Ad

Ad

25 February 2014

ທາງ R3 ເສັ້ນເລືອດສຳຄັນຂອງການຂົນສົ່ງພາກພື້ນແມ່ນ້ຳຂອງ.



      6 ປະເທດອະນຸພາກພື້ນແມ່ນ້ຳຂອງ ຄື ສປ ຈີນ, ມຽນມາ, ໄທ, ລາວ, ຫວຽດ ນາມ ແລະ ກຳປູເຈຍ ໄດ້ຈັດກອງປະຊຸມ ທົບທວນຄືນໂຄງການພັດທະນາເສັ້ນທາງ ລະບຽງເສດຖະກິດເໜືອ-ໃຕ້ ໃນວັນທີ 24 ກຸມພານີ້ ຢູ່ໂຮງແຮມເມີກຽວ ນະຄອນ ຫລວງວຽງຈັນ ສຳລັບອະນຸພາກພື້ນແມ່ (GMS) ເພື່ອກະກຽມໃສ່ບົດລາຍ ງານສິ້ນ ສຸດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ, ຄວາມຍືນຍົງ ແລະ ປາສະຈາກຜົນກະ ທົບຕ່າງໆ.
      ໂຄງການດັ່ງກ່າວໄດ້ມີແນວຄິດລິເລີ່ມເພື່ອການພັດທະນາໃນອະນຸພາກພື້ນ ໂດຍເຊື່ອມໂຍງກັບສອງປະເທດທີ່ມີທ່າອ່ຽງ ຈະເລີນເຕີບໃຫຍ່ໄວທາງເສດຖະກິດ ຄື ສປ ຈີນ, ໄທ ແລະ ເປັນປະເທດ ທີ່ໄດ້ຮັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນໃນອະນຸພາກພື້ນໂດຍສະເພາະເພື່ອຫລຸດຜ່ອນ
ຄວາມທຸກຍາກຢູ່ ສປປ ລາວ ດ້ວຍການສ້າງເງື່ອນ ໄຂໃຫ້ສາມາດເຊື່ອມໂຍງເຂົ້າເຖິງຕະຫຼາດ, ການບໍລິການ, ສົ່ງເສີມ ການຈ້າງງານ ແລະ ການພັດທະນາວຽກງານທ່ອງທ່ຽວ.
      ສິ່ງທີ່ເຫັນໄດ້ໃນໂຄງການ ດັ່ງກ່າວແມ່ນການກໍ່ສ້າງເສັ້ນທາງ R3 ທີ່ເຊື່ອມໂຍງໂດຍກົງ ລະຫວ່າງ ສປ ຈີນ ແລະ ໄທ ໂດຍຜ່ານ ສປປ ລາວ ອັນໄດ້ຊ່ວຍໃຫ້ຫລຸດຜ່ອນຕົ້ນທຶນດ້ານການຂົນສົ່ງ ແລະ ເພີ່ມປະສິດທິພາບດ້ານການຂົນສົ່ງຂອງລົດ ບັນທຸກສິນຄ້າ ແລະ ໂດຍສານ. ເສັ້ນທາງນີ້ ມີຄວາມຍາວ 226 ກວ່າກິໂລແມັດ, ໃນນັ້ນ ສຳລັບ ສປ ຈີນ ຮັບຜິດຊອບ ມີຄວາມຍາວ 66,43 ກິໂລແມັດຈາກເມືອງບໍ່ເຕັນຫາ ແຂວງຫລວງນ້ຳທາ. ສຳລັບພາກສ່ວນທະນາຄານພັດທະນາອາຊີ (ADB) ຮັບຜິດຊອບ ມີຄວາມຍາວ 75,85 ກິໂລແມັດ ຈາກແຂວງຫລວງນ້ຳທາຫາບ້ານຊອດ ແລະ ສຳລັບພາກ ສ່ວນຂອງປະເທດໄທຮັບຜິດ ຊອບແມ່ນມີຄວາມຍາວ 84 ກິ ໂລແມັດຈາກບ້ານຊອດ-ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວລວມ ມີມູນຄ່າກໍ່ສ້າງທັງໝົດ 129 ລ້ານກວ່າໂດລາສະຫະລັດ. ພາຍຫລັງເສັ້ນທາງກໍ່ສ້າງສຳເລັດໃນປີ 2007 ໄດ້ຊ່ວຍໃຫ້ຄ່າໃຊ້ຈ່າຍ ໃນການນຳໃຊ້ພາຫະນະຫລຸດລົງ 43% ສະເພາະລົດໃຫຍ່, ລົດເມ ຫລຸດລົງ 14% ແລະ ລົດບັນທຸກ ຫລຸດລົງ 2%. ນອກຈາກນີ້ ໄລຍະເວລາທີ່ໃຊ້ໃນການເດີນທາງກໍຫລຸດລົງຫລາຍກວ່າ 9 ຊົ່ວໂມງ ໃນການເດີນທາງຈາກບໍ່ເຕັນ- ເມືອງຫ້ວຍ ຊາຍ ແຂວງບໍ່ແກ້ວ. ຄຽງຄູ່ກັນນັ້ນ ກໍສັງເກດເຫັນວ່າ: ລວມຍອດຜະລິດຕະພັນຂອງ ແຂວງບໍ່ແກ້ວ ແລະ ຫລວງນ້ຳທາ ກໍເພີ່ມຂຶ້ນສະເລ່ຍ 11-14% ຕໍ່ປີຕາມລຳດັບລວມໄປເຖິງການເຂົ້າເຖິງບໍລິການສາທາລະນະຕ່າງໆເຊັ່ນ: ໂຮງຮຽນ, ໂຮງໝໍ ແລະ ສະຖານທີ່ອື່ນໆກໍໄດ້ຮັບການພັດທະນາຂຶ້ນເປັນກ້າວໆ. ແນວໃດກໍຕາມ, ນອກຈາກກອງປະຊຸມໄດ້ລາຍງານກ່ຽວກັບ ຜົນປະໂຫຍດອັນໃຫຍ່ຫລວງຂອງໂຄງການກໍ່ສ້າງເສັ້ນທາງດັ່ງ ກ່າວແລ້ວກໍຍັງມີການປະເມີນ ເຖິງຄວາມຍືນຍົງ ແລະ ຜົນກະ ທົບດ້ານຕ່າງໆທີ່ຈະຕ້ອງໄດ້ມີການຊອກຫາວິທີແກ້ໄຂ.

         ສັງລວມແລ້ວ, ການສ້າງບ້ານພັດທະນາ, ບ້ານໃຫຍ່​​ເປັນ ຕົວເມືອງນ້ອຍ​​ໃນຊົນນະບົດແມ່ນການຍົກລະດັບວຽກງານ ຮາກຖານຂຶ້ນສູ່ລະດັບໃໝ່ຫັນ ເອົາພະນັກງານວິຊາການລົງຮາກຖານໃຫ້ຫລາຍ ເພື່ອສ້າງໜໍ່ແໜງປັດໄຈຕ່າງໆຢ່າງໜັກແໜ້ນໃຫ້ແກ່ພາລະກິດກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວໃຫ້ເປັນຈິງ.

No comments:

Post a Comment