Ad

Ad

26 February 2014

3 ບັນຫາທີ່ຂະບວນກການ​ກໍສ້າງຮາກຖານຈະຕ້ອງໄດ້ສູ້ຊົນຜ່ານຜ່າ



   ວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດຮອບດ້ານແມ່ນແຜ່ນນະໂຍບາຍຂອງພັກທີ່ກຳລັງເລັ່ງຈັດຕັ້ງປະຕິບັດ ຢູ່ໃນປັດຈຸບັນ, ໂດຍການເລີ່ມຈາກຂັ້ນບ້ານໃຫ້ໜັກແໜ້ນຕິດ ພັນກັບການສ້າງບ້ານພັດທະນາ ເພື່ອເຮັດໃຫ້ປະຊົນຊົນຫຼຸດພົ້ນ ອອກ​ຈາກ​ຄວາມທຸກຍາກ ແລະ ປະເທດຊາດຫຼຸດພົ້ນອອກຈາກ ການດ້ອຍພັດທະນາຕາມເປົ້າໝາຍທີ່ພັກ ແລະ ລັດໄດ້ວາງ ໄວ້, ແຕ່ຜ່ານຂະບວນການກໍ່ສ້າງຮາກຖານໄລຍະຜ່ານມາເຫັນວ່າວຽກງານດັ່ງກ່າວຍັງພົບກັບ  3  ບັນຫາທີ່ຈະຕ້ອງໄດ້ສູ້ຊົນ ຜ່ານຜ່າ ແລະ ສືບຕໍ່ບຸກທະລຸຄື: 1 ການຫັນປ່ຽນແນວຄິດເກົ່າ, ການດຳລົງຊີວິດແບບເກົ່າໄປສູ່ແນວຄິດໃໝ່, ການດຳລົງຊີວິດ ແບບໃໝ່ຍັງຊັກຊ້າ ແລະ ເຮັດໄດ້ຍາກ, 2 ຊົນນະບົດ ແລະ ຕົວເມືອງ ຍັງຫ່າງໄກກັນ, ບາງຂົງເຂດຍັງບໍ່ທັນມີເສັ້ນທາງຄົມ ມະນາຄົມເຂົ້າເຖິງ, ບໍ່ມີນ້ຳສະອາດໃຊ້, ບໍ່ມີໂຮງຮຽນ, ຊຶ່ງຍາກໃນການເຂົ້າເຖິງ ແລະ ເປັນບັນຫາຕົ້ນຕໍ່ທີ່ຈະຕ້ອງໄດ້ເລັ່ງ
ແກ້ໄຂ ແລະ  3  ແມ່ນກົນໄກການປະສານງານ ຍັງຊັກຊ້າ, ຂາດແຜນງານ, ແຜນ ຄົນ, ມີຄູສອນພັດແມ່ນປະຊາຊົນ ລ້ຽງ, ບາງທ້ອງຖິ່ນມີໂຄຕ້າຄູແຕ່ບໍ່​ມີຄູ, ຍ້ອນຜູ້​ຮຽນ​ຈົບ​ວິຊາ​ຄູ​ມາ​ຊຳພັດບໍ່ຍາກໄປຢູ່ເຂດຫ່າງໄກສອກຫຼີກ, ຕໍ່ບັນຫາດັ່ງກ່າວມັນ ແມ່ນບັນຫາຫຼັກທີ່ພາກສ່ວນກ່ຽວຂ້ອງ, ກໍຄືຜູ້ທີ່ມີສ່ວນຮ່ວມຈະຕ້ອງໄດ້ພ້ອມກັນຈັດຕັ້ງປະຕິບັດ, ເພື່ອເຮັດແນວໃດໃຫ້ ສຳເລັດຕາມໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ ແລະ ເພື່ອໃຫ້ບັນລຸຕາມຄາດ ຂອງທີ່ພັກ-ລັດວາງໄວ້ນີ້​ແມ່ນ​ການ​ເປີດ​ເຜີຍ​ຂອງ​ຄະນະ​ຮັບຜິດຊອບ​ວຽກ​ງານ​ດັ່ງກ່າວ​ປະຊຸມ​ສຳ​ມະ​ນາທີ່​ໄດ້​ຈັດ​ຂຶ້ນ​ອາທິດ​ຜ່ານ​ມາ​ນີ້.


No comments:

Post a Comment