Ad

Ad

25 February 2014

ກະຊວງການຕ່າງປະເທດຕ້ອງການມີກາໝາຍສະເພາະຂອງຕົນ.



      ໃນວັນທີ 24 ກຸມພານີ້, ຢູ່ສູນເຝິກອົບຮົມ ແລະ ຮ່ວມມືສາກົນ (ICTC), ນະຄອນ ຫລວງວຽງຈັນ, ກະຊວງການຕ່າງ ປະເທດ, ໄດ້ເຊີນບັນດາພະນັກງານວິຊາການຈາກກະຊວງ ແລະ ອົງການຕ່າງໆເຂົ້າຮ່ວມສະແດງຄວາມຄິດເຫັນກ່ຽວກັບການ ອອກແບບກາໝາຍຂອງ ກະຊວງການຕ່າງປະເທດ. ໂດຍການເປັນປະທານຂອງ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນ ຕີຊ່ວຍວ່າການກະຊວງການຕ່າງປະເທດ.
         ທ່ານລັດຖະມົນຕີຊ່ວຍກະຊວງການຕ່າງປະເທດ ກ່າວວ່າ: ພາຍຫລັງປະເທດຊາດໄດ້ ຮັບການປົດປ່ອຍ, ກະຊວງການ ຕ່າງປະເທດໄດ້ມີບົດບາດສຳຄັນໃນການເຄື່ອນໄຫວວຽກງານ ການຕ່າງປະເທດບົນພື້ນຖານການຈັດຕັ້ງຜັນຂະຫຍາຍນະໂຍ ບາຍການຕ່າງປະເທດຂອງ
ພັກ-ລັດ ໃຫ້ປະກົດຜົນເປັນຈິງ ໂດຍປະຕິບັດຄຳຂວັນ “ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ” ອັນໄດ້ ເຮັດໃຫ້ບົດບາດຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ຊຶ່ງສະແດງອອກຄື:  ສປປ ລາວ ໄດ້ຮັບ
ຄວາມໄວ້ເນື້ອເຊື່ອໃຈເປັນເຈົ້າພາບຈັດກອງປະຊຸມສຳຄັນຕ່າງໆທັງໃນລະດັບພາກພື້ນ ແລະ ສາກົນຫລາຍຄັ້ງ ລ້ວນແລ້ວ ແຕ່ໄດ້ຮັບຜົນສຳເລັດທຸກດ້ານຕະຫລອດມາ. ດັ່ງນັ້ນ, ກະຊວງການຕ່າງປະເທດ​ໄດ້ກາຍ​ເປັນຕົວແທນ ໃຫ້ແກ່ພັກ-ລັດ ໃນການຂະຫຍາຍການພົວພັນກັບສາກົນໃຫ້ມີຄຸນນະພາບ ແລະ ປະສິດທິພາບ, ທັງເປັນຜູ້ເຈລະຈາຕໍ່ລອງນຳເອົາຜົນປະ ໂຫຍດມາສູ່ປະເທດຊາດ ແລະ ພັກ-ລັດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ກະຊວງການຕ່າງປະເທດຍາດມາໄດ້ຕະຫລອດ ໄລຍະຜ່ານມາ. ສະນັ້ນເພື່ອກະກຽມຄວາມພ້ອມ ໃນການເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ໃນປີ 2015 ທຸກດ້ານ, ກາໝາຍຂອງແຕ່ລະຂະແໜງການລ້ວນແຕ່ມີຄວາມຈຳເປັນຕ້ອງໄດ້ສ້າງຂຶ້ນ ເພື່ອເປັນເອກະລັກສະເພາະຂອງ ຕົນ​ເອງ.



No comments:

Post a Comment