Ad

Ad

3 March 2014

ສາທິດ​ການສະ​ແດງ​ກິລາ “ບູ​ໂດ” ຄັ້ງ​ທີ 12 ທີ່ນະຄອນຫຼວງ​ວຽງ​ຈັນ



ວັນທີ 1 ມີນານີ້, ຢູ່ສູນກິລາ ບູໂດ ລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ ໄດ້ຈັດງານສາທິດການ ສະແດງສິລະປະການປ້ອງກັນໂຕບູໂດ”, ​​ໃຫ້ກຽດເຂົ້າຮ່ວມໂດຍພະນະທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ພະນະທ່ານ ມາຊາໂຕະ ອິໂຊະ ອຸປະທູດ ຍີ່ປຸ່ນ ປະຈຳລາວ, ພ້ອມນັກກິ ລາລາວ, ຍີ່ປຸ່ນ ແລະ ຄູອາຈານ ເຂົ້າຮ່ວມເປັນຈຳນວນຫຼາຍ.
      ງານດັ່ງກ່າວຈັດຂຶ້ນໂດຍການຮ່ວມມືລະຫວ່າງ ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະ ຈຳລາວ ແລະ ກະຊວງສຶກສາທິການ ແລະ ກິລາ. ໃນແຕ່ລະປີ ສະຖານ​​ທູດຍີ່ປຸ່ນ ເຄີຍໄດ້ຈັດ ງານສາທິດການສະແດງສິລະປະປ້ອງກັນໂຕ​, ຊຶ່ງເປັນສິລະ ປະໜຶ່ງ ຂອງຍີ່ປຸ່ນຂຶ້ນ ໂດຍໄດ້ເລີ່ແຕ່ປີ 2005. ໃນນີ້ຖືເປັນໂອກາດອັນດີທີ່ນັກ
ກິລາຈະໄດ້ສະແດງຄວາມສາມາດຂອງເຂົາເຈົ້າທີ່ໄດ້ຮຽນມາ ແລະເພື່ອສືບຕໍ່ພັດທະນາຕົນເອງ.
      ພະນະທ່ານ ອຸປະທູດຍີ່ປຸ່ນປະຈຳລາວ ກ່າວວ່າ: ຮູ້ສຶກຍິນດີເປັນຢ່າງຍິ່ງທີ່ໄດ້ຕາງໜ້າສະ ຖານທູດຍີ່ປຸ່ນເຂົ້າຮ່ວມງານສາ ທິດການສະແດງຢູໂດ, ກາຣາເຕໂດ, ​ໄອກິໂດແລະເຄັນໂດ ຄັ້ງທີ 12 ໃນຄັ້ງນີ້. ງານສາທິດສິລະປະ ປ້ອງກັນໂຕຍີ່ປຸ່ນ ຢູ່ລາວຄັ້ງນີ້ເປັນຄັ້ງທີ 12 ແລ້ວ ນອກຈາກການສະແດງຢູໂດ, ກາຣາເຕໂດ, ໄອກິໂດ, ຍັງມີເຄັນ ໂດເຊິ່ງເປັນການສະແດງໃໝ່ທີ່ເພີ່ມເຂົ້າມາໃນປີນີ້ອິກດ້ວຍແລະ ຫວັງວ່າຈະເປັນກິລາທີ່ໄດ້ຮັບຄວາມນິຍົມເຊັນດຽວກັນ ແລະ ຫວັງວ່າ ບັນ ດານັກກິລາທີ່ຜ່ານການເຝິກຝົນ ສິລະປະການປ້ອງກັນໂຕບູໂດ, ຈະສາມາດຮຽນຮູ້ຖອດຖອນໄດ້ບົດຮຽນ ແລະ ປະສົບການຕ່າງໆ ຫຼາຍຂຶ້ນ ແລະ ຈະຊ່ວຍສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງນັກກິລາສອງຊາດ ລາວ - ຍີ່ປຸ່ນຕື່ມອີກ.
      ບູໂດແມ່ນສິລະປະການປ້ອງກັນໂຕທີ່​​ເປັນປະຫວັດສາດອັນ ຍາວນານຂອງຍີ່ປຸ່ນເຊິ່ງສ້າງຂື້ນໂດຍຊົນຊັ້ນຊາມຸໄລໃນເມື່ອກ່ອນ, ເຕັກນິກໃນການຕໍ່ສູ້ເຊິ່ງເອີ້ນວ່າ: “Bu​-Jutsu” ບູຈັດຊູ, ​ແຕ່ຫຼັງຈາກນັ້ນ, ​ເພື່ອຈຸດປະສົງ ໃນການສ້າງບຸກະລິກະພາບທີ່ດີຂອງຄົນ ກໍໄດ້ມີການພັດທະນາຮູບແບບມາເປັນສິລະປະປ້ອງກັນໂຕ ແລະໄດ້ກາຍມາເປັນບູໂດ, ກາຣາເຕໂດ, ​​ໄອກິໂດ, ​ເຄັນໂດ ໃນປັດຈຸບັນ. ສິລະປະການປ້ອງກັນໂຕນີ້ ໄດ້ຮຽກຮ້ອງໃຫ້ມີຄວາມເຄົາລົບແລະ ຄວາມມີມາລະຍາດ. ການເຝິກຝົນທີ່​​ເຄັ່ງຄັດນັ້ນບໍ່ແມ່ນເພື່ອ​​ເອົາຊະນະຄູ່ຕໍ່ສູ້ເທົ່ານັ້ນ, ແຕ່ເປັນການຝຶກຝົນຮ່າງກາຍແລະ ຈິດໃຈເພື່ອ​​ເອົາຊະນະກັບໂຕເອງ, ດັ່ງນັ້ນກໍໝາຍຄວາມວ່າ: ຈຸດປະສົງຫຼັກຂອງສິລະປະການປ້ອງກັນ ໂຕບໍ່ແມ່ນເພື່ອເອົາຊະນະຜູ້ຕໍ່ສູ້ ແຕ່ເພື່ອປູກຝັງແລະ ຍົກສູງຄຸນຄ່າມະນຸດເຊິ່ງກັນ ແລະ ກັນ.

No comments:

Post a Comment