Ad

Ad

3 March 2014

ການກໍ່ສ້າງເສັ້ນທາງແຕ່ບ້ານນາຫອຍ ຫາ ບ້ານຄົກເພີງ ແລະ ບ້ານໃຫຍ່ນາຈະເລີນ ຫາ ບ້ານນາປໍ ເມືອງສັງທອງ ໃກ້ຈະສຳເລັດແລ້ວ



  ໃນທ້າຍອາທິດທີ່ຜ່ານມານີ້ ທ່ານ ນາງ ແພງພອນ ອຳນວຍ ການບໍລິສັດ ແພງພອນ ກໍ່ສ້າງ ໃຫ້ຮູ້ວ່າ: ພາຍຫລັງບໍລິສັດໄດ້ຮັບເໝົາກໍ່ສ້າງເສັ້ນທາງແຕ່ບ້ານນາຫອຍ ຫາ ບ້ານຄົກເພີງ ຍາວ 7,5 ກິໂລແມັດ, ກວ້າງ 6 ແມັດ ປູຢາງ 2 ຊັ້ນ ແລະ ເສັ້ນທາງ ແຕ່ບ້ານ ໃຫຍ່ນາຈະເລີນ ຫາ ບ້ານນາປໍ ເມືອງສັງທອງ ຍາວ 8,2 ກິໂລ ແມັດ, ກວ້າງ 6 ແມັດ ປູຢາງ 2 ຊັ້ນພ້ອມໄດ້ກໍ່ສ້າງຂົ່ວອີກໜຶ່ງ ແຫ່ງເພື່ອເຊື່ອມຕໍ່ລະຫວ່າງ ບ້ານນາຫອຍ  ຫາບ້ານຄົກເພີງ. ມາ ຮອດປັດຈຸບັນສຳເລັດເກືອບ 85% ແລ້ວ ພາຍຫລັງລົງມື ກໍ່ສ້າງ ມາແຕ່ເດືອນກຸມພາ 2013 ຜ່ານ ມາ ລວມມູນຄ່າທັງໝົດ 69 ຕື້ກີບ ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2014 ນີ້ ເສັ້ນທາງດັ່ງກ່າວ ເປັນເສັ້ນທາງ ຍຸດທະສາດຂອງເມືອງສັງທອງ ແລະ ແມ່ນໂຄງການ ບູລິມະສິດຂອງລັດຖະບານທີ່ໄດ້ ສຸມທຶນທອນໃສ່ຢ່າງຫຼວງຫຼາຍເພື່ອ
ພັດທະນາພື້ນຖານໂຄງລ່າງ ແລະ ຕິດພັນກັບວຽກງານ 3 ສ້າງ.
       ທ່ານ ສະແຫວງ ຊາໃນ ນາຍ ບ້ານ 3 ສ້າງໄດ້ກ່າວວ່າ: ບໍລິສັດ ແພງພອນ ກໍ່ສ້າງໄດ້ດຳເນີນໂຄງການກໍ່ສ້າງເສັ້ນທາງ ດ້ວຍ ຄວາມຮັບຜິດຊອບສູງ, ເຫັນໄດ້ ເຖິງຜົນປະໂຫຍດຂອງປະຊາຊົນ ຊຶ່ງມັນສະແດງອອກຄື: ການ ຊ່ວຍເຫຼືອກິດຈະກຳ ຕ່າງໆທີ່ປະ ຊາຊົນໄດ້ຈັດຂຶ້ນ. ນອກຈກນັ້ນ, ກໍໄດ້ປະກອບສ່ວນຊ່ວຍເຫຼືອ ບ້ານ 3 ສ້າງບ້ານໃຫຍ່ນາຈະ ເລີນ ໃນການ ສ້າງວັດ ແລະ ຊ່ວຍ ລົດຕູ້ 1 ຄັນ, ເພື່ອອຳນວນຄວາມ ສະດວກໃນການຕິດຕໍ່ພົວພັນ ວຽກ ແລະ ເຄື່ອງໃຊ້ຫ້ອງການ ຈຳນວນໜຶ່ງລວມເປັນເງິນ 300 ລ້ານກີບ. ໃນເມື່ອເສັ້ນທາງປູ ຢາງສຳເລັດ ຂ້າພະເຈົ້າ ເຊື່ອວ່າ ບ້ານໃຫຍ່ນາຈະເລີນ ແລະ ທຸກໆ ບ້ານທີ່ນອນຢູ່ໃນເມືອງສັງທອງນີ້ຈະມີຄວາມສະດວກສະບາຍໃນການຂົ່ນສົ່ງສິນຄ້າທີ່ປະຊາຊົນ ເມືອງສັງທອງ ໄດ້ຜະລິດເອງ ເພື່ອນຳໄປຂາຍໃນຕົວເມືອງ ແລະເປັນການອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນທັງພາຍ ໃນ ແລະ ຕ່າງປະເທດເຂົ້າມາລົງ ທຶນຫຼາຍຂື້ນເພາະເສັ້ນທາງດັ່ງ ກ່າວແມ່ນເຊື່ອມໂຍງກັບບັນດາ ແຂວງພາກເໜືອຂອງລາວ ແລະ ສາມາດຂ້າມໄປປະເທດເພື່ອ ບ້ານໄດ້ອີກ.
          ປະຊາຊົນບ້ານ ນາຫອຍ ໄດ້ກ່າວຄວາມຮູ້ສຶກຂອງຕົນທີ່ ຈະໄດ້ນຳໃຊ້ເສັ້ນທາງໃໝ່ວ່າ: ຂ້ອຍຮູ້ສຶກດີໃຈຫຼາຍ ທີ່ເຫັນໂຄງການກໍ່ສ້າງເສັ້ນທາງໃໝ່ໃກ້ຈະ ສຳເລັດແລ້ວ, ນີ້ຈະນຳຄວາມ ສະດວກຫຼາຍຢ່າງມາໃຫ້ກັບປະຊາຊົນໃນຖານະ ທີ່ຂ້ອຍເປັນປະ ຊາຊົນຜູ້ໜຶ່ງ ທີ່ມີອາຊີບຄ້າຂາຍ ຂໍສະແດງຄວາມຂອບໃຈມາຍັງທ່ານ ຜູ້ນຳ, ພັກ ແລະ ລັດຖະບານທີ່ ໄດ້ສຸມທຸກກຳລັງເພື່ອພັດທະນາບ້ານ ແລະ ເມືອງສັງທອງ ຂອງພວກເຮົາໃຫ້ມີການພັດທະ ນາປະຊາຊົນມີຢູ່ມີກິນ ແລະ ມີ ພື້ນຖານໂຄງລ່າງທີ່ດີ.



No comments:

Post a Comment