Ad

Ad

27 February 2014

ຈົ່ງຮ່ວມກັນເປັນເຈົ້າການສະກັດກັ້ນໄຟໄໝ້ປ່າ


       ໃນຕົ້ນເດືອນກຸມພານີ້ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ໄດ້ມີຄຳສັ່ງແນະນຳໄປຍັງທຸກຂະແໜງໃນ ທົ່ວປະເທດ, ຈົ່ງພ້ອມກັນເປັນເຈົ້າການເພີ່ມທະວີເຝົ້າລະວັງ ແລະ ສະກັດກັ້ນໄຟໃໝ້ລາມປ່າ, ທີ່ມັກ ເກີດຂຶ້ນໃນລະດູ ແລ້ງຂອງທຸກ​ໆປີ, ອັນໄດ້ກໍໃຫ້ເກີດຄວາມເສຍຫາຍທາງດ້ານຊັບພາຍາກອນປ່າໄມ້, ລວມໄປເຖິງຊີວິດ ແລະ ຊັບສິນຂອງ ປະຊາຊົນເປັນຈຳ ນວນບໍ່ໜ້ອຍ.
         ເພື່ອຫຼີກເວັ້ນຜົນກະທົບດັ່ງກ່າວທ່ານລັດຖະມັນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ໄດ້ ແນະນຳໃຫ້ກົມກອງອອ້ມ ຂ້າງກະຊວງກະສິກຳ ແລະ ປ່າໄມ້ໃນທົ່ວປະເທດ, ໂດຍສະເພາະແມ່ນເຂດປ່າຜະລິດ, ປ່າປູກ ແລະ ເຂດທີ່ມີປະຊາຊົນ ອາໄສຢູ່ໃນ ແລະ ເຂດທີ່ຕິດພັນກັບການທຳມາຫາກິນ, ທ່ອງທ່ຽວ ແລະ ອື່ນໆຕ້ອງປະຕິບັດຢ່າງເຂັ້ມງວດຄື: ການກໍກອງໄຟ
ຫຼື ດັງໄຟຕ້ອງຢູ່ໃນບໍລິເວນທີ່ບໍ່ມີປ່າໄມ້, ບ່ອນແປນ ຫຼື ດານຫີນ, ຖ້າບໍ່ມີຕ້ອງຖ່າງບໍລ ເວນກອງໄຟ ແລະ ກ່ອນຈະຍ້າຍ
ໜີຕ້ອງມອບໄຟໃຫ້ດັບຮຽບຮ້ອຍເສຍກ່ອນ, ການຖິ້ມກິດຢາສູບກໍຕ້ອງມອດກ່ອນຈຶ່ງຖີ້ມ ແລະ ຫ້າມຈູດຫຍ້າ, ອູດຕົ້ນ ໄມ້ເພື່ອລ່າສັດ ຫຼື ຈຸດປະສົ່ງອື່ນຢ່າງເດັດຂາດ, ໃນສວນປູກໄມ້ຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງລັດຕ້ອງ ສ້າງແລວປ້ອງກັນໄຟລາມມາໄດ້ງາຍ ແລະ ສະດວກໃນການມອ​ດໃນເວລາເກີດໄຟໄໝ້, ເຂດດິນທີ່ໄດ້ຈັດໃຫ້ປະຊາຊົນ ທຳການຜະລິດ,ຕ້ອງແນະນຳໃຫ້ເຂົ້າເຈົ້າຮັບຮູ້ວິທີປ້ອງກັນ ແລະ ຄວບຄຸມໄຟເວ ລາຈູດປ່າເຂດຜະລິດຕ້ອງຈູດ ຕອນແລງ, ເວລາອາກາດບໍ່ຮ້ອນ, ບໍ່ມີລົມແຮງ, ໃນກໍລະນີ້ ເກີດມີໄຟໄໝ້ປ່າຢູ່ບ້ານ, ເມືອງໃດແມ່ນມອບໃຫ້ບ້ານ, ເມືອງນັ້ນເປັນເຈົ້າ ການປຸກລະດົມຊ່ວຍກັນມອດ ແລະ ກໍລະນີໄຟໄໝ້ປ່າຢ່າງຮຸນແຮງບໍ່ສາມາດຂໍຄວນຊ່ວຍເຫຼືອຈາກປະຊາຊົນ, ກຳລັງທະຫານ ແລະ ຕຳຫຼວດທີ່ຢູ່ໃກ້ຄຽງເພື່ອຊ່ວຍກັນມອດ, ພ້ອມນັ້ນ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຕ້ອງເປັນເຈົ້າການໃນ ການແກ້ໄຂ ແລະ ລາຍງານໃຫ້ເຈົ້າເມືອງ, ຂະແໜງກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ແຂວງຮັບຊາບ ແລະ ມີວິທີການແກ້ໄຂຢ່າງທັນການ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງຕ້ອງເຮັດ ໜ້າທີ່ຕິດຕາມກວດກາ, ພ້ອມທັງຄົ້ນຄວ້ານຳສະເໜີຕໍ່ອຳນາດການປົກຄອງ, ການຈັດຕັ້ງ, ກຸຸ່ມບ້ານ, ບ້ານ ແລະ ບຸກຄົນກ່ຽວ ຂ້ອງກັບການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານດີເດັ່ນ, ພ້ອມດຽວກັນນັ້ນ, ຖ້າພົບເຫັນຜູ້ ລະເມີດກໍ່ຕ້ອງປະຕິບັດມາດຕະ ການທາງກົດໝາຍຢ່າງເຂັ້ມງວດ.
         ປ່າໄມ້ແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າທີ່ມີລະບົນນິເວດສະເພາະ, ຊຶ່ງຕິດພັນກັບການດຳລົງຊີວິດຂອງປະຊາ ຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ, ເຖິງວ່າປັດຈຸບັນປະເທດເຮົາໄດ້ມີກົດໝາຍ, ດຳລັດ, ຄຳສັ່ງ ແລະ ນິຕິຕຳຕ່າງໆ ເພື່ອຄຸ້ມຄອງປ່າໄມ້ກໍຕາມ, ແຕ່ການເຜີຍແຜ່ສຶກສາອົບຮົມກົດໝາຍນິຕິກຳເຫຼົ່ານັ້ນຍັງບໍ່ທັງກວ້າງຂວາງ, ທົ່ວເຖິງ, ຍ້ອນແນວ ນັ້ນຈຶ່ງເຮັດໃຫ້ມີການບຸກລຸກ ແລະ ທຳລາຍປ່າເພື່ອທຳການຜະລິດ ແລະ ຈຸດປ່າເພື່ອລ່າສັດ, ອັນເປັນເຫດໃຫ້ເກີດໄຟໄໝ້ ລາມປ່າໃນແຕ່ລະປີ, ໂດຍສະເພາະລະດູແລ້ງທຸກ​ຄົນ​ຕ້ອງ​ມີ​ສະຕິ​ຊ່ວຍ​ກັນ​ສະກັດ​ກັ້ນ​ບັນຫາ​ດັ່ງ​ກ່າວ​ບໍ່​ໃຫ້​ເກີດ​ຂຶ້ນ.


No comments:

Post a Comment