Ad

Ad

3 March 2014

ກຽມ​ສາຍຮູບ​ເງົາສາກົນ​ວຽງ​ຈັນ​ນານຢູ່​ລາວໃນລະຫວ່າງວັນທີ 8-9 ມີນາ​ນີ້



     ກົມຮູບເງົາກະຊວງຖະແຫລ ຂ່າວ, ວັດທະນະທຳແລະ ທ່ອງທ່ຽວຮ່ວມກັບ ສະຖານທູດອາເມລິກາ, ສູນການຮຽນຮູ້ ດອກລາວແລະ  ທ່ານ ລອດ໌ເດວິດ ພັທແນມ ທູດການຄ້າຂອງນາຍົກລັດ ຖະມົນຕີອັງກິດ ປະຈຳຫວຽດ ນາມ, ລາວແລະ ກຳປູເຈຍ, ທັງເປັນຜູ້ຜະລິດຮູບເງົາແລະ ນັກສຶກສາສາດຂອງປະເທດອັງກິດ ຈັດຖະແຫລງຂ່າວກ່ຽວກັບການເປີດມະຫະກຳ ຮູບເງົາສາກົນວຽງຈັນນານໃນວັນທີ 1 ມີນາ 2014 ທີ່ນະຄອນຫລວງວຽງຈັນ, ຊຶ່ງງານດັ່ງກ່າວແມ່ນຈະໄດ້ຈັດຂຶ້ນໃນວັນທີ 8-9 ມີນາ 2014 ທີ່ກົມຮູບເງົາກະຊວງຖະແຫລງ ຂ່າວ, ວັດທະນະທຳແລະ ທ່ອງທ່ຽວ. ພິເສດແມ່ນເຂົ້າຊົມໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ. ​
    ທ່ານ ອາທິດໄຊ ບວນ ດາວເຮືອງ, ອຳນວຍການສູນ ການຮຽນຮູ້ດອກລາວ ກ່າວວ່າ: ຮູບເງົາເລື່ອງສັ້ນເປັນແຫລ່ງທີ່ ສຳຄັນ ຂອງການພັດທະນາຮູບ ເງົາ, ພວກເຮົາໄດ້ຮັບປະກັນ ເຖິງການເຕີບໃຫຍ່ຂອງຄຸນນະ ພາບຮູບເງົາເລື່ອງສັ້ນນັບຕັ້ງແຕ່ມີການ ຈັດງານວຽງຈັນນານປີ 2009 ແລະ ພວກເຮົາໄດ້ຕັດສິນ ໃຈທີ່ຈະຈັດງານແຂ່ງຂັນຂຶ້ນທຸກໆປີ ແລະ ຈັດຝຶກອົບຮົບກ່ຽວ ກັບການສ້າງຮູບເງົາໄປພ້ອມໆ ກັນເພື່ອເຮັດໃຫ້ນັກສ້າງຮູບເງົາ ລາວເກີດຄວາມສົນໃຈ ແລະ ແຮງຈູງໃຈທີ່ຈະສ້າງຮູບເງົາຕໍ່ ໄປ. ໃນງານດັ່ງກ່າວຈະນຳຮູບເງົາເຂົ້າມາສາຍຈຳນວນ 16​ ເລື່ອງ ແຕ່ລະເລື່ອງມີຄວາມຍາວບໍ່ເກີນ 7 ນາທີຊຶ່ງຖືກສ້າງໂດຍນັກສ້າງຮູບເງົາທີ່ເປັນຄົນລາວ ແລະໄດ້ສ້າງຂື້ນໂດຍອີງໃສ່ຫົວຂໍໍ້ທີ່ວ່າ:​ “ເຈົ້າແລະ ຂ້ອຍຜູ້ທີ່ເຂົ້າຊົມຈະສາມາດໃຫ້ຄະແນນ ບັນດາຮູບເງົາເລື່ອງສັ້ນທີ່ຕົນມັກໄດ້ເຊິ່ງເລື່ອງສັ້ນເຫລົ່ານັ້ນມີເນື່ອໃນກ່ຽວກັບຄວາມຮັກ, ມິດ ຕະພາບແລະ ຄອບຄົວ. ພ້ອມນີ້ ຍັງຈະມີການມອບ-ຮັບລາງວັນສຳລັບຮູເງົາເລື່ອງສັ້ນທີ່ດີທີ່ສຸດອີກດ້ວຍແລະໃນໂອກາດນີ້ຍັງຈະ​​ໄດ້ມີການສາຍຮູບເງົາເລື່ອງສັ້ນຂອງຜູ້ຊະນະການແຂ່ງຂັນໃນປີ 2011 ຄື  ຮູບເງົາຂອງທ່ານ ມັດທິພົນ ດວງມີໄຊ, ນອກນັ້ນ ຍັງມີການສາຍຮູບເງົາລາວຂອງທ່ານ ອານີໄຊແກ້ວລາ (ບໍລິສັດ ລາວນີວເວ ຊິນນິລາ) ​ແລະ ຮູບເງົາຂອງທ່ານ ທິວອນເມືອງຫານ (ບໍລິສັດ ມິນິງ ສ໋ອງ). ຈາກນັ້ນ, ຍັງໄດ້ສະແດງຮູບເງົາເລື່ອງ ສັ້ນຈາກບັນດາປະເທດບ້ານໃຫ້ເຮືອນຄຽງອາຊີຕາເວັນອອກ ສຽງໃຕ້ ກໍຄື ຮູບເງົາເລື່ອງສັ້ນ ຈາກບັນດາປະເທດໃນເອີຣົບເປັນຕົ້ນແມ່ນ:ສະວີເດັນ, ອັງກິດ, ເຢຍລະມັນ ແລະ ສະ​​ເປ. ແຕ່ລະປະເທດກໍມີການສ້າງຮູບເງົາທີ່ແຕກຕ່າງກັນບົນພື້ນຖານຫົວຂໍ້    “​ເຈົ້າແລະ ຂ້ອຍ”. ການສາຍຮູບ ເງົາແມ່ນຈະຖືກຈັດໂດຍໂຮງສາຍ ຮູບເງົາ ແລະ ການສະແດງ ເຂົ້າໜຽວພົບເພັດ, ການສະແດງ ເຕັ້ນຈາກລາວບັ້ງໄຟ ແລະ ການ ສະແດງດົນຕີຈາກວົງລາວ ຣອກ,ເມຈິແບຼກ ແລະ ເມຕາລິກ.


No comments:

Post a Comment