜ່ານມາ ແລະ ໃຫ້ເອົາໃຈໃສ່ສະກັດກັ້ນເພື່ອບໍ່ໃຫ້ເກີດຜົນ ເສຍຫາຍຕໍ່ຊີວິດ
ແລະ ຊັບສິນຂອງປະຊົນ ດັ່ງນັ້ນ ກະຊວງສາທາລະນະສຸກ ຈຶ່ງ ໄດ້ອອກຄຳສັ່ງແນະນຳໃຫ້ພາກສ່ວນກ່ຽວຂ້ອງຈົ່ງພ້ອມປະຕິບັດຢ່າງເຂັ້ມງວດດັ່ງນີ້: 1. ໃຫ້ເອກະ ພາບກັບພະແນກສາທາລະນະສຸກແຂວງເພື່ອກຳນົດຈຳນວນເມືອງ, ບ້ານພາຍໃນແຂວງທີ່ຈະມີການຕິດຕາມໃນ ແຕ່ລະເດືອນ
ແລະ ກວດຄືນແຂວງໃດຄວນຈະໄດ້ອົບຮົມເຕັກນິກການພົ້ນຢາຂ້າຍຸງ, ໃຫ້ພະນັກງານແພດໝໍເພີ່ມຄວາມເອົາ ໃຈໃສ່ໃນການ
ປິ່ນປົວ ແລະ ຄຸ້ມຄອງກໍລິນີ, ປັບປຸງ ແລະ ອົບຮົມຄືນວຽກງານເກັບກຳກໍລະນີຢູ່ແຕ່ລະໂຮງໝໍ ແລະ
ປັບປຸງ
ຄືນ ໜ່ວຍງານຕອບໂຕ້ຂອງແຂວງ ແລະ ເມືອງໃຫ້ມີປະສິດທິພາບ, 2 ໃຫ້ພະແນກສາທາລະນະສຸກນະຄອນຫຼວງ
ແລະ ບັນ ດາ ແຂວງໃນທົ່ວປະເທດຈົ່ງເພີ່ມຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກັນ
ແລະ ຄວບຄຸມ ພະຍາດໄຂ້ ຍຸງລາຍໂດຍການມີສ່ວນຮ່ວມຂອງທຸກພາກສ່ວນ, ທຸກອົງການຈັດຕັ້ງ ແລະ ປະຊາຊົນທຸກຊຸມຊົນໃນແຕ່ລະແຂວງ,
ເມືອງ ແລະ ບ້ານດ້ວຍການກຳຈັດແຫຼ່ງເພາະພັນໜອນນ້ຳຍຸງລາຍ, 3 ໃຫ້ເອົາໃຈໃສ່ພິເສດຕໍ່ວຽກງານປະຊາສຳພັນ
ແລະ ລະດົມໃຫ້ ທຸກພະແນກການເອົາໃຈໃສ່ໃນການກຳຈັດແຫຼ່ງເພາະພັນຍຸງລາຍ ແລະ ຜັນຂະຫຍາຍວຽກງານດັ່ງກ່າວໃຫ້ເປັນວຽກງານຂອງ
ທົ່ວສັງຄົມ, ໂດຍສະເພາະບັນດາໂຮງໂຮງອະນຸບານ, ປະຖົມ ແລະ ໂຮງຮຽນມັດຖະຍົມເພື່ອຫຼີກເວັ້ນບໍ່ໃຫ້ມີການລະບາດໃນ
ໂຮງຮຽນ, 4 ໃຫ້ຈັດຕັ້ງລົງກວດກາ ແລະ
ຊີ້ນຳຫ້ອງການສາທາລະນະສຸກເມືອງ,ສຸກສາລາຈັດຕັ້ງຂະບວນອະນາໄມ
ແລະ ເອົາ ໃຈໃສ່ແນະນຳປະຊາຊົນເປັນປົກກະຕິ, 5 ກວດຄືນຂະແໜງປິ່ນປົວ ແລະ ອຸປະກອນຄວບຄຸນພະຫະນຳເຊື້ອທີ່ຈຳເປັນ ໄວ້ໃຫ້
ພ້ອມ, ເພື່ອຮັບປະກັນຄວາມສາມາດໃນການປິ່ນປົວ ແລະ ຕ້ານການແຜ່ລະບາດຂອງໄຂ້ຍຸງລາຍ, 6 ໃຫ້ຮີບຮ້ອນ ຜັນຂະ
ຫຍາຍ ແລະ ເປີດກອງປະຊຸມປຶກສາຫາລືໄຈແຍກຂໍ້ຄົງຄ້າງ ເພື່ອເຮັດໃຫ້ການກຽມພ້ອມປ້ອງກັນການລະບາດຂອງ ພະຍາດຢູ່
ຂັ້ນແຂວງ, ເມືອງ ແລະ ສຸກສາລາມີປະສິດທິຜົນ ແລະ 7 ພາກສ່ວນກ່ຽວຂ້ອງຈົ່ງພ້ອມກັນປະຕິບັດ
ແລະ ລາຍ ງານໃຫ້ ກະຊວງສາທາລະນະສຸກເປັນໄລຍະໂດຍສະເພາະກໍລະນີຈຳເປັນ.
No comments:
Post a Comment