Ad

Ad

26 February 2014

ຕັດອິດສະຫຼະພາບ 2 ປີນັກທຸລະກິດສໍ້ໂກງຊັບພົນລະເມືອງ.



        ໃນວັນທີ 25 ກຸມພານີ້ ສານ ປະຊາຊົນນະຄອນຫຼວງວຽງຈັນ ໄດ້ເປີດທີ່ປະຊຸມສານ ເພື່ອຕັດສິນລົງໂທດ ທ້າວ ຄຳເຟື້້ອງ ເຈືອງ ວັນນະວົງ ອາຍຸ 28 ປີ ອາຊີບ ນັກທຸລະກິດ ຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈຳຄຸກ 2 ປີ  6 ເດືອນ ພ້ອມປັບໃໝເງິນ 2.500.000 ກີບ ໃນຂໍ້ຫາສໍ້ໂກງຊັບ ແລະ ນຳໃຊ້ແຊັກບໍ່ຖືກຕ້ອງ ໂດຍມີຜູ້ເສຍ ຫາຍທີ່ເປັນໂຈດທາງແພ່ງຮ້ອງຟ້ອງຜູ້ກ່ຽວ 8 ຄົນ.
        ໃນບົດສຳນວນເນື້ອໃນຄະດີ ໄດ້ໃຫ້ຮູ້ວ່າ: ໃນຊ່ວງໄລຍະເດືອນ ມິຖຸນາ ປີ 2012 ທ້າວ ຄຳເຟື້ອງ ເຈືອງ ວັນນະວົງ ໄດ້ສ້າງຕັ້ງ ບໍລິສັດ KC ເຈືອງວັນນະວົງ ເຊົ່າສິນເຊື່ອ ຈຳກັດ ແລະ ຜູ້ກ່ຽວກໍໄດ້ອອກແຮງໂຄສະນາບໍລິສັດຂອງຕົນວ່າ ເປັນບໍລິສັດຊື້-ຂາຍ, ຜ່ອນ ຫຼື ດາວລົດໃຫຍ່ແບບບໍ່ມີດອກເບ້ຍໂດຍໄປຕົວະເອົາລົດນຳບໍລິສັດໜຶ່ງແລ້ວມາຜ່ອນໃຫ້ຄົນຊື້
ແລະ ມີຜູ້ຫຼົງເຊື່ອໂດຍໄດ້ເຂົ້າມາດາວລົດນຳບໍລິສັດກ່ອນຈະຖືກຕົວະ ແລະ ຖືກຍຶດລົດຄືນຄື: ປະຊາຊົນທ່ານໜຶ່ງ ຢູ່ບ້ານ ນາແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃຫ້ການວ່າ: ໃນຄັ້ງວັນທີ 7 ສິງຫາ 2012 ແມ່ນໄດ້ໄປຊື້ລົດກະບະ 4 ຈາກບໍລິສັດທ້າວ ຄຳເຟື້ອງ ໃນລາຄາ 37.500 ໂດລາ, ແຕ່ຈ່າຍກ່ອນ 33 ພັນໂດລາ ໂດຍບໍ່ຮູ້ວ່າລົດຄັນດັ່ງກ່າວແມ່ນ ບໍລິສັດ KC ຊື້ຜ່ອນດາວຈາກບໍລິສັດອື່ນແລ້ວຈ່າຍຄ່າງວດບໍ່ທັນໝົດເຮັດໃຫ້ຕົນເອງອັບປະໂຫຍດ, ເຊັ່ນດຽວກັບຜູ້ເສຍຫາຍ ອີກ 7 ຄົນ ທີ່ຖືກບໍລິສັດ KC ຕົວະ ຜ່ອນຂາຍລົດໂດຍເປັນລົດທີ່ຊື້ຜ່ອນມາຈາກບໍລິສັດອື່ນຊຶ່ງເຮັດໃຫ້ສູນເສຍເງິນຫຼາຍສິບພັນໂດ ລາ.

No comments:

Post a Comment