Ad

Ad

26 February 2014

​ແຂວງ​ຫົວພັນ​ທົດ​ລອງ​ປູກ​ຕົ້ນຊາ​ກຸລະ



      ​ເມື່ອ​ບໍ່​ດົນ​ມານີ້, ທ່ານ ອິກ ຕະຢາກິ​ໂຣ ປະທານ​ສະມາຄົມ​ພິ ການ​ແຫ່ງ​ປະ​ເທດ​ຍີ່ປຸ່ນ ພ້ອມ​ຄະນະໄດ້​ນຳ​ເອົາ​ຕົ້ນຊາ​ກຸລະ 200 ຕົ້ນ ມອບ​ໃຫ້​ແຂວງ​ຫົວພັນ ໂດຍ​ແມ່ນ​ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ​ເຈົ້າ​ແຂວງ​ຫົວພັນ ​ເປັນ​ຜູ້​ກ່າວ​ຮັບ.
     ຕົ້ນຊາ​ກຸລະ​ດັ່ງກ່າວ​ຈະ​ໄດ້​ນຳ​ໄປ​ປູກ​ຢູ່ບາງ​ຈຸດ​ໃນ​ເຂດ​​ເທສະ​ບານ​ເມືອງ​ຊຳ​ເໜືອ, ​ເຂດ​ເດີ່ນ​ບິນ​ໜອງ​ຄ້າງ ​ແລະ ​ເຂດ​ອະນຸ ສອນ​ສະຖານ​ປະທານ ​ໄກສອນ ພົມວິ ຫານ ຢູ່ເມືອງ​ວຽງ​ໄຊ. ພ້ອມ​ນີ້ ຍັງ​ຈະ​ໄດ້​ຕັ້ງສູນ​ຮັກສາ​ເບ້ຍ​ຊາ​ກຸລະ​ເພື່ອ
​ສະດວກ​ໃນ​ການ​ໃຫ້​ຄຳ​ປຶກສາ ​ແລະ ບົວລະບັດ ​ໂດຍ​ມີ​ຊ່ຽວຊານ ​ແລະ ນັກວິຊາການ​ປູກຝັງ​ຂອງ​ປະ​ເທດ​ຍີ່ປຸ່ນ​ໃຫ້​ຄຳ​ປຶກສາ, ຕິດຕາມ, ຊ່ວຍ​ວິ​ໄຈ​ດິນ ແລະ ລົງມື​ປູກ. ຖ້າ​ຫາກ​ປູກ​ໄດ້ ຜົນ​ໃນ​ອະນາຄົດ​ສະມາຄົມ​ດັ່ງ ກ່າວ​ຈະ​ສືບຕໍ່​ມອບ​ແນວ​ພັນຕົ້ນຊາ​ກຸລະຕື່ມ​ປະມານ 400-600 ຕົ້ນ ​ໃຫ້​ປະຊາຊົນ​ແຂວງ​ຫົວພັນ​ປູກ​ຕື່ມ​ອີກ ​ເພື່ອ​ໃຫ້​ກາຍ​ເປັນ​ສັນ ຍາ​ລັກ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວ ພັນ​ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ລາວ-​ຍີ່ ປຸ່ນນັບ​ມື້​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ.

No comments:

Post a Comment