Ad

Ad

12 February 2014

ກອງປະຊຸມການມີສ່ວນຮ່ວມ ແລະ ເຂົ້າເຖິງພະລັງງານຍືນຍົງຢູ່ລາວ

     ໃນລະຫວ່າງວັນທີ 11-12 ກຸມພານີ້, ກົມເຕັກໂນໂລຊີ ແລະ ນະວັດຕະກຳ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບສູນຖ່າຍທອດເຕັກໂນໂລຊີ ອາຊີ-ປາຊີຟິກ, ໄດ້ຈັດກອງປະຊຸມສຳມະນາແຫ່ງຊາດ ກ່ຽວກັບການມີສ່ວນຮ່ວມ ໃນການສະໜອງ ແລະ ເຂົ້າເຖິງພະລັງງານແບບຢືນຢົງຢູ່ລາວໂດຍການເປັນປະທານ ຂອງທ່ານ ຫຸມພັນ ອິນທະຣາດ ລັດຖະມົນຕີຊ່ວຍວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ດຣ ນັນຈັນດາປາ ຫົວໜ້າຄຸ້ມຄອງນະວັດຕະກຳ, ສູນ ຖ່າຍທອດເຕັກໂນໂລຊີອາຊີ-ປາຊີຟິກພ້ອມດ້ວຍສຳມະນາກອນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ 40 ກວ່າ ທ່ານ.
    ການສຳມະນາໃນຊຸດນີ້ແມ່ນເລັ່ງໃສ່ເພື່ອສຶກສາສິ່ງທ້າທາຍ ແລະ ໂອກາດໃນການພັດທະນາໂຄງການດ້ານພະລັງງານແບບ
ຍືນຍົງຂອງລາວເຊິ່ງແມ່ນໜຶ່ງ ໃນວຽກງານການປັບປຸງລະບົບນະວັດຕະກຳແຫ່ງຊາດໃຫ້ມີຄວາມເຂັ້ມແຂງໂດຍສະເພາະແມ່ນ
ການເລັ່ງໃສ່ການຄົ້ນຄວ້າພັດທະນາ ແລະ ນຳໃຊ້ພະລັງງານເພື່ອຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ, ລະບົບນິເວດວິ ທະຍາ ແລະ ຮັບປະກັນໃຫ້ເກີດມີຄວາມຍືນຍົງໃນອະນາຄົດ. ເຊິ່ງໃນການກ່າວເປີດກອງ ປະຊຸມທ່ານລັດຖະມົນຕີຊ່ວຍວ່າ ການກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ເນັ້ນບາງບັນຫາສຳຄັນວ່າ: ລັດຖະບານລາວໄດ້ຖືສຳຄັນໃນການສົ່ງເສີມ ແລະ ພັດທະນາພະລັງງານທີ່ມີທ່າແຮງພາຍໃນປະເທດ ໂດຍສະເພາະແມ່ນການຜະລິດພະລັງງານໄຟຟ້ານ້ຳຕົກເພື່ອສະໜອງຢູ່ພາຍ ໃນ ແລະ ສົ່ງອອກຕາມແນວທາງນະໂຍບາຍຫັນປະເທດລາວເປັນໝໍ້ໄຟອາຊຽນ. ພ້ອມກັນນັ້ນການພັດທະນາພະລັງງານ ທົດແທນກໍຖືເປັນບູລິມະສິດທີ່ສຳຄັນເພື່ອເຮັດໃຫ້ການສະໜອງພະລັງງານມີຄວາມໝັ້ນຄົງຍືນຍົງ ແລະ ເປັນແຮງຜັກດັນໃນ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໂດຍການສະໜັບສະໜູນ ແລະ ສ້າງເງື່ອນໄຂໃຫ້ແກ່ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດລົງທຶນໃສ່ໂຄງການພັດທະນາພະລັງງານທົດແທນຢູ່ ສປປ ລາວ, ໂດຍສະເພາະການພັດທະນາໄຟຟ້ານ້ຳຕົກ ຂະໜາດນ້ອຍ, ເຊື້ອໄຟຊີວະພາບ, ພະ ລັງານແສງຕາເວັນ, ຊີວະມວນ ແລະ ອື່ນໆ. ເພື່ອບັນລຸຄາດໝາຍ ສູ້ຊົນການຊົມໃຊ້ພະລັງງານທົດແທນໃຫ້ເຖິງ 30% ຂອງພະລັງງານຊົມໃຊ້ທັງໝົດໃນປີ 2025 ແລະ ບັນລຸເປົ້າໝາຍສູ້ຊົນ ການຊົມໃຊ້ນ້ຳມັນເຊື້ອໄຟຊີວະພາບ ໃຫ້ໄດ້ 10% ເພື່ອທົດແທນການນຳເຂົ້ານ້ຳມັນເຊື້ອໄຟ. ໃນນັ້ນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ກາຍເປັນໜ່ວຍງານຫຼັກທີ່ສຳຄັນເພື່ອຊ່ວຍໃນການຄົ້ນຄວ້າ ແລະ ພັດທະນາວຽກງານດັ່ງກ່າວໃຫ້ກາຍ ເປັນຮູບປະທຳໃນຕໍ່ໜ້າ.

No comments:

Post a Comment