Ad

Ad

24 February 2014

ເສັ້ນທາງຫຼວງຫຼາຍຈຸດທີ່ເປ່ເພ ຄວນເລັ່ງສ້ອມແປງໃຫ້ສຳເລັດກ່ອນໜ້າຝົນ



       ເສັ້ນທາງຄົມມະນາຄົມຫຼາຍສາຍນັບແຕ່ເໜືອຮອດໄຕ້ລວມເຖິງເສັ້ນທາງຍຸດ ທະສາດອອກສູ່ບັນດາປະເທດໃກ້ຄຽງທີ່ໄດ້ຮັບຜົນກະທົບ ແລະ ເປ່ເພຈາກລະດູ ຝົນຜ່ານມາ. ແຕ່ຈົນມາຮອດປັດຈຸບັນບັນຫາເສັ້ນທາງເຫຼົ່ານັ້ນຍັງບໍ່ທັນໄດ້ຮັບການ ສ້ອມແປງຟື້ນຟູຄືນໃໝ່ ແລະ ຖ້າຍັງມີການຊັກຊ້າເມື່ອກ້າວສູ່ລະດູຝົນນີ້ຍິ່ງຈະຮ້າຍ ແຮງຂື້ນ, ໂດຍສະເພາະແມ່ນເສັ້ນ ທາງເລກ 13 ເໜືອ ໄລຍະແຕ່ເມືອງກາສີ ໄປຫາ ແຂວງຫຼວງພະບາງອອກສູ່ອຸດົມໄຊ, ຜົ້ງສາລີ ແລະ ໄປຫາແຂວງຫົວພັນ ອອກສູ່
ຊາຍແດນຫວຽດນາມ; ພ້ອມນັ້ນກໍແມ່ນເສັ້ນທາງແຍກສາລາພູຄູນໄປແຂວງຊຽງຂວາງ; ເສັ້ນທາງເລກ 8 ຈາກ ເມືອງຄຳເກີດ, ແຂວງບໍລິຄຳໄຊ ອອກສູ່ຊາຍແດນຫວຽດນາມ  ແລະ ເສັ້ນທາງແຂວງຕໍ່ແຂວງ ອື່ນໆອີກ. ຊຶ່ງເຫັນວ່າຍັງມີຫຼາຍ ບ່ອນທີ່ຍັງ
ເປັນຈຸດຫຼໍ່ແຫຼມໃຫ້ແກ່ການສັນຈອນໄປມາອັນໄດ້ສ້າງຄວາມບໍ່ສະບາຍໃຈໃຫ້ຜູ້ໃຊ້ລົດໃຊ້ຖະໜົນເປັນບໍ່ໜ້ອຍ. ດັ່ງນັ້ນ ຈິ່ງ ເປັນຂໍ້ສະເໜີມາຍັງຂະແໜງການກ່ຽວຂ້ອງຈົ່ງຮີບຮ້ອນຊອກຫາວິທີທາງແກ້ໄຂໃຫ້ສຳເລັດໂດຍໄວແນໃສ່ເຮັດໃຫ້ ການຄົມ ມະນາຄົມຂົນສົ່ງຂອງປະເທດມີຄວາມສະດວກສະບາຍ ແລະ ຮັບປະກັນໄດ້ໃນທຸກລະດູການ.


No comments:

Post a Comment