Ad

Ad

26 February 2014

ຂັບ​ຂີ່​ແບບ​ປະໝາດ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຜູ້​ອື່ນ.



      ການ​ຂັບ​ຂີ່​ລົດ​ດ້ວຍ​ຄວາມ​ປະ ໝາດ​ເຊັ່ນ: ​ເມົາ​ແລ້ວ​ຂັບ, ຂັບ​ລົດ​ໄວ​ເກີນ​ຂອບ​ເຂດ​ ​ແມ່ນ​ສາ​ເຫດ​ຕົ້ນຕໍ​ຂອງ​ການ​ເກີດ​ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນ ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຊີວິດ ​ແລະ ຊັບ​ສິນ​ຜູ້​ຄົນ​ມາ​ແລ້ວ​ເປັນ​ຈຳນວນ​ບໍ່​ໜ້ອຍ ຄື​ດັ່ງ​ເຫດການ​ທີ່​ເກີດ​ຂຶ້ນ​ເມື່ອ​ທ່ຽງ​ຄືນ​ຂອງ​ວັນ​ທີ 16 ກຸມ ພາຜ່ານ​ມານີ້, ລົດ​ຈິບ​ແລນ​ກຣຸນ ເຊີ (Land Cruiser) ສີ​ປອນ ​ເລກ​ທະບຽນ ກກ 9999 ຄຳ​ມ່ວນ ​ເສຍ​ຫລັກ​ເຈີດ​ເຂົ້າ​ເຮືອນ​ຄົນ​ຢູ່​ແຄມ​ທາງ​ເຂດ​ບ້ານ​ດົງ​ດຳ​ດວນ ​ເມືອງ​ໄກສອນ
ພົມວິຫານ ​ແຂວງ​ສະ ຫວັນ​ນະ​ເຂດ ຍ້ອນ​ຜູ້​ຂັບ​ລົດ​ຄັນ​ດັ່ງກ່າວ​ຊື່​ທ້າວ ຫງວຽນ​ດຶກ​ຄຳ ອາຍຸ 28 ປີ ສັນຊາດ​ຫວຽດນາມ ໄດ້​ດື່ມ​ສິ່ງ​ມຶນ​ເມົາ​ແລ້ວ​ຂັບ​ຂີ່​ລົດ​ດ້ວຍ​ຄວາມ​ໄວ​ສູງ ຈຶ່ງ​ເກີດ​ອຸປະ ຕິ​ເຫດ​ຄື​ດັ່ງກ່າວ ອັນ​ໄດ້​ເຮັດ​ໃຫ້​ລົດ​ ​ແລະ ​ເຮືອນ​ປະຊາຊົນ​ໄດ້​
ຮັບ​ຄວາມ​ເສຍ​ຫາຍ​ສົມຄວນ, ​​ໂຊກ​ດີບໍ່​ມີ​ຜູ້​ເສຍ​ຊີວິດ ມີ​ພຽງ​ຜູ້​ຂັບ​ລົດ ແລະ ຍິງ​ທີ່​ນັ່ງ​ມາ​ນຳ​ບາດ​ເຈັບ​ເລັກ​ໜ້ອຍ.
     ນີ້​ແມ່ນ​ອຸປະຕິ​ເຫດ​ຕົວຢ່າງ​ໜຶ່ງ​ທີ່​ສະທ້ອນ​ໃຫ້​ສັງຄົມ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ຄວນ​ມີ​ສະຕິ​ລະວັງ​ຕົວ​ໃນ​ການ​ຂັບ​ຂີ່, ບໍ່​ຄວນ​ຂັບ​ຂີ່​ດ້ວຍ​ຄວາມ​ປະໝາດ, ປະຕິບັດ​ລະ ບຽບ​ການ​ສັນຈອນ​ຢ່າງ​ເຄັ່ງ​ຂັດ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທັງ​ຊີວິດ ​ແລະ ຊັບ​ສິນ​ຂອງ​ຕົນ ​ແລະ ຄົນ​ອື່ນ.

No comments:

Post a Comment