Ad

Ad

25 February 2014

ສະຫຼອງ​ຫ້ອງການ​ໃໝ່ ແລະ ວັນ​ຄົບຮອບ 20ປີ ຂອງ​ທະນາຄານ ກຸງ​ເທບ ສາຂານະຄອນຫຼວງ​ວຽງ​ຈັນ.



​       ວັນ​ທີ 24 ກຸມພາ​ນີ້, ຢູ່ ຫ້ອງການທະນາຄານ​ກຸງ​ເທບ  ຢູ່ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມ​ສະຫຼອງ​ການ​ເປີດ​ຫ້ອງການ​ໃໝ່ ແລະ ວັນ​ຄົບຮອບ 20ປີ ຂອງ​ທະນາຄານ​ກຸງ​ເທບ ສາຂາ​ນະຄອນຫຼວງ​ວຽງ​ຈັນ​, ໂດຍ​ການ​ເຂົ້າ​ຮ່ວມຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ແລະ ລັດ​ຖະມົນຕີ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ໂຄ​ສິດ ປັ້ນ​ປ່ຽມຣັດ ປະທານ​ສະພາ​ບໍລິຫານ ທະນາຄານກຸງ​ເທບ ຈຳ​ກັດມະຫາຊົນ, ພ້ອມ​ດ້ວຍ​ພະນັກງານ ແລະ ບັນດາ​ບໍລິສັດ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼາຍ.
            ສຳລັບ​ທະນາຄານ ກຸງ​ເທບ ສາຂາ​ນະຄອນຫຼວງ​ວຽງ​ຈັນ​ຖືສຳຄັນ​ລູກ​ຄ້າ​ດ້ວຍ​ການ​​ບໍລິການດ້ານ​ການ​ເງິນໄດ້​ຄົບ​ວົງ​ຈອນ​ຕາມ​ທີ່​ລູກ​ຄ້າ​ຕ້ອງການ, ພ້ອມ​ທັງ​ໃຫ້​ຄຳ​ແນະນຳ​ປຶກສາ​ດ້ານ​ການ​ເງິນ​ ແລະ ຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ລູກ​ຄ້າ​
ໄດ້​ຢ່າງ​ວ່ອງ​ໄວ.
           ທ່ານ ພິສິດ ຈະ​ເຣີນພັນ ຜູ້​ຈັດການທະນາຄານ​ກຸງ​ເທບ ສາຂາ​ນະຄອນຫຼວງ​ວຽງ​ຈັນກ່າວ​ວ່າ: ຕະຫຼອດ​ໄລຍະ​ເວລາ​ 20ປີ ​ຜ່ານ​ມາ, ທະນາ​ຄານ​ກຸງ​ເທບ ມີ ຄວາມພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້​ປະກອບສ່ວນ​ເຂົ້າໃນ​ຂະ​ບວນ ການ​ສ້າ​ງສາ ​ແລະ ພັດທະນາ​ເສດຖະກິດຂອງລາວມີຄວາມເຕີບໃຫ່ຍເຂັ້ມແຂງ, ໂດຍ​ສະ​ເພາະແມ່ນ​ຂະ​ແໜງການ​ທະນາຄາ​ນ, ການ​ເງິນ, ການ​ພັດທະນາ​ດ້ານ​ພື້ນຖານ​ໂຄງ​ລ່າງ ແລະ ຊັບພະຍາກອນ​ມະນຸດ​ໃນລາວ ແລະ ທະນາຄານເອງກໍມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ຂະຫຍາຍຕົວ​ທາງ​ດ້ານ ເສດຖະກິດ​ຂອງ​ລາວ​ໃນ​ອະນາ ຄົດດັ່ງນັ້ນ, ທະນາຄານ​ຈິ່ງ​ໄດ້ປັບປຸງ ແລະ ຂະຫຍາຍ​ສະຖານ​ທີ່​ໃໝ່​ຂອງຕົນເພື່ອສາມາດຕອບສະໜອງ ແລະ ຮອງຮັບ​ການບໍລິ​ການ​​ລູກ​ຄ້າ​ໃຫ້​ມີ​ຄວາມ​ສະດວກ​ຍິ່ງ​ຂື້ນ ແລະ ກໍ​ເພື່ອ​ກະກຽມ​ການ​ຂະຫຍາຍ​ທຸລະ​ກິດ​ຂອງ​ທະ​ຄານໃຫ້ເຂັ້ມແຂງກວ່າເກົ່າ ເພື່ອສາມາດຕອບສະ​ໜອງ​ການ​ບໍລິການ​ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ສັງຄົມ​ລາວ​ຢ່າງ​ເຕັມທີ່ ແລະ ໄດ້​ມີ​ໂອກາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ສ້າງສາ​ເສດຖະກິດ​ຂອງ​ລາວ​​ໃຫ້​ເຕີບໃຫ່ຍເຂັ້ມແຂງຍິ່ງຂື້ນ.
            ທະນາຄານ​ ກຸງ​ເທບ​ ຈຳກັດ (ມະຫາຊົນ) ເປີດ​ດຳ​ເນີນ​ການ​ສາຂາ​ຢູ່​ນະຄອນຫຼວງວຽງ​ຈັນ, ​ນັບ​ແຕ​່​ວັນ​ທີ 5 ເດືອນ​ສິງຫາ 1993, ຕະຫຼອດ​ໄລຍະ​ເວ​ລາ 20 ປີ​ທີ່​ຜ່ານ​ມາ​ສາຂາ​ດັ່ງກ່າວ​ສາມາດ​ໃຫ້​ບໍລິ​ການ​ດ້ານ​ການ​ທະນາຄານ​ເຕັມຮູບ​ແບບປະ ກອບ​ດ້ວຍການ​ບໍລິການ​ເພື່ອ​ທຸລະ​ກິດ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​, ສິນ​ເຊື່ອ​ທຸລະ​ກິດ, ບໍລິການ​ໂອນ​ເງີ​ນ, ບໍລິການ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ ​ແລະ ບໍ​ລິດ​ການ​ບັນຊີເງິນຝາກ, ຊຶ່ງ​ລວມ​ເຖິງ​ບັນຊີ​ເງິນ​ຝາກ​ປະຈຳ ​ແລະ ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ. ຫ້ອງການແຫ່ງ​ທຳ​ອິດ​ຂອງ​ທະນາຄານ ຕັ້ງ​ຢູ່​ເລກທີ 140, ໜ່ວຍ 9, ຖະໜົນຫັດສະດີ; ປັດຈຸບັນທະນາຄານ​ໄດ້​ຍ້າຍ​ໄປ​ຫ້ອງການ​ໃໝ່​ຊຶ່ງ​ຕັ້ງ​ຢູ່​ເລກທີ 12, ຖະໜົນ​ສາມ​ແສນ​ໄທ, ບ້ານ​ຊຽງ​ຢືນ, ​ເມືອງຈັນທະ​ບູລີ, ນະຄອນ​ຫຼວງ​ວຽງ​ຈັນ.

No comments:

Post a Comment