Ad

Ad

26 February 2014

ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ຖືກ​ສານ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ຕະຫລອດ​ຊີວິດ.



     ​ໃນ​ວັນ​ທີ 24 ກຸມພາ​ນີ້, ສານ​ປະຊາຊົນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຕັດສິນ​ລົງ​ໂທດ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ຄື​ທ້າວ ບຸນ​ທອງ, ທ້າວ ​ໄຊ​ຫວ່າງ ​ແລະ ທ້າວ ​ເຮີ​ຢາງ ຈຳ​ຄຸກ​ຕະຫລອດ​ຊີວິດ ​ແລະ ປັບ​ໄໝ​ເງິນ​ຈຳນວນ 500 ລ້ານ​ກີບ, ພາຍ ຫລັງ​ພວກ​ກ່ຽວ​ຮ່ວມ​ກັນ​ເຄື່ອນ​ໄຫວ​ຄ້າ ຂາຍ​ຢາ​ເສບ​ຕິດ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ​ແລະ ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ເມື່ອ​ກາງ​ປີ 2010 ພ້ອມ​ຂອງ​ກາງ​ຢາ​ບ້າ​ຫລາຍ​ກວ່າ 17 ພັນ​ກວ່າ​ເມັດ ​ແລະ ​ເຮ​ໂຣອິນ​ຈຳ ນວນ​ໜຶ່ງ ​ໂດຍ​ເຈົ້າໜ້າ​ທີ່​ເປີດ​ເຜີຍ​ວ່າ: ພວກ​ກ່ຽວ​ແມ່ນ​ຂະ​ບວນ ການ​ຄ້າ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ທີ່​ບໍ່​ພຽງ​ແຕ່​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ​ຢູ່​ແຂວງ​ສະຫວັນ​ນະ​ເຂດ​ເທົ່າ​ນັ້ນ, ​ແຕ່​ເປັນ​ເຄືອ​ຂ່າຍ​ຢາ​ເສບ​ຕິດ​ທີ່​ມີ​ການ​ເຄື່ອນ​ໄຫວ​ໃນ​ຫລາຍ​ແຂວງ​ທົ່ວ​ປະ​ເທດ.

No comments:

Post a Comment