Ad

Ad

25 February 2014

ຮອງ​ປະ​ທານ​ປະ​ເທ​ດ ​ເນັ້ນ​ໃຫ້​ແນວ​ລາວ​ສ້າງ​ຊາດ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ​ສ້າງ​ຄວາມ​ສາມັກຄີ​ພາຍ​ໃນ​ຊາດ



       ທ່ານ ບຸນ​ຍັງ ວໍລະ​ຈິດ ກຳມະການ​ກົມ​ການ​ເມືອງ​ສູນກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະ ທານ​ປະ​ເທດ ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ກອງ​ປະຊຸມ​ສາມັນ​ຄົບ​ຄະນະສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ທົ່ວປະ​ເທດ ຄັ້ງທີ 4 ສະ​ໄໝທີ 9 ທີ່​ໄຂ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 20-21 ກຸມພາ​ນີ້, ຢູ່​ແຂວງ​ຫົວພັນ​ວ່າ: ຄຽງຄູ່​ກັບ​ການ​ຜັນ​ຂະຫຍາຍ​ຜົນສຳ​​ເລັດ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມານັ້ນ, ກໍ​ໃຫ້​ເອົາ​ໃຈ​ໃສ່​ສືບຕໍ່ສຶກສາ​ອົບຮົມ​ການ​ເມືອງ​ແນວ​ຄິດ​ໃຫ້​ສະມາ​ຊິກ​ພັກ-ພະນັກງານ​ພາຍ​ໃນ​ອົງການ​ແນວ​ລາວ​ສ້າງ​ຊາດ​ແຕ່ລະ​ຂັ້ນ​ໃຫ້​ມີ​ການ​ຫັນປ່ຽນຈິນຕະນາການ​ໃໝ່, ສ້າງ​ຄວາມ​ຮັບ​ຮູ້​ໃໝ່, ​ແກ້​ໄຂ​ແນວ​ຄິດ​ຄອງ​ເດີມ, ​ເຮັດ​ຕາມ​ທຳ​ມະ​ຊາດ ​ເອື່ອຍ​ອີງ​ລໍຖ້າ​ແຕ່​ຄຳ​ສັ່ງ, ສ້າງ​ໃຫ້​ມີ​ຫົວຄິດ​ປະດິດ​ສ້າງ ​ໂດຍ​ອີງ​ໃສ່​ກຳລັງ​ແຮງ​ຂອງ​ມະຫາຊົນ; ຄຽງຄູ່​ກັນນັ້ນ​ແນວ​ລາວ​ສ້າງ​ຊາດ​ທຸກຂັ້ນຕ້​ອງປຸກລະດົມຂະ​ບວນການ​ຮັກ​ຊາດ ​ແລະ ພັດທະນາ, ສູ້​ຊົນ​ບັນລຸ​ຄາດໝາຍທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9​ແລະ ແຜນ​ພັດທະນາເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ 7 ວາງ ອອກ, ບຸກບືນ​ປະຕິບັດ​ວຽກງານ​ຮາກ​ຖານ, ວຽກງານ 3 ສ້າງ, ເຂົ້າ​ຮ່ວມ​ພັດທະນາ​ຊົນນະບົດ, ສ້າງ​ບ້ານ​ໃຫຍ່​ໃຫ້​ເປັນ​ຕົວ​ເມືອງ​ນ້ອຍ ​ແລະ ຊຸກຍູ້​ການ​ຜະລິດ​ສິນຄ້າ ​ແລະ ບໍລິການ ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ. ເອົາ​​ໃຈ​ໃສ່​ປັບປຸງ​ແບບ​​ແຜນ​ວິທີ​ເຮັດ​ວຽກ, ​ແບບ​ແຜນ​ວິທີ​ເຄື່ອນ​ໄຫວ​ຂອງ​ແນວ​ລາວ​ສ້າງ​ຊາດ​ທຸກຂັ້ນ​ໃຫ້​ໄປ​ຕາມ​ລັກສະນະ​ມະຫາຊົນ, ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ປະຊາຊົນ, ຕ້ອງ​ກຳ​ແໜ້ນປະຊາຊົນ, ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ຫົວໜ້າຊິງ​ຊາວ​ເຜົ່າ​ຕ່າງໆຢູ່​ຊົນນະ​ບົດ, ຜູ້​ຊົງ​ຄຸນ​ວຸດ​ທິ ​ແລະ ຄະນະ​ນຳ​ສາ​ສະໜາຕ່າງໆ. ພ້ອມ​ນີ້ ຕ້ອງ​ເຮັດ​ແໜ້ນຄວາມ​ສາມັກ​ຄີ​ປອງ​ດ​ອງລະຫວ່າງ​ເຜົ່າ, ຊັ້ນ ຄົນ, ສາສະໜາ, ທຸກ​ເພດ​ໄວ​ຕາມ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ສ້າງ​ອຸດົມ​ການ​ຈິດ​ໃຈ​ເອກະ ລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເດັດດ່ຽວຕ້ານ​ທຸກ​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນ​ຕິ​ຂອງ​ສັດຕູທີ່​ຫວັງ​ແບ່ງ​ແຍກ​ຄວາມ​ສາມັກ​ຄີ​ຂອງ​ຊາດ. ​ເອົາ​ໃຈ​ໃສ່​ລົງ​ຕິດ​ແທດ​ກັບ​ອົງການ​ຈັດຕັ້ງສົງ​ຄົມ, ກຳ​ແໜ້ນ ອົງການ​ໃດ​ມີ​ລັກສະນະ​ກ້າວໜ້າ, ສົມທົບ​ກັບ​ຂະ​ແໜງ ​ແລະ ທ້ອງ​ຖິ່ນ​ກ່ຽວຂ້ອງ​ເພື່ອ​ສຶກສາ​ອົບຮົມ​ເຂົາ​ເຈົ້າ ​ແລະ ​ເດີນ​ໄປ​ຕາມ​ແນວ ທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ ເພື່ອ​ກຳຈັດ​ສິ່ງ​ຫຍໍ້​ທໍ້​ຕ່າງໆ. ​ເອົາ​ໃຈ​ໃສ່​ປັບປຸງ​ຄວາມ​ສາມາດ​ນຳ ພາ​ຂອງ​ແນວ​ລາວ​ສ້າງ​ຊາດ​ແຕ່ລະ​ຂັ້ນ​ເປັນຕົ້ນຄວາມ​ສາມາດ​ເປັນ​ເສນາ​ທິການ​ໃນ​ການ​ປຸກລະດົມ​ສຶກສາ​ອົບຮົມ​  ຄວາມ​ສາມາດ​ໃນ​ການ​ນຳພາ​ພັດທະນາ​ເສດຖະກິດ ​ແກ້​ໄຂ​ຄວາມທຸກ​ຍາກ​ໃຫ້​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ, ພາຍ​ນອກ​ໃຫ້​ກວ້າງຂວາງປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກທີ່​ຕິດ​ແທດ​ກັບ​ຮາກ​ຖານ, ຕິດ​ແທດ​ກັບ​ມະຫາຊົນ ​ແລະ ຕິດ​ແທດ​ກັບ​ຕົວ​ຈິງ, ກະກຽມກ້າວ​ເຂົ້າ​ສູ່ກອງ​ປະຊຸມ​​ໃຫຍ່​ຄັ້ງທີ 10 ຂອງ​ພັກ ແລະ ກອງ​ປະຊຸ​ມ​ໃຫຍ່​ແນວ​ລາວ​ສ້າງ​ຊາດ​ຄັ້ງທີ 10 ​ໃຫ້​ສຳ​ເລັດ​ຢ່າງ​ຈົບງາມ.

No comments:

Post a Comment