ການຄ້າຂາຍຢາເສບຕິດແມ່ນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ການພັດທະນາປະເທດ ຊາດ,
ເປັນສາເຫດພາໃຫ້ເກີດປາກົດ ການຫຍໍ້ທໍ້ໃນສັງຄົມເຊັ່ນ: ປຸ້ນຊັບ-ຊີງຊັບ, ລັກຊັບ ແລະ ອື່ນໆ
ເຊິ່ງຜ່ານມາລັດຖະບານ
ກໍໄດ້ ເພີ່ມທະວີວຽກງານສະກັດກັ້ນ ບັນຫາດັ່ງກ່າວຢ່າງຕໍ່ເນື່ອງ ແລະ
ດ້ວຍຫລາຍວິທີການເຊິ່ງ ສາມາດຈັບຕົວຜູ້ກະທຳຜິດ ມາດຳເນີນຄະດີໄດ້ເປັນຈຳນວນ ຫລາຍ ຄືປີ
2013 ຜ່ານມາສາ ມາດຈັບຜູ້ຕ້ອງຫາໄດ້ຫລາຍ ເກືອບ 2.000 ຄົນ, ພ້ອມຢຶດເຮໂຣອິນໄດ້ 165 ກິໂລ, ຢາບ້າ 15 ລ້ານ ກວ່າເມັດ, ກັນຊາແຫ້ງກວ່າ 5 ໂຕນ, ຝິ່ນ 89 ກິໂລ, ຢາໄອ 27 ກິໂລ, ໂຄເຄນ ກວ່າ 10 ກິໂລ, ສານເຄມີທີ່ໃຊ້ໃນ ການຜະລິດຢາບ້າ ແລະ ເຮໂຣອິນ 122 ກິໂລ, ເຄື່ອງຈັກ ແລະ ອຸປະກອນທີ່ໃຊ້ໃນການ
ຄ້າ-ຂາຍສິ່ງເສບຕິດດັ່ງກ່າວ ພ້ອມອາວຸດຫລາຍກວ່າ 100 ລາຍການ. ນອກນັ້ນ ຍັງສາ ມາດຢຶດພາຫະນະໄດ້ 72 ຄັນ ແລະ ເງິນສົດຫລາຍກວ່າ 365 ລ້ານກີບ, 4 ລ້ານໂດລາ, 1 ພັນ ລ້ານດົງ ແລະ 5 ແສນກວ່າຢວນ ຈາກຂະບວນການຄ້າຂາຍຢາ ເສບຕິດຂ້າມຊາດ.
ໃນປີ 2013 ຜ່ານມາ, ສານປະຊາຊົນນະຄອນຫລວງວຽງຈັນ
ໄດ້ຕັດສິນຄະດີຄ້າຂາຍຢາເສບຕິດຫລາຍກວ່າ 200 ເລື່ອງ ແລະ ຫລັງສຸດຄືໃນວັນທີ 20 ກຸມພານີ້,
ສານປະຊາຊົນນະຄອນຫລວງວຽງຈັນກໍໄດ້ຕັດສິນລົງໂທດຜູ້ຄ້າຂາຍຢາ ເສບຕິດ 2 ຄົນ ຄືທ້າວ ໄມດາ ດວງປັນຍາ
ອາຍຸ 55 ປີ ຫວ່າງງານ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຖືກຫາວ່າ ສົມຮູ້ຮ່ວມຄິດຂົນສົ່ງຢາເສບຕິດ,
ຖືກເຈົ້າໜ້າທີ່ກັກຕົວໄດ້ໃນວັນທີ 19 ທັນວາ 2012 ພ້ອມຢາບ້າ 183 ມັດ ແລະ ທ້າວ ຄຳພັດ ດວງປັນຍາ
ອາຍຸ 33 ປີ ຫວ່າງງານ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກນະຄອນ ຫລວງວຽງຈັນ ຖືກຫາວ່າມີອາວຸດ
ເສິກ ແລະ ຢາເສບຕິດໄວ້ຄອບຄອງ, ຖືກກັກຕົວໃນວັນທີ 19 ທັນວາ 2012. ຜ່ານການສືບສວນ ແລະ ຜູ້ຕ້ອງຫາທັງສອງຮັບ
ສາລະພາບວ່າ: ໄດ້ຮັບໃຫ້ຂົນສົ່ງຢາເສບຕິດດັ່ງກ່າວແທ້ ແລະ ຜ່ານການຄົ້ນຄວ້າຂໍ້ມູນຫລັກຖານຢ່າງຄົບຖ້ວນພາວະວິໄສ
ສານຈຶ່ງຕັດສິນລົງໂທດຜູ້ຕ້ອງຫາທັງສອງໂດຍຕັດອິດສະລະພາບທ້າວ ໄມດາ ຈຳຄຸກ 5 ປີ ພ້ອມປັບໄໝ
5 ລ້ານກີບ, ຕັດອິດ ສະລະພາບທ້າວ ຄຳພັດ ຈຳຄຸກ 6 ເດືອນ ປັບໄໝ 5 ແສນກີບ.

No comments:
Post a Comment