Ad

Ad

26 February 2014

​ໂຮງໝໍ​ແມ່ ​ແລະ ​ເດັກ​ປະສົບ​ຜົນສຳ​ເລັດການຜ່າຕັດ​ມົດ​ລູກ 2 ໜ່ວຍ​ເປັນ​ໜ່ວຍ​ດຽວ.



      ທ່ານ ຮອງ​ສາ​ສະ​ດາ​ຈານ ດຣ. ບົວ​ວັນ ​ແສນ​ສະຖິດ ອຳນວຍ​ການ​ໂຮງໝໍ​ແມ່ ​ແລະ ​ເດັກ ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມານີ້, ຄະ ນະ​ແພດ​ໂຮງໝໍ​​ແມ່ ​ແລະ ​ເດັກປະສົບ​ຜົນສຳ​ເລັດ​ການຜ່າຕັດ​ຄົນ​ເຈັບ​ທີ່​ມີ​ມົດ​ລູກ 2 ໜ່ວຍ​ເຂົ້າ​ເປັນ​ໜ່ວຍ​ດຽວ ​ເຊິ່ງຖື​ວ່າ​ເປັນ​ກໍລະນີ​ທີ່​ພົບ​ເຫັນ​ຍາກ​ໃນ​ພະຍາດ​ຍິງ.
      ທ່ານ​ອຳນວຍ​ການ​ໂຮງໝໍ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ພາຍຫລັງ ຄົນ​ເຈັບ​ໄດ້​ນຳ​ສົ່ງ​ເຖິງ​ໂຮງໝໍ​ຢ່າງ​ຮີບ​ດ່ວນ​ດ້ວຍ​ສີ​ໜ້າ​ຈືດ​ມ້ານ ເນື່ອງ​ຈາກຖືພາ​ໄດ້​ປະມານ 31 ອາທິດ, ​ແຕ່​ມີ​ເລືອດ​ອອກ​ຈາກ​ຊ່ອງ​ຄອດ​ຫລາຍ ​ແລະ ຜ່ານ​ການກວດ​ຂອງ​ຄະນະ​ແພດ​ເຫັນ​ວ່າ​ປາກ​ມົດ​ລູກ​ປິດ, ທ້ອງ​ປັ້ນ​ແຂງ, ກຳມະຈອນ​ເຕັ້ນ​ໄວ​ເຖິງ 125 ​ເທື່ອ​ຕໍ່​ນາທີ, ຄວາມດັນ​ເລືອດ​ສູງ ​ແລະ ຫົວ​ໃຈ​ເດັກ​ໃນ​ທ້ອງ​ເຕັ້ນ 170 ຄັ້ງຕໍ່​ນາທີ, ຄະນະ​ແພດ​ໄດ້​ບົ່ງມະຕິ​ເບື້ອງຕົ້ນວ່າ: ຄົນ​ເຈັບ​ເກີດ​ອາການ​​ແຮ່​ໂຄະ​ກ່ອນ​ກຳນົດ ຈຶ່ງ​ໄດ້​ຜ່າຕັດ​ສຸກ​
ເສີນ ​ແລະ ພົບ​ວ່າ​ມີ​ມົດ​ລູກ​ສອງ​ໜ່ວຍ, ​ແຕ່​ມີ​ປາກ​ມົດ​ລູກ​ດຽວ​ກັນ ​ແລະ​ ໜ່ວຍ​​ເບື້ອງຂວາ​ທີ່​ມີ​ເດັກ​ຢູ່​ຖືກ​ແຕກ​ເລືອດ​ໄຫລ​
ເຂົ້າ ຜົ້ງທ້ອງ ເຊິ່ງອາການ​ແບບ​ນີ້​ແມ່ນ​ພົບ​ເຫັນ​ຍາກ​ໃນ​ພະຍາດ​ຍິງ, ​ເມື່ອ​ເປັນ​ເຊັ່ນ​ນັ້ນ ອຳນວຍ​ການ​ໂຮງໝໍ​ຈຶ່ງ​ໃຫ້​ຄະນະ​ແພດ​ບໍ່​ຍົກ​ມົດ​ລູກ​ອອກ ເພາະ​ຄົນ​ເຈັບ​ຍັງ​ໜຸ່ມ​ນ້ອຍ ​ແລະ ບໍ່​ທັນ​ໄດ້​ລູກ​ຈັກ​ເທື່ອ ຈຶ່ງ​ໃຫ້​ນຳ​ໃຊ້​ເຕັກນິກ​ຂອງ ດຣ. ຈອນ (Jones) ຊ່ຽວຊານ​ຜ່າຕັດ​ຈາກ​ຕ່າງປະ​ເທດ ​ເພື່ອ​ສັນຍາ​ກຳ​ໃຫ້​ມົດ​ລູກ​ສອງ​ໜ່ວຍ​ເປັນອັນ​ດຽວ ໂດຍ​ໃຊ້​ເວລາ​ຜ່າຕັດ​ກວ່າ 2 ຊົ່ວ​ໂມງ​ຈຶ່ງ​ສຳ​ເລັດ ​ແລະ ຄາດ​ວ່າ​ຄົນ​ເຈັບ​ຈະ​ມີ​ໂອກາດ​ຖືພາ ​ແລະ ເກີດ​ລູກ​ໄດ້ ​ເພາະ​ນີ້​ແມ່ນ​ກໍລະນີ​ທີ 2 ທີ່​ໂຮງໝໍ​ແມ່ ​ແລະ ​ເດັກ ​ໄດ້​ຜ່າ ຕັດ​ເມື່ອ 3 ປີ​ກ່ອນ ​ແລະ ສາມາດ​ຊ່ວຍ​ໃຫ້​ຄົນ​ເຈັບ​ດັ່ງກ່າ​ວຖືພາ​ຈົນ​ຮອດ​ເດືອນ​ຄອງ ​ແລະ ຈະ​ກຽມ​ມາ​ຕັດ​ເອົາ​ລູກ​ອອກ​ທີ່​ໂຮງໝໍ​ຂອງ​ພວກ​ເຮົາ​ໃນ​ໄວໆ​ນີ້.

No comments:

Post a Comment