Ad

Ad

3 March 2014

ລາວ-ອາເມລິກາຫາລືວຽກງານຊອກຫາສິ່ງເສດເຫຼືອຂອງທະຫານອາເມລິການທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ



     ໃນວັນທີ 28 ກຸມພາ 2014 ທີ່ໂຮງແຮມລາວພລາຊາ, ນະ ຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມປຶກສາຫາລືລະດັບ ບໍລິຫານລາວ-ອາເມລິກາດ້ານວຽກງານການ ຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານ ອາເມລິກາທີ່ຫາຍສາບສູນໃນ ປາງສົງຄາມຢູ່ລາວ ຄັ້ງທີ່ 01 ປະຈຳປີ 2014, ໂດຍການເຂົ້າ ຮ່ວມຂອງຄະນະ ຜູ້ແທນລາວນຳໂດຍທ່ນ ສຸທຳ ສາກົນນິຍົມ ຫົວ ໜ້າກົມເອີຣົບ-ອາເມລິກາ, ກະ ຊວງການຕ່າງປະເທດ ແລະ ຄະ ນະຜູ້ແທນຝ່າຍອາເມລິການນຳ ໂດຍທ່ານ ພົນໂທ ເຄັນລີ ແມກ ຄີກ ຜູ້ບັນຊາການທະຫານບົກ ເຂດປາຊີຟິກປະຈຳຮາວ່າຍເປັນຫົວໜ້າຄະນະຜູ້ແທນອາເມລິ ການ ແລະ ທ່ານ
ແດແນວ ເອ ຄລຸນ ເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິການປະ ຈຳລາວ.
      ໃນກອງປະຊຸມຄັ້ງນີ້, ສອງ ຝ່າຍໄດ້ທົບທວນຄືນການປະຕິ ບັດແຜນການຮ່ວມມືໄລຍະ 6 ເດືອນຜ່ານມາກ່ຽວກັບວຽກ ງານການສຳຫຼວດ, ຂຸດຄົ້ນ ຊອກຫາສິ່ງເສດເຫຼືອຂອງທະ ຫານອາເມລິການທີ່ຫາຍສາບ ສູນໃນປາງສົງຄາມຢູ່ລາວ ແລະ ໄດ້
ປຶກສາຫາລືກັນໃນການວາງແຜນການປະຕິບັດງານລະອຽດ ໃນຕໍ່ໜ້າ. ນອກຈາກນັ້ນແລ້ວ, ໄດ້ຕົກລົງຮ່ວມກັນສືບຕໍ່ເພີ່ມທະ ວີການຮ່ວມມືໂດຍສະເພາະດ້ານການຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ແກ່ທ້ອງຖິ່ນທີ່ມີການປະຕິບັດໂຄງການ. ຝ່າຍລາວໄດ້
ຢືນຢັນຄືນທີ່ຈະສືບຕໍ່ໃຫ້ການຮ່ວມມືກັບອາເມລິການໃນວຽກງານດັ່ງ ກ່າວນີ້ບົນຈິດໃຈແຫ່ງແນວທາງນະໂຍບາຍມະນຸດ ສະທຳ ແລະ ຕາມເງື່ອນໄຂຄວາມສາມາດຕົວຈິງຂອງຕົນ. ສ່ວນຝ່າຍອາເມລິ ກາກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາ ສູງການຊ່ວຍເຫຼືອ ຂອງລັດຖະບານລາວກໍຄືປະຊາຊົນ, ອຳນາດການປົກຄອງທ້ອງ ຖິ່ນຂອງລາວໃນວຽກງານການຮ່ວມມື ດ້ານມະນຸດສະທຳດັ່ງ ກ່າວນີ້ ແລະ ໄດ້ໃຫ້ຄຳໝັ້ນສັນ ຍາຈະປະກອບສ່ວນໃຫ້ການ ຊ່ວຍເຫຼືອດ້ານມະນຸດສະທຳແກ່ປະ ຊາຊົນທ້ອງຖິ່ນກໍຄືລັດຖະ ບານລາວສຸດຄວາມສາມາດ ຂອງຕົນເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ອາເມລິກາມີບັນຍາກາດ ນັບມື້ນັບດີຂຶ້ນ ແລະ ເພື່ອຜົນປະ ໂຫຍດຊື່ງກັນ ແລະ ກັນຫຼາຍຂຶ້ນ ໃນອະນາຄົດ.
     ສອງຝ່າຍໄດ້ຕົກລົງສືບຕໍ່ ການຮ່ວມມືນຳກັນໃນດ້ານນີ້, ຊຶ່ງລັດຖະບານລາວໄດ້ເຫັນດີໃຫ້ທິມງານອາເມລິການນຳໃຊ້ລົດ ແທນຍົນເພື່ອຂົນສົ່ງທິມ, ເຄື່ອງ ຂອງທິມງານອາເມລິການໄປຈຸດຂຸດຄົ້ນ, ຕັ້ງຄ້າຍພັກຢູ່ໃກ້ກັບຈຸດ ຂຸດຄົ້ນຕາມເງື່ອນໄຂ ຄວາມສາມາດຕົວຈິງຂອງຕົນ. ສ່ວນຝ່າຍ ອາເມລິການກໍຢືນຢັນຈະສືບຕໍ່ ການຮ່ວມມື ແລະ ຖືເປັນວຽກງານບຸລິມະສິດ ຂອງລັດຖະບານອາເມລິການ ແລະ ຍັງຢືນຢັນ ຈະໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ລັດຖະບານລາວ ຕື່ມອີກເຊັ່ນ: ການປຸກສ້າງໂຮງ ຮຽນ, ໂຮງໝໍໃຫ້ແກ່ບັນດາ ແຂວງທີ່ມີການຮ່ວມມືດ້ານ MIA.

      ວຽກງານການຮ່ວມມື, ສຳ ຫຼວດ ແລະ ຂຸດຄົ້ນຊອກຫາສິ່ງ ເສດເຫຼືອຂອງທະຫານອາເມລິ ການທີ່ຫາຍສາບສູນໃນປາງ ສົງຄາມຢູ່ລາວ ໄດ້ດຳເນີນມາແຕ່ປີ 1982 ມາເຖິງປັດຈຸບັນນີ້ເປັນເວ ລາ 32 ປີແລ້ວ, ສອງຝ່າຍສາ ມາດຊອກຫານ,ຂຸດ ຄົ້ນສິ່ງເສດ ເຫຼືອຂອງທະຫານອາເມລິກາທີ່ ຫາຍສາບສູນໃນປາງສົງຄາມໃນລາວສຳເລັດໄປແລ້ວຈຳນວນ 266 ກໍລະນີ ໃນຈຳນວນ 575 ກໍລະນີ ແລະ ຍັງເຫຼືອຈະສືບຕໍ່ ຊອກຫາຂຸດຄົ້ນອີກ 309 ກໍລະນີ, ການຮ່ວມມືດັ່ງກ່າວເປັນການສະແດງ ໃຫ້ເຫັນເຖິງການປະຕິບັດ ນະໂຍບາຍມະນຸດສະທຳອັນສະ ເໝີຕົ້ນສະເໝີປາຍຂອງລັດຖະ ບານລາວຕໍ່ລັດຖະບານກໍຄື ຄອບຄົວ ແລະ ຍາດຕິພີ່ນ້ອງຂອງອະ ດີດທະຫານອາເມລິການທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ. ຊຶ່ງລັດຖະບານກໍຄື ປະຊາຊົນ ລາວໄດ້ໃຫ້ການຮ່ວມມືເປັນຢ່າງດີຕະຫຼອດມາ.




No comments:

Post a Comment