Ad

Ad

28 February 2014

ເລີ່​ມກໍ່ສ້າງ​ເຂດ​ການ​ຄ້າ​ຄົບ​ວົງ​ຈອນ​ຢູ່ດອນຈັນ


        ທີ່​ດິນ​ເປົ່າ​ຫວ່າງ​ລຽບ​ແຄມ​ແມ່ນ້ຳຂອງ ນັບ​ແຕ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ​ມາ​ຮອດ​ສວນ​ເຈົ້າອານຸວົງ ພວມ​ຈະ​ຖືກ​ສ້າງໃຫ້​ກາຍ​ເປັນ​ເຂດ​ການ​ຄ້າ​ຄົບ​ວົງ​ຈອນ​ຂອງ​ນະຄອນຫລວງ​ວຽງ​ຈັນ, ພາຍຫລັງ ​ບໍລິສັດ ຊີ​ເອ​ເອັມຊີ​ອີ​ອິນ​ເວສ​ເມັນ​ລາວ​ຈຳກັດ ​ໄດ້​ທຸ້ມງົບ 500 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ພັດທະນາ​ເຂດ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ການ ທ່ອງທ່ຽວ​ທີ່​ທັນ​ສະ​ໄໝພາຍ​ໃຕ້​ແນວ​ຄິດ​ໂລກ​ໃໝ່​ແຫ່ງ​ວຽງ​ຈັນ (VIENTIANE NEW WOLD).
     ທ່ານ​ນາງ ລູ້​ຢຽນ ປະທານ​ສະພາ​ບໍລິຫານ ບໍລິສັດ CAMC Engineering ທັງ​ເປັນ​ປະທານ​ສະພາ​ບໍລິຫານ ​ບໍລິສັດ ຊີ​ເອ​ເອັມຊີ​ອີ​ອິນ​ເວສ​ເມັນ​ລາວ​ຈຳກັດ ກ່າວ​ວ່າ: ​ໂຄງການ​ດັ່ງກ່າວ​ແມ່ນ​ພາກ ສ່ວນ​ໜຶ່ງ​ຂອງ​ໂຄງການ​ໂລກ​ໃໝ່​ແຫ່ງ​ວຽງ​ຈັນ, ​ໃນ
​ນັ້ນ ​ເຮືອນ​ພັກ​ອາ​ເຊ​ມວິນ​ລາ (ASEM VIL LA) ​ແມ່ນ​ກໍ່ສ້າງ​ສຳ​ເລັດ ​ແລະ ໄດ້​ຮອງ​ຮັບ​ເປັນ​ບ່ອນ​ພັກ​ຂອງ​ປະມຸກ​ລັດ 46
ປະ​ເທດ​ທີ່​ເຂົ້າ ຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາຊີ-​ເອີຣົບ ຄັ້ງທີ 9 ທີ່ ສປປ ລາວ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຈັດ​ຈົນ​ປະ ສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ສຳ ລັບ​ເຂດ​ການ​ຄ້າ​ຄົບ​ວົງ​ຈອນ​ແຫ່ງ​ນີ້ ບໍລິສັດ​ພວກ​ເຮົາ​ລົງທຶນ​ເຖິງ 500 ລ້ານ​ໂດ​ລາ​ສະຫະລັດ ເພື່ອ​ກໍ່ສ້າງ​ສູນ​ຊັບ​ພະ​ສິນຄ້າ, ຮ້ານ​ອາຫານ, ​ເຂດ​ບັນ​ເທີ​ງທີ່​ທັນ​ສະ​ໄໝ, ​ໂຮ​ງ​ແຮມ, ສຳນັກງານ​ຫ້ອງການ ​ແລະ ອື່ນໆ ​ເຊິ່ງຈະ​ໃຫ້​ສຳ​ເລັດ​ໃນ​ປີ 2015 ​ເພື່ອ​ໃຫ້​ກາຍ​ເປັນ​ເຂດ​​ເສດຖະກິດ​ທີ່ໂດດ​ເດັ່ນ​ຂອງ​ໃຈກາງ​ຕົວ​ເມືອງ.
     ພິທີ​ເປີດ​ການ​ກໍ່ສ້າງ​ໂຄງການ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ທີ 27 ກຸມພາ​ນີ້ ຢູ່​ສະຖານ​ທີ່​ໂຄງການ ​ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ​ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ ຄອງ​ນະຄອນຫລວງ​ວຽງ​ຈັນ, ທ່ານ ຈ້າວ ​ເຫວີ​ນ ຢູ່​ທູດ​ການ​ຄ້າ ສປ ຈີນ​ປະຈຳ​ລາວ.

No comments:

Post a Comment