Ad

Ad

3 March 2014

ຈັດ​ກິດຈະກຳ​ຂີ່​ລົດຖີບປະຢັດ​ພະລັງງານ​ໄຟຟ້າ



    ໃນວັນທີ 1 ມີນານີ້, ຝ່າຍ ປະຕິບັດການໄຟຟ້ານະຄອນ ຫລວງ, ໄດ້ຈັດຂະບວນການຂີ່ ລົດຖີບເພື່ອປຸກລະດົມໃຫ້ປະຊາ ຊົນປະຢັດພະລັງງານໄຟຟ້າໂດຍ ເປັນກຽດເຂົ້າຮ່ວມຂອງ ທ່ານ ມີໄຊ ຈິດຕະລາດ ຮອງຄະນະຝ່າຍປະຕິບັດງານໄຟຟ້າ ນະຄອນຫລວງ, ມີບັນດາຫົວໜ້າຫ້ອງ ການ, ຄະນະຝ່າຍໄຟຟ້ານະ ຄອນຫລວງ ແລະ ປະຊາຊົນ ອ້ອມຂ້າງເຂົ້າຮ່ວມ.
   ຈຸດປະສົງຂອງການຈັດງານ ໃນຄັ້ງນີ້, ແມ່ນເພື່ອປຸກລະດົມ ໃຫ້ປະຊາຊົນຮ່ວມແຮງຮ່ວມໃຈກັນປະຢັດພະລັງງານໄຟຟ້າ ແລະ ຊຳລະເງິນຄ່າໄຟຟ້າໃຫ້ ທ່ວງທັນກັບເວລາທີ່ໄດ້ກຳນົດ ໄວ້ທັງນີ້ກໍເພື່ອເປັນການອອກກຳລັງກາຍໄປໃນຕົວໂດຍເລີ່ມ ອອກເດີນທາງແຕ່ໄຟຟ້າສີສະເກດ ຈົນໄປຮອດວົງວຽນ 450 ປີ ຫລັງຈາກນັ້ນໂຄ້ງກັບມາຖ່າຍ ຮູບລວມໝູ່ທີ່ສວນເຈົ້າຟ້າງຸ່ມ ແລະ ສວນປະຕູໄຊ ເພື່ອເປັນ ທີ່ລະນຶກໂດຍໃຊ້ເວລາເດີນຂະ ບວນທັງໝົດປະມານຊົ່ວໂມງ ເຄິ່ງ.ການຈັດຂະບວນການຂີ່ ລົດຖີບດັ່ງກ່າວນີ້ ໄດ້ເລີ່ມແຕ່ປີ 2011 ເປັນຕົ້ນມາ ຊຶ່ງກໍເຫັນໄດ້ວ່າປະຊາຊົນທັງເດັກນ້ອຍ,ຜູ້ໃຫຍ່ ແລະ ຜູ້ອາວຸສຸ ໃຫ້ຄວາມຮ່ວມມືແລະ ເຂົ້າຮ່ວມກິດຈະກຳຢ່າງເປັນຂະບວນຟົດຟື້ນ.

No comments:

Post a Comment