Ad

Ad

26 February 2014

ຈະ​ເລີ່​ມລົງມື​ກໍ່ສ້າງໂຄ​ງການ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳນ້ອຍ​ໃນ​ກາງ​ປີນີ້



       ​ໂຄງການ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳນ້ອຍ ຕັ້ງຢູ່​ເຂດ​ຕິດ​ຈອດ​ລະ ຫວ່າງ​​ເຂດ​ພູ​ພຽງ​ບໍລະ​ເວນ ເມືອງ​ປາກ​ຊ່ອງ ​ແຂວງ​ຈຳປາ​ສັກ ​ແລະ ​ເຂດ​ເມືອງ​ສາມັກຄີ​ໄຊ ແຂວງ​ອັດ​ຕະປື. ​ເປັນ​ໂຄງການ​ກັກ​ເກັບ​ນ້ຳຈາກ​ສາມ​​ແມ່ນ້ຳ ຄື​ເຊ​ປຽນ, ​ເຊ​ນ້ຳນ້ອຍ ​ແລະ ຫ້ວຍ​ໝາກຈັນ ​ແລ້ວ​ນຳ​ມາ​ຜະລິດ​​ໄຟ ຟ້າ​ທີ່​ມີ​ກຳລັງ​ຕິດຕັ້ງ 410 ​ເມກາ​ວັດ (MW) ​ແລະ ມີ​ຄວາມ​ອາດ ສາມາດ​ຜະລິດ​ພະລັງງານ​ໄດ້​ປະມານ 1.823 ກິ​ກາ​ວັດ​ໂມງ​ຕໍ່​ປີ, ​ໃນ​ນັ້ນ ສົ່ງ​ຂາຍ​ໃຫ້​ປະ​ເທດ​ໄທ 90% ​ແລະ 10% ​ແມ່ນ​ຊົມ​ໃຊ້​ພາຍ​ໃນ ​ໂດຍ​ຈະ​ສ້າງສາ​ຍສົ່ງ​ໄຟຟ້າ​ແຮງ​ສູງ 2 ຂະໜາດ ຄື​ສາຍ​ສົ່ງ 230 KV ​ເຊິ່ງມີ​ຄວາມ​ຍາວ 110 ກິ​ໂລ​ແມັດ ຈາກ​ໂຮງ​ຈັກ​ໄຟຟ້າ​ຫາ​
ສະຖານີ​ປາກ​ເຊ ​ແລະ ສາຍ​ສົ່ງ 50 KV ຈາກ​ສະຖານີ​ປາກ​ເຊ​ຫາ​ຈຸດ​ຮັບ​ສົ່ງ​ໄຟຟ້າ​ຊາຍ​ແດນ ລາວ-​ໄທ ​ເຊິ່ງມີ​ຄວາມ​ຍາວ 60 ກິ​ໂລ​ແມັດ ​ເຊື່ອມ​ຕໍ່​ກັບ​ສະຖານີ​ໄຟຟ້າ​ແຂວງ​ອຸບົນ ປະ​ເທດ​ໄທ ເຊິ່ງມີ​ມູນ​ຄ່າ​ກໍ່ສ້າງ​ເຖິງ 1.020 ລ້ານ​ໂດ​ລາ​ສະຫະລັດ ​​ໂດຍ
​ແມ່ນ​ບໍລິສັດ​ໄຟຟ້າ​ເຊ​ປຽນ-​ເຊ​ນ້ຳນ້ອຍ (PNPC) ​​ເປັນ​ເຈົ້າຂອງ​ໂຄງການ​ທີ່ປະກອບ​ມີຂາ​ຮຸ້ນ ຄື​ບໍລິສັດ    ເອ​ັສ​ເຄ ​ເອັນ​ເຈ​ເນຍລິງ ຄອນ​ສະ​ຕັກ​ຊັນ (SK Engineering Con struction) ຈາກ ສ.​ເກົາຫລີ, ບໍລິ ສັດ ​ໂກ​ເລຍ ​ເວັສ​ເຕີນ ພາວ​ເວີ (KOREA WESTERN POWER) ຈາກ ສ.​ເກົາຫລີ, ບໍລິ ສັດ ຣາຊບູລີ ປະ​ເທດ​ໄທ ​ແລະ ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວ.
     ​ໂຄງການ​ດັ່ງກ່າວ​ຈະ​ເລີ່​ມ ລົງມື​ກໍ່ສ້າງ​ໃນ​ປີ 2014, ພາຍ ຫລັງ​ສຳ​ເລັດ​ດ້ານ​ເອກະສານ ແລະ ການ​ເຈລະຈາ​ໃນ​ສັນຍາ​ສຳ ຄັນ​ຕ່າງໆ​ເຊັ່ນ: ສັນຍາ​ເຊົ່າ​ທີ່​ດິນ, ສັນຍາ​ຊື້-ຂາຍ​ໄຟຟ້າ, ສັນຍາ​ເງິນ​ກູ້ ​ແລະ ສັນຍາ​ກໍ່ສ້າງ​ກັບ​ບໍລິສັດ​ຈາກ​ຕ່າງປະ​ເທດ ລວມ​ເຖິງ​ແຜນ​ຍົກຍ້າຍ, ຈັດ​ສັນ​ບ້ານ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງ ການ. ຂະນະ​ທີ່​ບາງ​ໜ້າ​ວຽກ​ໄດ້​ປະຕິບັດ​ມາ​ແຕ່​ທ້າຍ​ປີ 2012 ເປັນຕົ້ນການ​ເຄື່ອນຍ້າຍ​ກົນ​ຈັກ ແລະ ວັດຖຸ​ອຸປະກອນ​ໄປ​ຫາ​ສະ ຖານ​ທີ່​ກໍ່ສ້າງ, ການ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຊົ່ວຄາວ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ກໍ່ສ້າງ​ອຸມົງ​ອວ່າຍ​ນ້ຳ ຂອງ​ເຂື່ອນ​ດັ່ງກ່າວ.

No comments:

Post a Comment