Ad

Ad

25 February 2014

ຍົກລະດັບໃຫ້ນັກຜະລິດລາຍການໂທລະພາບສຳລັບເດັກກ່ອນໄວຮຽນ


      ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບອົງການອຸຍ ນີເຊັບຈັດບັ້ນເຝິກອົບຮົມການວາງແຜນ ແລະ ຜະລິດລາຍການໂທລະພາບສຳລັບ ເດັກກ່ອນໄວຮຽນ ຄືລາຍການ “ບ້ານຂອງຂ້ອຍ” ພາກສອງໃຫ້ນັກຂ່າວໂທລະພາບ ທົ່ວປະເທດກວ່າ 80 ຄົນ ແຕ່ວັນ ທີ 24-28 ກຸມພານີ້ ຢູ່ໂຮງແຮມ ດອນຈັນພາ ເລດນະຄອນຫລວງວຽງຈັນ.
          ການອົບຮົມຄັ້ງນີ້, ວິທະຍາກອນ-ຊ່ຽວຊານຕ່າງປະເທດຈະແນະນຳດ້ານ ການວາງແຜນ ແລະ ຜະລິດລາຍການໂທ ລະພາບ “ບ້ານຂອງຂ້ອຍ” ພາກສອງໂດຍ ຈະເນັ້ນໃສ່ການຂຽນ ບົດ ຫລື ເນື້ອໃນລາຍການ, ຜະລິດລາຍການສົດ, ຊີ້ນຳການ ຜະລິດຕະຫລອດເຖິງການປະກອບດົນຕີ ແລະ ແຕ່ງເພງປະກອບ. ທັງນີ້ເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງນັກ ຜະລິດລາຍການໂທລະພາບຂອງລາວ
ໄດ້ພັດທະນາສື່ທີ່ຈະຊ່ວຍສ້າງຄວາມເຂັ້ມແຂງ, ການສຶກສາ ແລະ ສ້າງຄວາມໝັ້ນໃຈໃຫ້ເດັກທຸກຄົນບໍ່ວ່າເດັກພິການ ຫລື ບໍ່ພິການ, ເດັກຊົນເຜົ່າ ແລະ ເດັກດ້ອຍໂອກາດ.
          ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ “ບ້ານຂອງຂ້ອຍ” ມີ 15 ຕອນໃນພາກທີໜຶ່ງໄດ້ອອກອາກາດ ຜ່ານໂທລະພາບລາວຊ່ອງ 3, ລາວສະຕາ, ປ້ອງກັນຄວາມສະຫງົບ, ຊ່ອງ 5 ແລະ ເອັມວີລາວ ໃນເດືອນກັນຍາ 2013 ເຊິ່ງໄດ້ຮັບຄວາມນິຍົມຊົມຊອບໃນໝູ່ເດັກນ້ອຍລາວພ້ອມດ້ວຍພໍ່ແມ່ ແລະ ຄູອະນຸບານໃນທົ່ວປະເທດ, ເປັນລາຍການທຳ ອິດທີ່ຊີ້ໃຫ້ເຫັນຄວາມກຽມພ້ອມຂອງເດັກໃນການເຂົ້າໂຮງຮຽນປະຖົມ ແລະ ໃນຊີວິດຕົວຈິງຂອງເຂົາເຈົ້າ, ຍັງມີຫລາກ ຫລາຍຫົວຂໍ້ທີ່ແນໃສ່ການພັດທະນາຮ່າງກາຍດ້ານການຮຽນຮູ້, ດ້ານສັງຄົມ ແລະ ອາລົມຂອງເດັກ. ບັນຫາສຳຄັນຕົ້ນຕໍຂອງ ລາຍການນີ້ແມ່ນສົ່ງເສີມຄວາມຫລາກຫລາຍ ແລະ ການຢູ່ຮ່ວມກັນຂອງເດັກຍິງ-ຊາຍ, ເດັກພິການ ຫລື ບໍ່ພິການ, ເດັກຊົນ ເຜົ່າ ແລະ ເດັກດ້ອຍໂອກາດໄດ້ມີໂອກາດຢູ່ຮ່ວມກັນ.

No comments:

Post a Comment