ການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຜູ້ ຕ້ອງຫາທັງສອງໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວຊີງຊັບມາແລ້ວ 14
ຄັ້ງຄື: ໃນເດືອນກັນຍາ 2013 ທັງສອງ ໄດ້ດຶງເອົາກະເປົາຍິງສາວຄົນໜຶ່ງຢູ່ບໍລິເວນ ບ້ານສະພານທອງ ໄດ້ເງິນຈຳນວນໜຶ່ງ ແລະ ໂທລະສັບມືຖືໄອໂຟນ 1 ໜ່ວຍ. ຈາກນັ້ນ, ໄດ້ນຳໄປຂາຍ, ຕໍ່ມາໃນຊ່ວງເດືອນຕຸລາປີຜ່ານມາ ທັງສອງກໍໄດ້ດຶງກະເປົາ ຂອງຍິງສາວອີກຜູ້ໜຶ່ງຢູ່ເຂດສວນ 23 ສິງຫາ ບ້ານສະພານທອງເໜືອ ກ່ອນຈະຖືກເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ຈັບຕົວມາດຳເນີນຄະດີໄດ້.
ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
ນັບແຕ່ ວັນທີ 12 ຫາ 18 ກຸມພານີ້, ຢູ່ນະຄອນຫຼວງວຽງຈັນ ມີປາກົດການຫຍໍ້ທໍ້ເກີດຂື້ນ 70
ກ່ວາເລື່ອງ, ທຽບໃສ່ອາທິດຜ່ານມາເພີ່ມຂື້ນ 9 ເລື່ອງ ສ່ວນໃຫຍ່ແມ່ນສະພາບຊີງຊັບ, ລັກ ຊັບ
ແລະ ມົ້ວສຸມຢາເສບຕິດ, ມີລົດໃຫຍ່ເສຍຫາຍ 8 ຄັນ, ລົດຈັກ 19 ຄັນ, ໂທລະສັບ 47 ໜ່ວຍ, ຄຳຮູບປະພັນ
6 ບາດ, ໂນດບຸກ 5 ໜ່ວຍ ແລະ ຊັບສິນ ອື່ນໆຄື: ໃນວັນທີ 16 ກຸມພານີ້ ໄດ້ມີຄົນຮ້າຍ 2 ຄົນ
ຂີ່ລົດຈັກໄດ້ໃຊ້ມີດ 1 ດວງອອກມາ ຈີ້ເອົາລົດຂອງປະຊາຊົນຢູ່ເສັ້ນທາງຕະຫຼາດສີເກີດ, ບ້ານສີເກີດ
ເມືອງນາຍຊາຍທອງ ນະຄອນຫຼວງວຽງຈັນ ຊຶ່ງທາງເຈົ້າໜ້າ ທີ່ກຳລັງເລັ່ງແກ້ໄຂສະພາບດັ່ງກ່າວຢູ່.

No comments:
Post a Comment