Ad

Ad

28 February 2014

ຕັດອິດສະຫຼະພາບຕະຫຼອດຊີວິດຜູ້ຂົນສົ່ງຢາເສບຕິດຂ້າມຊາດ



       ໃນວັນທີ 27 ກຸມພາ ນີ້ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ເປີດທີ່ປະຊຸມສານ ເພື່ອຕັດສິນຄະດີຄ້າຂາຍ ແລະ ຂົນສົ່ງຢາເສບຕິດໂດຍມີຈຳເລີຍໜຶ່ງຄົນຄື: ທ້າວ ຄຳສອນ ສະຍານິນ ອາຍຸ 23 ປີ ອາຊີບຫວ່າງ ງານ ຢູ່ບ້ານທ່າກັນຖິນ ເມືອງ ປາກກະດິງ ແຂວງບໍລິຄຳໄຊ ໃນ ຂໍ້ຫາຂົນສົ່ງຢາເສບຕິດ (ຢາບ້າ) ຊຶ່ງຖືກເຈົ້າໜ້າທີ່ກັກຕົວ ໃນວັນທີ 26 ເມສາ 2013.
       ໃນບົດສຳນວນຄະດີ ໃຫ້ຮູ້ວ່າ:  ໃນວັນທີ 8 ເມສາ 2013 ຜ່ານມານີ້ ທ້າວ ຄຳສອນ ສະຍາ ນິນໄດ້ຮັບຂົນສົ່ງຢາບ້າໄປປະ ເທດເພື່ອນບ້ານຈຳນວນ 1 ມັດ ດ້ວຍຄ່າຈ້າງ ຈຳນວນ 20 ພັນ ບາດໄທ ແລະ  ຕົກມາຮອດວັນທີ 24 ເມສາ ທ້າວ ຄຳສອນ ໄດ້ຮັບ ເອົາຢາບ້າ ຈຳນວນ 10 ມັດ ໄປ ສົ່ງໃຫ້ລູກຄ້າຕື່ມອີກໂດຍໄດ້ຄ່າ ຈ້າງ 150.000 ບາດໄທ, ກ່ອນ ຈະຖືກເຈົ້າໜ້າທີ່ຈັບ
ຕົວໄດ້ພ້ອມຂອງກາງຢາບ້າ 57 ຖົງ(11.400 ເມັດ) ແລະ ເງິນຈຳນວນ 150.000 ບາດ ມາດຳເນີນຄະດີ ຕາມກົດໝາຍ.
         ທ້າວ ຄຳສອນ ຮັບສາລະພາບວ່າ: ຕົນໄດ້ຮັບຂົນສົ່ງຢາ ເສບຕິດຈຳນວນດັ່ງກ່າວແທ້. ສະນັ້ນສານຈຶ່ງເຫັນຄວນໃຫ້ຈຳ ເລີຍໄດ້ຮັບການລົງໂທດທາງອາ ຍາຕາມມາດຕາ 2 ຂໍ້ 2 ວັກ 3 ໂດຍຕັດອິດສະຫຼະພາບຕະຫຼອດຊີວິດ ພ້ອມປັບໄໝ 500 ລ້ານກີບ, ສ່ວນຂອງກາງທີ່ທາງເຈົ້າໜ້າທີ່ຍຶດໄດ້ຄື: ເງິນ 150.000 ບາດ ພ້ອມໂທລະສັບມືຖື 1 ໜ່ວຍ ແມ່ນໃຫ້ຮີບເປັນ ຂອງລັດ, ສ່ວນຢາບ້າ 57 ຖົງແມ່ນໃຫ້ເຈົ້າໜ້າທີ່ນຳ ໄປທຳລາຍ.




No comments:

Post a Comment