Ad

Ad

28 February 2014

ສະຫະພາບ​ເອີຣົບສະໜັບສະໜູນ 3,2 ລ້ານ​ໂດ​ລາ​ສະຫະລັດຊ່ວຍ​ຫລຸດຜ່ອນ​ຄວາມ​ສ່ຽງ​ຈາກ​ລະ​ເບີດ​ບໍ່​ແຕກ​ຢູ່​ລາວ



       ພິທີ​ຖະແຫລງການ​ສະໜັບ ສະໜູນ​ເງິນ​ຈຳນວນ 3,2 ລ້ານ​ໂດ​ລາ​ສະຫະລັດ ຈາກ​ສະຫະພາບ​ເອີ ຣົບ (EU) ​ໃຫ້​ແກ່​ອົງການ​ຊ່ວຍ​ເຫລືອ​ຄົນ​ພິການ​ສາກົນ (HI), ອົງການ​ເກັບ​ກູ້​ລະ​ເບີດ​ແມັກ (MAX) ​ແລະ ອົງການ​ຊ່ວຍ​ເຫລືອ​ຂອງ​ໂບດ​ ​ເດັນ​ມາກ (Danish Church Aid) ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນວຽກ​ງານ​ຫລຸດຜ່ອນ​ຄວາມ​ສ່ຽງ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ​ຢູ່​ລາວ ມີ​ຂຶ້ນ​ໃນ​ວັນ​ທີ 27 ກຸມພາ​ນີ້ ຢູ່​ໂຮງ​ແຮມ​ເສດ​ຖາ​ປາ ລາຊ ນະຄອນຫລວງ​ວຽງ​ຈັນ.
     ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ແມ່ນ​ສະໜອງ​ໃຫ້​ແກ່​ຄະນະ​ກຳ ມະການ​ແຫ່ງ​ຊາດ​ເພື່ອ​ຄວບ​ຄຸມ​ລະ​ເບີດ​ບໍ່​ທັນ​ແຕກ (NRA) ​ແລະ ອົງການ​ເກັບ​ກູ້​ລະ​ເບີດ​ແຫ່ງ​ຊາດ (VXO) ​ໂດຍ​ຜ່ານ​ການຈັດຕັ້ງປະຕິບັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​
ພັດທະນາ (UN DC) ​ເປົ້າໝາຍ​ແມ່ນ​ຊ່ວຍ​ຫລຸດ ຜ່ອນ​ຄວາມ​ສ່ຽງ​ດ້ານ​ສາທາລະ ນະ​ສຸກ ​ແລະ ຄວາມທຸກ​ຍາກ​ຂອງ​ຊຸມ​ຊົນ​ທີ່​ຖືກ​ຜົນ​ກະທົບ​ຫລາຍ​ທີ່​ສຸດ​ໃນ​ແຂວງ​ຜົ້ງສາລີ, ຊຽງ​ຂວາງ, ສະຫວັນ​ນະ​ເຂດ ແລະ ວຽກ​ງານ​ຕົ້ນຕໍ​ທີ່​ຈະ​ຈັດຕັ້ງ ປະຕິບັດ​
ແມ່ນ​ການ​ເກັບ​ກູ້​ລະ​ເບີດ, ສ້າງ​ຄວາມ​ຮັບ​ຮູ້ ​ແລະ ສຶກສາ​ດ້ານ​ຄວາມ​ສ່ຽງ ​ແລະ ຊ່ວຍ​ເຫລືອ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະ​ເບີດ​ດັ່ງກ່າວ.
      ຫລາຍ​ປະ​ເທດ​ຄູ່​ຮ່ວມ​ພັດ ທະນາ​ຕ່າງ​ກໍ​ຮັບ​ຮູ້​ດີ​ວ່າ: ສປປ ລາວ ​ເປັນ​ປະ​ເທດ​ທີ່​ຖືກ​ຖິ້ມລະ​ເບີດ​ໃສ່​ຫລາຍ​ທີ່​ສຸດ​ໃນ​ໂລກ ​ແລະ ລະ​ເບີດ​ທີ່​ຍັງ​ບໍ່​​ແຕກ​ຍັງ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ການ​ພັດທະນາ​ເສດຖະກິດ, ການ​ດຳລົງ​ຊີວິດ ​ແລະ ການ​ທຳ​ມາ​ຫາ​ກິນ​ຂອງ​ປະຊາຊົນ. ດັ່ງນັ້ນ ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຈຶ່ງ​ແມ່ນ​ບູລິ​ມະ​ສິດ​ຂອງ​ລັດຖະບານ ​ແລະ ຄູ່​ຮ່ວມ​ພັດທະນາ​ຕ່າງໆກໍ​ຄື​ສະຫະພາບ​ເອີຣົບ.
     ທ່ານ​ອຸປະ​ທູດ​ສະຫະພາບ​ເອີຣົບປະຈຳ​ລາວ ມີ​ແຊນ ​ໂກ​ແຟງ ກ່າວ​ວ່າ: ສະຫະພາບ​ເອີ ຣົບຍັງ​ຢຶດໝັ້ນທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ​ໃນ​ການ​ລຶບລ້າງ​ຄວາມທຸກ​ຍາກ ​ແລະ ບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ທີ 9 (MDG9) ​ໃນ​ການ​ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ແລະ ຈັດຕັ້ງປະຕິບັດ​ແຜນ​ງານ​ວຽງ​ຈັນ​ຂອງ​ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ ​ແລະ ​ເຊື່ອ​ໝັ້ນວ່າ: ການ​ຊ່ວຍ​ເຫລືອ​ໃໝ່​ນີ້ຈະ​ປະ ກອບສ່ວນ​ສຳຄັນ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​​ຂອງປະຊາຊົນ ໃນ​ເຂດ​ຊົນນະບົດ ​ແລະ ກຳຈັດ​ໄພ​ນາບ​ຂູ່​ຈາກ​ລະ​ເບີດ​ບໍ່​ທັນ​ແຕກ ​ເພື່ອ​ສ້າງ​ຄວາມ​ປອດ​ໄພ ແລະ ນຳ​ຜົນ​ປະ​ໂຫຍດມາສູ່​ປະ​ເທດ​ຊາດ.

No comments:

Post a Comment