ພາຍຫລັງເຈົ້າໜ້າທີ່ຕຳຫລວດຈະລາຈອນ
ໄດ້ນຳໃຊ້ມາດຕະການລ໋ອກຕີນລົດໃຫຍ່ຈອດຜິດລະບຽບຕາມເສັ້ນທາງໃນຕົວ
ເມືອງ ປາກົດວ່າສະພາບການຈອດລົດຊະຊາຍ ອັນເປັນສາເຫດຕົ້ນຕໍພາໃຫ້ເກີດຄວາມແອອັດໃນຕົວເມືອງໄດ້ຫລຸດຜ່ອນລົງເປັນລຳດັບ.
ແນວໃດກໍຕາມ, ການປະຕິບັດງານຂອງເຈົ້າໜ້າທີ່ໃນຈຸດນີ້ກໍປາກົດວ່າມີການວິພາກວິຈານກັນຫລາຍຢູ່ໃນສື່ສັງ
ຄົມອອນລາຍ ໂດຍສະເພາະເຟສບຸກ (Facebook) ວ່າ: ການປະຕິບັດມາດຕະການລ໋ອກຕີນລົດຂອງເຈົ້າໜ້າທີ່ແມ່ນບໍ່ມີຄວາມສະເໝີພາບ,
ສ່ວນຫລາຍເລືອກລ໋ອກແຕ່ລົດປ້າຍເຫລືອງ, ສ່ວນປ້າຍຟ້າ (ລົດລັດ) ແມ່ນບໍ່ລ໋ອກ
ເຊິ່ງບັນຫານີ້ຂໍໃຫ້ເຈົ້າໜ້າທີ່ເບິ່ງຄືນໃນການນຳໃຊ້ລະບຽບ, ຖ້າຫາກມີການລະເມີດລະບຽບແທ້ກໍຕ້ອງໄດ້ປັບໄໝຢ່າງເຂັ້ມງວດເຊັ່ນກັນ.

No comments:
Post a Comment