Ad

Ad

28 February 2014

ອາທິດຜ່ານມາສະພາບລັກຊັບຍັງເກີດເພີ່ມຂຶ້ນ



     ເຈົ້າໜ້າທີ່ຫ້ອງຕຳຫຼວດນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 19 ຫາ 25 ກຸມພານີ້ ສະເພາະຢູ່ນະຄອນຫຼວງວຽງ ຈັນ ມີເຫດການລັກຊັບພົນລະເມືອງ ເກີດຂຶ້ນ 20 ກວ່າ ເລື່ອງ ແລະ ມີຜົນເສຍຫາຍລົດຈັກ 13 ຄັນ, ລົດໃຫຍ່ 2 ຄັນ ແລະ ຊີງຊັບເກີດຂື້ນ 3 ເລື່ອງຄື: ໃນວັນທີ 19 ກຸມພາ ນີ້ ໄດ້ມີຄົນຮ້າຍ 2 ຄົນຂີ່ລົດຈັກເວບສີແດງ ປ້າຍທະບຽນ ຍບ 4434 ກຳແພງນະຄອນ ມາດຶງເອົາສາຍຄໍຄຳໜັກ 3 ສະຫຼຶງຂອງປະຊາຊົນຜູ້ໜຶ່ງຢູ່ເຂດບ້ານ ສີຫອມ ເມືອງຈັນທະບູລີ ນະຄອນຫຼວງ ວຽງ, ຕໍ່ມາໃນວັນທີ 23 ກຸມພາ ມີຄົນຮ້າຍ 2 ຄົນ ຂີ່ລົດຈັກເວບສີ ຂຽວດຳ ປ້າຍທະບຽນ ຈດ 8287 ກຳແພງນະຄອນ ມາດຶງເອົາກະເປົາຂອງປະຊາຊົນຢູ່ເຂດເສັ້ນທາງບ້ານໜອງສ້າງທໍ່ ເມືອງໄຊ ເສດຖານະຄອນຫຼວງວຽງຈັນ ມີ ຊັບສິນເສຍຫາຍ ເງິນ 8 ແສນກີບ, ສາຍຄໍຄຳ 1 ເສັ້ນໜັກ 3 ບາດ, ໂທລະສັບມືຖື ແລະ ຊັບສິນຈຳນວນໜຶ່ງ ແລະ ວັນທີ 20 ເດືອນ ກຸມພານີ້
ມີຄົນຮ້າຍດຶງກະເປົາຂອງປະຊາຊົນ ຢູ່ຕໍ່ໜ້າຕະຫຼາດທົ່ງພານທອງເຮັດໃຫ້ເຈົ້າຂອງຊັບສິນໄດ້ຮັບບາດເຈັບ ແລະ ມີຜົນເສຍ ຫາຍເງິນ 1 ແສນບາດ, ສາຍຄໍຄຳ 1 ເສັ້ນໜັກ 1 ບາດ, ແຫວນ 1 ວົງ ກ່ອນຈະຫຼົບໜີໄປ ຊຶ່ງທາງເຈົ້າໜ້າທີ່ກຳລັງເລັ່ງສືບສວນ ຕິດຕາມຕົວຄົນຮ້າຍມາດຳ ເນີນຄະດີ.
      ເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ: ໃນອາທິດຜ່ານມາ ຢູ່ນະຄອນຫຼວງວຽງຈັນ ມີສະພາບຫຍໍ້ທໍ້ເກີດຂຶ້ນ 50 ເລື່ອງ, ທຽບ ໃສ່ອາທິດຜ່ານມາຫຼຸດລົງ 10 ກວ່າເລື່ອງ, ແຕ່ເຖິງແນວໃດປາກົດການລັກຊັບພົນລະເມືອງຍັງເປັນ ບັນຫາພົ້ນເດັ່ນຊຶ່ງ ສ່ວນໃຫຍ່ຈະເປັນກຸ່ມໄວຫນຸ່ມທີ່ຕິດພັນກັບສິ່ງເສບຕິດ ແລະ ບໍ່ມີວຽກເຮັດງານທຳເຄື່ອນໄຫວກໍ່ເຫດການດັ່ງກ່າວສົ່ງຜົນ ກະທົບຮ້າຍແຮງຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ກຳລັງເຈົ້າໜ້າທີ່ເອົາໃຈໃສ່ໃນການ ສະກັດກັ້ນ ແລະ ປາບ ປາມສິ່ງຫຍໍ້ທໍ້ດັ່ງກ່າວໃຫ້ໝົດໄປ



No comments:

Post a Comment