Ad

Ad

26 February 2014

ລະວັງໂຈນລັກຕູ້ເຊັບມີຂື້ນແລ້ວ.



       ປັດຈຸບັນໂຈນຕູ້ເຊັບໄດ້ອອກມາເຄື່ອນໄຫວກໍ່ເຫດຢ່າງຕໍ່ເນື່ອງຕາມຫົວໜ່ວຍທຸລະກິດ ຕ່າງຊຶ່ງນັບແຕ່ຕົ້ນປີມານີ້ສະ ເພາະຢູ່ນະຄອນຫຼວງວຽງຈັນ ເກີດຂຶ້ນແລ້ວກວ່າ 10 ຄັ້ງ ແລະ ເຈົ້າໜ້າທີ່ຍັງບໍ່ສາມາດແກ້ໄຂຄະດີເກີດໄດ້ເພື່ອຈັບຕົວກຸ່ມຄົນ ຮ້າຍມາດຳເນີນຄະດີ.
        ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຄັ້ງຫລ້າສຸດເກີດຂື້ນໃນວັນທີ  17 ກຸມພານີ້ ເກີດຂຶ້ນຢູ່ບໍລິສັດ ແຫ່ງໜຶ່ງ ທີ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊຶ່ງມີຜົນເສຍຫາຍເປັນເງິນ 6 ລ້ານກີບ, ປື້ມເຊັກເງິນ 18 ຫົວ, ກາຈ້ຳຂອງບໍລິສັດ, ໃບຕາດິນ ໜຶ່ງຊຸດ (ເປັນຂອງລູກຄ້າທີ່ມາ ຈຳນຳ) ຊຶ່ງປັດຈຸບັນທາງເຈົ້າ ໜ້າທີ່ເລັ່ງແກະຮ່ອງຮອຍ
ແລະ ສືບສວນ-ສອບສວນ ເພື່ອຈັບຕົວຄົນຮ້າຍໃຫ້ໄດ້ໂດຍໄວ.
        ເຈົ້າໜ້າທີ່ໃຫ້ສັນນິຖານວ່າ: ຄົນຮ້າຍທີ່ເຄື່ອນໄຫວລັກຊັບນີ້ອາດເປັນກຸ່ມແກ້ງຂອງຄົນຕ່າງປະເທດຫຼາຍກ່ວາເນື່ອງ ຈາກການເຄື່ອນໄຫວມີຄວາມແນບນຽນພວກເຂົາມີການຊອກຮູ້ ແລະ ກວດກາລະອຽດກ່ອນຈະລົງມືເປົ້າໝາຍແມ່ນຕູ້ເຊັບ
ຊຶ່ງ ເປັນບ່ອນເກັບມ້ຽນຊັບສິນໂດຍເຈົ້າໜ້າທີ່ເຊື່ອວ່າຈະສາມາດແກ້ໄຂປາກົດການທີ່ເກີດຂຶ້ນນີ້ໄດ້ ໂດຍໄວ.
       ກົມຕຳຫຼວດສືບສວນ-ສອບສວນກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນປີ 2013 ຜ່ານມາ ທົ່ວປະເທດມີຄະດີ ເກີດຂຶ້ນທັງໝົດ 2.892 ເລື່ອງ,  ໃນນີ້ພົ້ນເດັ່ນ ກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງ ກວມ 60,8%. ຫົວໜ້າກົມ ໃຫຍ່ຕຳຫຼວດ ກ່າວວ່າ: ຕໍ່ສະ ພາບດັ່ງກ່າວກຳລັງເຈົ້າໜ້າທີ່ ພວກເຮົາຕ້ອງໄດ້ເພີ່ມທະວີສຸມ ໃສ່ແກ້ໄຂຄະດີໃຫ້ສຳເລັດ ແລະ ທັນເວລາ, ວ່ອງໄວ, ຊັດເຈນຖືກຕາມຫຼັກການວິຊາສະເພາະພ້ອມດຽວກັນກໍຕ້ອງກຳແໜ້ນກົນອຸບາຍ ແລະ ເຫລ້ຫຼ່ຽມການ ເຄື່ອນໄຫວຂອງພວກກໍ່ອາດຊະຍາກຳໃຫ້ມີປະສິດທິຜົນເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍດີຂຶ້ນກວ່າເກົ່າ.

No comments:

Post a Comment