Ad

Ad

26 February 2014

ເປີດຫ້ອງການຜູ້ຕາງໜ້າບໍລິສັດຫຸ້ນສ່ວນແນວພັນພືດຫວຽດນາມຢູ່ລາວ.



     ພິທີເປີດຫ້ອງການຜູ້ຕາງໜ້າ ບໍລິສັດຫຸ້ນສ່ວນແນວພັນພືດພາກໃຕ້ຫວຽດນາມ. ໃນນະຄອນ ຫຼວງວຽງຈັນ ສປປ ລາວ, ໄດ້ມີຂຶ້ນໃນວັນທີ 25 ກຸມພານີ້, ໂດຍການ ເຂົ້າຮ່ວມຂອງຜູ້ຕາງໜ້າກະຊວງກະສິກຳ-ປ່າໄມ້ ແລະ ອຸປະທູດຫວຽດນາມ ປະຈຳລາວ.
      ອຳນວຍການບໍລິສັດດັ່ງກ່າວໄດ້ມີຄຳເຫັນໃນພິທີວ່າ: ໃນຜ່ານມາບໍລິສັດໄດ້ຖື ສຳຄັນການຕອບສະໜອງແນວພັນພືດໃຫ້ ແກ່ລາວມາໂດຍຕະຫຼອດຄື ນັບແຕ່ປີ 1998 ມາຮອດປີ 2013, ບໍລິສັດໄດ້ສະ ໜອງແນວພັນສາລີໃຫ້ລາວບັນລຸຫຼາຍກ່າວ 700 ໂຕນ ກວມເອົາປະມານ 20% ຂອງຕະຫຼາດລາວ ແລະ ຄາດວ່າການມາ
ເປີດບໍລິສັດຫຸ້ນສ່ວນຜູ້ຕາງໜ້າຢູ່ລາວນີ້ ຈະເປັນເງື່ອນໄຂອັນດີໃຫ້ແກ່ບໍລິສັດແນວພັນພືດຂອງພາກໃຕ້ຫວຽດນາມ. ຊຶ່ງເປັນບໍລິສັດ ທີ່ມີບົດຮຽນ ແລະ ຜົນສຳເລັດ ຫຼາຍດ້ານໃນການຜະລິດ ແລະ ສະໜອງແນວພັນພືດຄື: ແນວພັນເຂົ້າ, ສາລີ, ພືດຕະກຸນຖົ່ວ ແລະ ພືດຜັກອື່ນໆ. ຊຶ່ງຄາດວ່າ ໃນອີກ 2-3 ປີຕໍ່ໜ້ານີ້ບໍລິສັດຈະສະໜອງແນວພັນພືດດັ່ງກ່າວໃຫ້ລາວກວມປະມານ 30% ຂອງຕະຫຼອດ, ນອກຈາກນີ້ ແລ້ວບໍລິສັດ ຍັງມີຄວາມສາມາດ ແລະ ປະສົບ ການການສ້າງຕົວແບບປູກພືດ ຊະນິດນຕ່າງໆໃຫ້ກາຍເປັນສິນ ຄ້າ ແລະ ຈຸດນີ້ກໍຈະເປັນ ທາງເລືອກໜຶ່ງໃຫ້ແກ່ກະສິກອນລາວສາມາດພັດທະນາຊີວິດການເປັນຢູ່ຂອງຕົນໃຫ້ດີຂື້ນ ແລະ ສາມາດຫຼຸດຜົ້ນອອກຈາກ ຄວາມທຸກຍາກໄດ້ໂດຍໄວ ແລະ ພ້ອມນີ້ ກໍຈະເປັນສ່ວນປະກອບເພີ່ມທະວີການພົວພັນຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນລະຫວ່າງ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນງອກງາມຍິ່ງຂຶ້ນ.

No comments:

Post a Comment