ລັດຖະມົນຕີຊ່ວຍກະຊວງແຜນການ ໄດ້ລົງໄປໂຄງການກໍ່ສ້າງຂົວຂ້າມແມ່ນ້ຳເຊໂດນ
ຢູ່ບ້ານສະເໝັຍ ເມືອງວາປີ ແຂວງສາລະວັນ ໂດຍໄດ້ຮັບການລາຍງານຈາກທ່ານ ລືຢາງ
ສີສົມວົງ ຕາງໜ້າລັດວິສາຫະກິດກໍ່ສ້າງຄົມມະນາຄົມເປັນຜູ້ຮັບເໝົາກໍ່ ສ້າງວ່າ:
ຂົວແຫ່ງດັ່ງກ່າວໄດ້ເລີ່ມລົງມືໃນເດືອນພະຈິກ 2011 ເຊິ່ງຈະໃຫ້ສຳເລັດໃນຕົ້ນເດືອນເມສາ
2014 ມີຄວາມຍາວ 192 ແມັດ, ກວ້າງ 10 ກວ່າແມັດ, ມີ 7
ເສົາ, ເສົາກາງມີ 5 ເສົາເປັນເສົາຄູ່,
ມີທາງຍ່າງ 2 ເບື້ອງໆລະ 1 ແມັດ, ມີມູນຄ່າການກໍ່ສ້າງ 3 ລ້ານກວ່າໂດລາສະຫະລັດ,
ຢ້ຽມຢາມໂຄງການກໍ່ສ້າງນ້ຳປະປາທີ່ໄດ້ລົງມືຈັດຕັ້ງປະຕິບັດໃນເດືອນມີນາ 2013 ປະ ກອບມີອ່າງບຳບັດນ້ຳ, ອ່າງຕອງ, ອ່າງເກັບນ້ຳສະອາດ ແລະ ອ່າງນ້ຳສູງສາມາດບັນຈຸໄດ້ 150 ແມັດກ້ອນ, ກຳລັງການຜະລິດສະເລ່ຍ 1.300 ແມັດກ້ອນຕໍ່ມື້, ມີ 1.100 ຄອບຄົວທີ່ສາມາດນຳໃຊ້ນ້ຳສະອາດ ແລະ ຈະໃຫ້ສຳເລັດໃນທ້າຍເດືອນມີນາ 2014 ລວມມູນຄ່າໃນການກໍ່ສ້າງທັງໝົດ 2,5 ລ້ານໂດລາສະຫະລັດ. ຈາກນັ້ນ ກໍໄດ້ຢ້ຽມຢາມໂຄງການກໍ່ສ້າງເສັ້ນທາງບ້ານນາດອນຂວາງ ເມືອງ ແລະ ແຂວງສາລະວັນ ເຊື່ອມຕໍ່ກັບແຂວງສະຫວັນນະເຂດ ເຊິ່ງເປັນທາງຫລວງແຫ່ງຊາດ ແຍກຈາກທາງເລກ 15 A ໄດ້ຮັບການກໍ່ສ້າງໃນສະໄໝສົງຄາມ, ແຕ່ກໍຖືກທຳລາຍໃນສະໄໝສົງຄາມ ປັດຈຸບັນບໍ່ສາມາດນຳໃຊ້ໄດ້ ອັນທີ່ໂດດເດັ່ນແມ່ນຂົວໃຫຍ່ກວ່າໝູ່ໃນແຂວງ ເຊິ່ງມີຄວາມຍາວ 198 ແມັດ ເປັນຂົວຂ້າມແມ່ນ້ຳເຊໂດນ ຕັ້ງຢູ່ບ້ານດ່ານ ເມືອງ ແລະ ແຂວງສາລະວັນ ຂົວນີ້ອອກແບບໂດຍສະເດັດເຈົ້າສຸພານຸວົງ ເສັ້ນທາງນີ້ມີຄວາມຍາວ 100 ກວ່າກິໂລແມັດ, ໃນນັ້ນ ສະເພາະແຂວງສາລະວັນມີຄວາມຍາວ 64 ກິໂລແມັດ ແລະ ແຂວງສະຫວັນນະເຂດ 53 ກິໂລແມັດ, ປູດ້ວຍຢາງ 2 ຊັ້ນ ຄວາມກວ້າງທົ່ວໄປແມ່ນ 8 ແມັດ, ຄວາມກວ້າງຜ່ານຊຸມຊົນແມ່ນ 11 ແມັດ, ມູນຄ່າໃນການກໍ່ສ້າງ 545 ຕື້ກວ່າກີບ ໃຊ້ເວລາກໍ່ສ້າງ 48 ເດືອນ ເລີ່ມແຕ່ເດືອນພຶດສະພາ 2013 ຫາເດືອນພຶດສະພາ 2017, ທາງເສັ້ນນີ້ແມ່ນສະພາແຫ່ງຊາດໄດ້ອະນຸມັດ ໃນສົກປີ 2012-2013 ໂດຍແມ່ນກຸ່ມບໍລິສັດດວງຈະເລີນພັດທະນາຈຳກັດເປັນຜູ້ຮັບເໝົາກໍ່ສ້າງ.

No comments:
Post a Comment