Ad

Ad

28 February 2014

ທ່ານນາຍົກລັດຖະມົນຕີ ແນະນຳ ຫຼວງນ້ຳທາຕັ້ງໜ້າພັດທະນາຕົນເອງໃຫ້ເຂັ້ມແຂງ



       ໃນວັນທີ 26 ກຸມພາ 2014 ທ່ານ ທອງສິງ ທຳມະວົງ ກຳມະການກົມການ ເມືອງ, ນາຍົກລັດຖະມົນຕີ, ພ້ອມດ້ວຍຄະ ນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນ້ຳທາ ໂດຍໃຫ້ກຽດຕ້ອນຮັບຈາກທ່ານ ດຣ. ພິມມະສອນ ເລືອງຄຳມາ ກຳມະການສູນກາງພັກ, ເລຂາ ພັກແຂວງ, ເຈົ້າແຂວງແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງ ແລະ ປະຊາຊົນດ້ວຍຄວາມອົບອຸ່ນ.
      ໃນໂອກາດດັ່ງກ່າວ ທ່ານ ນາຍົກລັດຖະມົນຕີໄດ້ໃຫ້ກຽດພົບປະໂອ້ລົມການນຳ ແຂວງ. ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ຕີລາຄາສູງຕໍ່ ຄວາມບາກບັ່ນພະຍາຍາມຂອງແຂວງ, ຂອງ ເມືອງກໍຄືກຸ່ມບ້ານຕໍ່ບັນດາຜົນສຳເລັດຕ່າງໆທີ່ຍາດມາໄດ້. ໂດຍສະເພາະເສດ ຖະກິດກໍເຫັນວ່າມີການຂະຫຍາຍຕົວໄວພໍສົມ ຄວນ, ເຊິ່ງເຮັດໃຫ້ລາຍຮັບຂອງເມືອງກໍຄືແຂວງສູງຂຶ້ນວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ທົ່ວແຂວງມີ ຄວາມສະຫງົບຢ່າງໜັກແໜ້ນ, ການຫັນພະນັກງານລົງຮາກຖານປົກ ກະຕິກໍສ້າງຮາກຖານການເມືອງຫຼາຍສົມຄວນເຮັດໃຫ້ ຮາກຖານມີລະບົບປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບໜາແໜ້ນ. ໂດຍສະເພາະແມ່ນບັນດາບ້ານທີ່ຕັ້ງຢູ່ພູດອຍ, ເຂດ ຫ່າງໄກສອກຫຼີກໄດ້ມີການຈັດຕັ້ງກຳລັງຢ່າງເປັນລະບົບ, ວຽກງານເສດ ຖະກິດກໍມີບາດກ້າວຂະຫຍາຍຕົວພໍສົມຄວນເຊິ່ງ ເຮັດໃຫ້ລາຍຮັບຂອງເມືອງ ກໍຄື ຂອງແຂວງສູງຂຶ້ນ, ຊີວິດການເປັນຢູ່ຂອງ ປະຊາຊົນກໍນັບມື້ນັບດີຂື້ນເຮັດໃຫ້ບັນດາຄອບຄົວ ທຸກຍາກມີຈຳນວນຫຼຸດລົງເທື່ອລະກ້າວ, ປະຊາຊົນມີຄວາມຕື່ນຕົວ ເປັນເຈົ້າຕົນເອງຫຼາຍຂື້ນໃນການປະກອບສ່ວນການພັດ ທະນາເສດຖະກິດ-ສັງຄົມຂອງແຂວງໄດ້ຢ່າງຕັ້ງໜາ. ແຕ່ເຖິງຢ່າງໃດກໍດີ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ແຂວງສືບຕໍ່ ເອົາໃຈໃສ່ບາງບັນຫາຕື່ມດັ່ງນີ້:
      1. ໃຫ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມປະຊາຊົນ ແລະ ພະນັກງານທຸກຂັ້ນ, ໃຫ້ມີຄວາມສະຫງົບອຸ່ນອ່ຽງ, ເຊື່ອ ໝັ້ນຕໍ່ການນຳພາຂອງພັກ-ລັດ ກໍຄືສະພາບການພັດທະນາປະເທດໃນໄລຍະໃໝ່.
      2. ເອົາໃຈໃສ່ສືບຕໍ່ປັບປຸງຕາໜ່າງກຳລັງ ປກຊ-ປກສ ຢູ່ຮາກຖານໃຫ້ດີຂື້ນກວ່າເກົ່າໂດຍສະເພາະການແກ້ໄຂປະກົດການ ຫຍໍ້ທໍ້ໃນສັງຄົມຄື: ບັນຫາຢາເສບຕິດ, ບັນຫາປຸ້ນຈີ້ລັກງັດແງະ, ດ້ວຍການຫັນລົງຫາກຖານປະຕິບັດຕາມທິດສາມສ້າງ ແລະ ຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ເພື່ອກຳໄດ້ບັນຫາເຈົ້າກົກ, ເຈົ້າເຫຼົ່າ, ພະນັກງານບຳນານໃຫ້ດີກ່ວາເກົ່າເພື່ອເຕົ້າ ໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ເປັນກຳລັງແຮງອັນສຳຄັນຂອງແຂວງ.
     3. ຊຸກຍູ້ການຜະລິດເປັນສິນຄ້າໃຫ້ດີກວ່າເກົ່າຕາມທ່າແຮງຂອງແຂວງເຊິ່ງເຫັນວ່າໃນປັດຈຸບັນຂະບວນຜະລິດສິນຄ້າຂອງ ປະຊາຊົນກໍມີຂະບວນການຜະລິດດີ ແລະ ຂະຫຍາຍຕົວໄວພໍສົມຄວນພ້ອມກັນນັ້ນກໍຕ້ອງໄດ້ສຶກສາຄົ້ນຄ້ວາບັນດາຜົນກະ ທົບທີ່ຈະເກີດຂຶ້ນໃນໄລຍະຍາວນານ ແລະ ຕ້ອງໄດ້ຄົ້ນຄ້ວາວ່າໃນຕໍ່ໜ້າຈະປູກອັນໃດດີທີ່ຈະໄດ້ລາຄາສູງເພື່ອສ້າງລາຍຮັບໃຫ້ ແກ່ປະຊາຊົນ.
    4. ເອົາໃຈໃສ່ໃນການພັດທະນາຊັບພະຍາກອນມະນຸດ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນສ້າງເງື່ອນໄຂໃຫ້ເຂົາເຈົ້າ ມີວຽກເຮັດງານທຳທີ່ໝັ້ນຄົງ.
    5. ໃນໄລຍະທີ່ກຳລັງຈະດຳເນີນກະກຽມກອງປະຊຸມໃຫຍ່ 3 ຂັ້ນ, ແມ່ນຕ້ອງໄດ້ກະກຽມເລິກເຊິ່ງ. ພິເສດແມ່ນການກະ ກຽມບຸກຄະລາກອນໂດຍຫັນເອົາບຸກຄະລາກອນທີ່ໜຸ່ມ, ພ້ອມກັນນັ້ນ ກໍຄວນໃຫ້ໂອກາດແມ່ຍິງຫຼາຍຂຶ້ນກວ່າເກົ່າ ແລະ ຜູ້ມີ ຄວາມຈົງຮັກພັກດີ, ມີຫົວຄິດປະດິດສ້າງ, ໃນການຈັດຕັ້ງປະຕິບັດນະໂຍບາຍ, ແນວທາງຂອງພັກ ແລະ ລັດ.
      ໃນໄລຍະເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນ້ຳທາທ່ານ ນາຍົກລັດຖະມົນຕີພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມໂຄງ ການກໍ່ສ້າງຂົວມິດຕະພາບລາວ-ມຽນມ້າ, ໂຄງການຊົນລະປະທານ້ຳຫຍ້າ ແລະ ນ້ຳອຸ່ນຕື່ມອີກ.



No comments:

Post a Comment