ໃນສົກປີຜ່ານມາ, ກະຊວງການເງິນ ໄດ້ກວດເຫັນການເຊື່ອງອຳພັນທະຕໍ່ງົບປະມານຂອງຜູ້ປະກອບການທຸລະກິດແຕ່ສູນກາງຮອດທ້ອງຖິ່ນ
ຈຳນວນ 23 ຫົວໜ່ວຍ ລວມມູນຄ່າຜົນເສຍຫາຍປະມານ 5 ຕື້ກວ່າກີບ.
ທ່ານ ສີລາ ວຽງແກ້ວ ຫົວໜ້າກົມກວດກາການເງິນ
ກະຊວງການເງິນ ໃຫ້ຮູ້ວ່າ: ການກວດກາຂົງເຂດວິສາຫະກິດເປັນວຽກໜຶ່ງຕິດພັນກັບການກວດກາພາຍໃນ
ເພື່ອກວດຄືນການປະຕິບັດໜ້າທີ່ຂອງພະນັກງານ ແລະ ກວດກາຄືນການປະຕິບັດພັນທະຂອງຜູ້ປະກອບການທີ່ເຄື່ອນໄຫວດຳເນີນທຸລະກິດແຕ່ສູນກາງຮອດທ້ອງຖິ່ນ
ແລະ ພົບວ່າມີ 23 ຫົວໜ່ວຍ, ໃນນັ້ນ ຢູ່ສູນກາງ 6 ຫົວໜ່ວຍ ແລະ ກວດເຫັນຜົນເສຍຫາຍຈາກການເຊື່ອງອຳພັນທະຕໍ່ງົບປະມານຈຳນວນ
2,4 ຕື້ ກວ່າກີບ, ໃນນັ້ນ ເກັບກູ້ຄືນໄດ້ 2,2 ຕື້ກວ່າກີບ, ຍັງຄ້າງ 276 ລ້ານກວ່າກີບ;
ກວດກາຢູ່ທ້ອງຖິ່ນ 17 ຫົວໜ່ວຍ ແລະ ກວດເຫັນຜົນເສຍຫາຍຈາກການເຊື່ອງອຳພັນທະຕໍ່ງົບປະມານ
ຈຳນວນ 2,6 ຕື້ກວ່າກີບ ແລະ ເກັບກູ້ຄືນໄດ້ 356 ລ້ານກວ່າກີບ, ຍັງຄ້າງ 2,3 ຕື້ກວ່າກີບ.
ນອກຈາກນີ້ ຍັງສາມາດກວດເຫັນພັນທະຄ້າງມອບ ແລະ ພັນທະຫລົບຫລີກຈາກການເຊື່ອງອຳເປັນຈຳນວນຫລວງຫລາຍ
ເຊິ່ງຈະໄດ້ເລັ່ງທວງເຂົ້າງົບປະມານໃນສົກປີ 2013-2014 ນີ້. ນອກຈາກນີ້ ຫ້ອງການກວດ
ກາການເງິນແຂວງໃນຂອບເຂດທົ່ວປະເທດ ໄດ້ເຄື່ອນໄຫວກວດກາຂົງເຂດບໍລິຫານວິຊາການ
ຈຳນວນ 33 ເປົ້າໝາຍກວດກາເຫັນຜົນເສຍຫາຍຈາກການປະຕິບັດຂອງພະນັກງານ ຈຳນວນ 2,5
ຕື້ກີບ, ໃນນັ້ນ ເກັບກູ້ຄືນໄດ້ 1,6 ຕື້ກວ່າກີບ, ກວດກາຂົງເຂດວິສາຫະກິດ
58 ຫົວໜ່ວຍ, ກວດເຫັນຜົນເສຍຫາຍຈາກການເຊື່ອງອຳພັນທະຕໍ່ງົບປະມານ ຈຳນວນ 826 ລ້ານກວ່າກີບ,
ເກັບກູ້ຄືນໄດ້ 558 ລ້ານກວ່າກີບ ແລະ ໄດ້ກວດກາປົກກະຕິ (ກວດ ກາລັດ) ພະແນກການອ້ອມຂ້າງແຂວງ
ໄດ້ກວດພົບຜົນເສຍຫາຍ ຈຳນວນ 6,6 ຕື້ກວ່າກີບ ແລະ ເກັບກູ້ຄືນໄດ້ 2,4 ຕື້ກວ່າກີບ.
No comments:
Post a Comment