Ad

Ad

28 February 2014

ເຊັນສັນຍາໃຫ້ບໍລິການອອກບັດນັກຮຽນເປັນບັດATMຜ່ານລະບົບທະນາຄານສາຂາປາກເຊ ແລະ ວິທະຍາໄລສຸດວິໄລ



      ມີພິທີເຊັນສັນຍາໃຫ້ການບໍລິການອອກບັດນັກຮຽນເປັນບັດATM ລະຫວ່າງ​ທະນາຄານ​ພັດທະນາ​ລາວ​ສາຂາ​ເມືອງ​ປາກ​ເຊ ແຂວງ​ຈຳປາ​ສັກ ​ແລະ ​ໂຮງຮຽນ​ວິທະ ຍາ​ໄລ​ສຸດວິ​ໄລ ໄດ້​ມີ​ຂຶ້ນ​ໃນ​ບ່າຍ​ວັນ​ທີ 26 ກຸມພາ​ນີ້ລະຫວ່າງ ທ່ານ ບຸນທະວີ ຄຳວິໄລ   ຫົວໜ້າທະນາຄານພັດທະນາລາວສາຂາປາກເຊ, ທ່ານ ທອງສີ ສີພັນດອນ ຜູ້ອຳນວຍການໃຫ່ຍ ວິທະຍາໄລສຸດວິໄລ ເມືອງປາກເຊພະນັກງານວິຊາການຫ້ອງ ການບໍລິຫານ ທພລ ສາຂາປາກເຊ ແລະ ຄູອາຈານ ໂດຍ​ການ​ເຂົ້າຮ່ວມໂຮງຮຽນ ດັ່ງກ່າວເຂົ້າຮ່ວມຈຳນວນນຶ່ງ.
      ຫົວໜ້າສາຂາທະນາຄານ ດັ່ງກ່າວ​ມີ​ຄຳ​ເຫັນ​ໃນ​ພິທີວ່າ: ທະ ນາຄານພັດທະນາລາວເປັນທະ ນາຄານທຸລະກິດມີ 18 ສາຂາ ແລະ51ໜ່ວຍບໍລິການຢູ່ໃນທົ່ວ ປະເທດໂດຍ​ໄດ້ສ້າງຕັ້ງຂຶ້ນ​ໃນ​ປີ 2003 ດ້ວຍການຮ່ວມມືຂອງ ທະນາຄານລາວໃໝ່
ແລະ ທະ ນາຄານລ້ານຊ້າງສະເພາະສາ ຂາປາກເຊ, ແຂວງຈຳປາສັກ ມາຮອດປັດຈຸບັນມີ 8 ໜ່ວຍບໍລິ ການ ແລະ ຮ້ານແລກປ່ຽນເງິນ ຕາ 2 ແຫ່ງ, ເພື່ອເປີດກວ້າງຂອດ ການບໍລິການຕ່າງໆ​ໃຫ້​ເຂົ້າ​ເຖິງ​ລູກ​ຄ້າ​ເຊັ່ນ​ການ​ບໍລິການເງິນ ຝາກ, ບໍລິການເງິນໂອນ,ສິນ ເຊື່ອບໍລິການບັດ ATM, EDC ແລະ ບໍລິການການຊຳລະສະສາງຄ່ານ້ຳ, ຄ່າໄຟຜ່ານລະບົບ ໂທລະສັບມືຖື (Mobile  banking ) ເຊິ່ງຜ່ານມາ (ທພລ) ໄດ້ມີການ ຮ່ວມມືແລະເຊັນສັນຍາການ ອອກບັດ ATM ຮ່ວມກັບບັດນັກ ສຶກສາໂຮງຮຽນວິທະຍາໄລເຕັກນິກວິຊາຊີບແຂວງຈຳປາສັກຈຳນວນ 2.300ບັດ.
      ທ່ານ ຜູ້ອຳນວຍການ​ໂຮງ ຮຽນ​ດັ່ງກ່າວ​ໃຫ້​ທັດສະນະ​ວ່າ ວ່າ: ການເຊັນສັນຍາຄັ້ງນີ້ແມ່ນ ນິມິດໝາຍອັນໃຫມ່​ເພື່ອ​ສ້າງ​ເງື່ອນ​ໄຂ​ເພື່ອ​ອຳນວຍ​ຄວາມ​ສະ ດວກ​ໃຫ້​ນັກຮຽນ​ນັກ​ສຶກສາ​ສາມາດ​ນຳ​ໃຊ້​ເງິນ​ຂອງ​ຕົນ​ໄດ້​ຢ່າງ​ຖືກຕ້ອງ ​ແລະ ບໍ່​ຟຸມ​ເຟືອຍ.




No comments:

Post a Comment