ໃນອາທິດຜ່ານມານີ້, ສານນະຄອນຫລວງວຽງຈັນ
ໄດ້ຕັດສິນລົງໂທດທ້າວ ອຳມະລິນ ອາຍຸ 21 ປີ ແລະ ທ້າວ ພູເງິນ ອາຍຸ 26 ປີ ທັງສອງຢູ່ບ້ານຈອມເພັດໃຕ້
ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກຜູ້ລະ 5 ປີ ພ້ອມປັບໄໝເງິນຜູ້ລະ
10 ລ້ານກີບ ໃນຂໍ້ຫາມົ້ວສຸມ ແລະ ຄ້າຂາຍຢາເສບຕິດໃຫ້ກັບຊາວໜຸ່ມໃນເຂດເມືອງສີສັດຕະນາກມາເປັນເວລາດົນ
ແລະ ຖືກເຈົ້າໜ້າທີ່ກັກຕົວໄດ້ເມືອງກາງປີ 2013 ຜ່ານມາ.
No comments:
Post a Comment