Ad

Ad

26 February 2014

ກອງປະຊຸມຄະນະກຳມະການລະດັບຊາດເພື່ອມໍລະດົກໂລກຄັ້ງທີ VI



    ໃນວັນທີ 25 ກຸມພານີ້, ແຂວງຫລວງພະບາງ ໄດ້ຮັບກຽດເປັນເຈົ້າພາບຈັດກອງ ປະຊຸມຄະນະກຳມະການລະດັບຊາດ ເພື່ອມໍລະດົກໂລກຄັ້ງທີ VI ທີ່ ຫໍປະຊຸມ ໃຫຍ່ຂອງແຂວງໂດຍການເປັນປະທານຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະ ມົນຕີປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກ, ມີທ່ານ ສຈ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະ ຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານຮອງ ເຈົ້າແຂວງຫລວງພະບາງ, ລັດຖະມົນຕີຊ່ວຍວ່າການ, ຮອງ ເຈົ້າແຂວງຈຳປາສັກ, ຊຽງຂວາງ, ຄຳມ່ວນ ແລະ ແຂກຖືກເຊີນຂັ້ນຕ່າງໆເຂົ້າ ຮ່ວມ.
         ກອງປະຊຸມຈັດຂຶ້ນເພື່ອ ທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານປົກປັກຮັກສາ ແຫລ່ງມໍລະດົກທີ່ປະເທດລາວ ເຮົາໄດ້ຈົດທະບຽນເຂົ້າເປັນມໍລະດົກໂລກຄືເຂດມໍລະດົກໂລກ ຫລວງພະບາງ ແລະ ແຫລ່ງມໍລະດົກໂລກເຂດວັດພູຈຳປາສັກ,
ທັງກຽມຄວາມພ້ອມໃນການສະເໜີພູຫີນໜາມໜໍ່ແຂວງຄຳມ່ວນ ແລະ ທົ່ງໄຫຫີນແຂວງຊຽງຂວາງເຂົ້າເປັນມໍລະດົກໂລກ.
ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງວຽກງານການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາມໍລະ ດົກຫລວງພະບາງໃຫ້ມີຄຸນ ຄ່າ, ການແກ້ໄຂຄວາມເປັນລະບຽບ ຮຽບຮ້ອຍເພື່ອເຮັດໃຫ້ມໍລະດົກ ໂລກຫລວງພະບາງເປັນເມືອງທີ່ຫນ້າຢູ່, ໜ້າປະທັບໃຈ ແລະ ມີສິ່ງແວດລ້ອມທີ່ດີ, ການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາມໍລະດົກວັດພູຈຳປາສັກໃຫ້ມີຄຸນຄ່າ, ເສີມຂະ ຫຍາຍການຮ່ວມມືກັບສາກົນພາຍໃຕ້ຂອບມໍລະດົກຢູ່ວັດພູຈຳປາສັກ ແລະ ບັນດາແຂວງພາກໃຕ້ຂອງ ສປປ ລາວ, ການສົ່ງ ເສີມຮີດຄອງ ປະເພນີວັດທະນະທຳອັນຍອດຍິ່ງຂອງຫລວງພະບາງໃຫ້ຍືນຍົງຕິດພັນກັບການທ່ອງທ່ຽວ, ການຂະຫຍາຍ ຕົວທາງດ້ານເສດ ຖະກິດການທ່ອງທ່ຽວຕໍ່ກັບການອະນຸລັກຮັກສາມໍລະດົກ, ການຈັດຕັ້ງປະຕິບັດບັນດານິຕິກຳທີ່ກ່ຽວ ຂ້ອງກັບວຽກງານມໍລະ ດົກ, ການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງກ່ຽວກັບວຽກງານມໍລະດົກ, ການປົກ ປັກຮັກສາສິ່ງແວດລ້ອມ ເພື່ອເຮັດໃຫ້ຕົວເມືອງຫລວງພະບາງກາຍເປັນເມືອງທີ່ໜ້າຢູ່ ແລະ ປະທັບໃຈ, ການກຽມພ້ອມໃນ ການສະເໜີພູຫີນໜາມໜໍ່ ແຂວງຄຳມ່ວນ ແລະ ທົ່ງໄຫຫີນແຂວງຊຽງຂວາງ ເຂົ້າເປັນມໍລະດົກໂລກ. ພ້ອມນັ້ນຍັງໄດ້ຮັບ ຟັງທັດສະນະຕໍ່ການປົກປັກ ຮັກສາ ແລະ ພັດທະນາຫລວງພະບາງ ເມືອງມໍລະດົກໂລກ ແລະ ການຄຸ້ມຄອງມໍລະດົກໂລກວັດພູຈຳປາສັກໃຫ້ມີຄວາມ ຍືນຍົງ ແລະ ຄົງຄຸນຄ່າ.

No comments:

Post a Comment